Homeຂ່າວການພັດທະນາປີນີ້ກະສິກຳຕັ້ງເປົ້າປູກໄມ້ໃຫ້ໄດ້ຫຼາຍກວ່າ 24 ພັນຮັກຕາ

ປີນີ້ກະສິກຳຕັ້ງເປົ້າປູກໄມ້ໃຫ້ໄດ້ຫຼາຍກວ່າ 24 ພັນຮັກຕາ

Published on

ຫົວໜ້າພະແນກສົ່ງເສີມການປູກໄມ້ ກະຊວງກະສິກຳໃຫ້ສຳພາດຕໍ່ນັກຂ່າວພວກເຮົາວ່າ: ປັດຈຸບັນກະຊວງກະສິກຳ ແລະ ປ່າໄມ້, ກໍຄືກົມປ່າໄມ້ພວມກະກຽມໃຫ້ແກ່ການປູກໄມ້ປະຈຳປີ 2016 ທີ່ຈະມີຂຶ້ນໃນຕົ້ນເດືອນມີຖຸນາ ທີ່ຈະມາເຖິງນີ້ໃຫ້ມີບັນຍາກາດຟົດຟື້ນ ແລະ ຮັບປະກັນໄດ້ຕາມລະດັບຄາດໝາຍວາງໄວ້, ໂດຍສະເພາະແມ່ນ ການເກັບແກ່ນ, ກ້າເບ້ຍ, ການປູກໄມ້, ຊຶ່ງມີແຜນວາງໄວ້ໃຫ້ໄດ້ 24,185 ເຮັກຕາ,ໃນທົ່ວປະເທດ,ໃນນັ້ນແຂວງຜົ້ງສາລີໃຫ້ໄດ້2.200 ເຮັກຕາ, ຫຼວງນ້ຳທາ 1.200 ເຮັກຕາ, ອຸດົມໄຊ 1.500 ເຮັກຕາ, ບໍ່ແກ້ວ 1.000 ເຮັກຕາ, ໄຊຍະບູລີ 500ເຮັກຕາ, ຫຼວງພະບາງ 2.000 ເຮັກຕາ, ຫົວພັນ 1.700 ເຮັກຕາ, ຊຽງຂວາງ 200 ເຮັກຕາ, ວຽງຈັນ 1.500ເຮັກຕາ, ນະຄອນຫຼວງວຽງຈັນ 300 ເຮັກຕາ, ບໍລິຄຳໄຊ 300 ເຮັກຕາ, ຄຳມ່ວນ 630 ເຮັກຕາ, ສະຫວັນນະເຂດ1.780

ເຮັກຕາ, ສາລະວັນ 2.000 ພັນຮາ,,ຈຳປາສັກ 1.500 ເຮັກຕາ, ເຊກອງ 875 ເຮັກຕາ, ອັດຕະປື 2.500 ເຮັກຕາ ແລະ ໄຊສົມບູນ 2.500 ເຮັກຕາ ແລະ ເພື່ອຮັບປະກັນບໍ່ໃຫ້ຕົກຢູ່ໃນສະພາບປີໃດກໍປູກຂຸມເກົ່າ, ທາງພາກສ່ວນກ່ຽວຂ້ອງໄດ້ກຽມກຳລັງລົງຕິດຕາມບົວລະບັດຮັກສາໄມ້ຫຼັງການປູກ,ດ້ວຍການແຕ່ງຕັ້ງໜ່ວຍງານຮັບຜິດຊອບ, ຢູ່ເມືອງ, ບ້ານ ເພື່ອເຮັດໃຫ້ໄມ້ທີ່ປູກໄປມີປະສິດທິພາບ.

ຫົວໜ້າພະແນກດັ່ງກ່າວໃຫ້ຮູ້ອີກວ່າ: ນອກຈາກການປູກໄມ້ແລ້ວກະຊວງກະສິກຳຍັງມີແຜນຟື້ນຟູປ່າ,ຊຸດໂຊມໃນເຂດປ່າຜະລິດໃຫ້ໄດ້ 122.000 ເຮັກຕາ ແລະ ນອກເຂດປ່າສາມປະເພດງໃຫ້ໄດ້ 154.000 ເຮັກຕາ ແລະ ເພື່ອເຮັດໃຫ້ບັນລຸແຜນດັ່ງກ່າວ, ກະຊວງກະສິກຳໄດ້ກະກຽມຄວາມພ້ອມທາງດ້ານງົບປະມານ, ລວມເຖິງພະນັກງານວິຊາການ ລົງຊ່ວຍແນະນຳການຈັດຕັ້ງປະຕິບັດຂະບວນການດັ່ງກ່າວໃຫ້ມີຜົນ.

 

ແຫລ່ງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...