Homeຂ່າວຕ່າງປະເທດໂບອິ້ງ ມອບເຮືອບິນໃໝ່ 3 ລຳໃຫ້ ມຽນມາ

ໂບອິ້ງ ມອບເຮືອບິນໃໝ່ 3 ລຳໃຫ້ ມຽນມາ

Published on

ມຽນ​ມາ​ເນ​ຊັນ​ແນ​ລ​ແອ​ລາຍ(MNA) ໄດ້​ຮັບ​ເຮືອ­ບິນ​ໂດຍ­ສານ​ໂບ​ອິ້ງ 737Œ-800 ສາມ​ລຳ​ທຳ​ອິດ

ຈາກ​ທັງ​ໝົດ 10 ຕາມ​ຂໍ້​ຕົກ­ລົງ​ການ​ເຊົາ​ອາ­ກາດ​ສະ­ຍານ​ກັບ​ບໍ­ລິ­ສັດ​ຈີ​ອີ​ແຄ​ປິ​ຕັລ​ເອວິ​ເອ​ຊັ່ນ​ເຊີ​ວິ​ສ(GECAS) ໃນ​ຕົ້ນ​ປີ 2014 ລະຫວ່າງ​ການ­ສະ­ແດງ​ການ­ບິນ​ຢູ່​ສິງ­ກະ­ໂປ.

ຕາມ​ຂ່າວ​ຕ່າງ­ປະ­ເທດ​ລາຍ​ງານ​ວ່າ: ທັງ​ໝົດ​ເປັນ 3 ລຳ​ທຳ​ອິດ​ໃນ​ຈຳ­ນວນ 10 ລຳ​ຈາກ GECAS ຕາມ​ສັນ­ຍາ​ທີ່​ສັ່ງ​ຈາກ​ບໍ­ລິ­ສັດ​ໂບ​ອິ້ງ ສ່ວນ 7 ລຳ​ທີ່​ເຫຼືອ​ຈະ​ຄ່ອຍໆ​ສົ່ງ​ມອບ​ໄປ​ຈົນ​ເຖິງ​ທ້າຍ​ປີ 2020. ໃນ​ເດືອນ​ມີ​ຖຸ​ນາ­ປີ​ທີ່​ຜ່ານ​ມາ ໂບ​ອິ້ງ​ໄດ້​ເຜີຍ​ແພ່​ພາບ 737Œ800 NG ລຳ​ທຳ​ອິດ ໃນ​ພິ­ທີ​ສົ່ງ​ມອບ​ເຮືອ­ບິນ​ລະ­ຫວ່າງ​ຕົວ​ແທນ​ຂອງ​ສອງ​ບໍ­ລິ­ສັດ ທີ່​ຈັດ​ຂຶ້ນ​ຢູ່​ອາ­ເມ­ລິ­ກາ ທີ່​ປະ­ດັບ​ດ້ວຍ​ໂລ​ໂກ​ໃໝ່, ສີ­ສັນ ແລະ ລວ­ດລາຍ​ໃໝ່​ຂອງ MNA ແລະ ໂບ​ອິ້ງ​ກ່າວ​ວ່າ ເປັນ​ລຳ​ທຳ​ອິດ​ທີ່​ຕົກ­ແຕ່ງ​ພາຍ​ໃນ, ໃນ​ເດືອນ​ສິງ­ຫາ​ປີ 2015 ສາຍ​ການ­ບິນ​ແຫ່ງ​ຊາດ​ມຽນ​ມາ ກໍ​ໄດ້​ຮັບ​ມອບ​ເຮືອ­ບິນ ATR72Œ600 ລຳ​ທຳ​ອິດ​ຈາກ​ຜູ້​ຜະ­ລິດ​ໃນ​ຝຣັ່ງ ພ້ອມ​ກັບ​ລວ­ດລາຍ​ໃໝ່​ໃນ​ເຮືອ­ບິນ​ຕາມ​ແນວ​ຄິດ​ໃໝ່​ເຊັ່ນ​ດຽວ​ກັນ​ກັບ 737Œ800 ລຳ​ທຳ​ອິດ ທັງ​ໝົດ​ເປັນ​ໄປ​ຕາມ​ແຜນ­ການ​ຈັດ​ຊື້ ແລະ ເຊົ່າ​ເຮືອ­ບິນ​ຈາກ​ທັງ​ສອງ 2 ຄ່າຍ ຊຶ່ງ​ຄ່ອຍໆ​ສົ່ງ​ມອບ​ຈົນ​ເຖິງ​ປີ 2020 ໂດຍ ATR72Œ600 ລຳ​ດັ່ງ­ກ່າວ​ເປັນ​ໜຶ່ງ​ໃນ 6 ລຳ​ທີ່​ຈັດ​ຊື້​ຈາກ​ຄ່າຍ​ເອີ​ຣົບ​ມູນ​ຄ່າ​ລວມ 296 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ຜູ້​ບໍ­ລິ­ຫານ MNA ກ່າວ​ກ່ອນ​ໜ້າ​ນີ້​ວ່າ ATR72Œ600 ຈະ​ເຮັດ​ໃຫ້​ສາ­ມາດ​ຂະ­ຫຍາຍ​ບໍ­ລິ­ການ​ອອກ​ສູ່​ຕະ­ຫຼາດ​ເພື່ອນ​ບ້ານ​ໄດ້​ກວ້າງ​ຍິ່ງ​ຂຶ້ນ ຂະ­ນະ 737Œ800NG ແລະ 737MAX ຈາກ​ອາ­ເມ­ລິ­ກາ ຈະ​ເຮັດ​ໃຫ້​ບິນ​ສູ່​ປາຍ­ທາງ​ແຫ່ງ​ຕ່າງໆ​ໃນ​ພາກ​ພື້ນ​ໄດ້ ຊຶ່ງ​ສິງ­ກະ­ໂປ​ໄດ້​ກາຍ­ເປັນ​ປາຍ­ທາງ​ທຳ​ອິດ ປາຍ­ທາງ​ຕໍ່​ໄປ​ແມ່ນ​ຮົງ​ກົງ(ສປ​ຈີນ), ໄຕ້​ຫວັນ, ສ ເກົາ­ຫຼີ ແລະ ຍີ່­ປຸ່ນ. ຊຶ່ງ​ຕະ­ຫຼາດ​ການ­ບິນ​ມຽນ​ມາ​ມີ​ສັກ­ກະ​ຍະ​ພາບ​ສູງ ດ້ວຍ​ຈຳ­ນວນ​ນັກ​ທ່ອງ​ທ່ຽວ​ເດີນ­ທາງ​ເຂົ້າ​ປະ­ເທດ​ປີ 2015 ປະ­ມານ 4,68 ລ້ານ​ຄົນ​ເພີ່ມ​ຂຶ້ນ​ເຖິງ 52% ຈາກ​ປີ 2014.

 

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...