HomeBaby-ແມ່ແລະເດັກລູກຮາກອອກຫຼັງປ້ອນຢາ ເຮົາຄວນປ້ອນຢາຊ້ຳອີກ ຫຼື ບໍ່? ລູກຮາກອອກຫຼັງປ້ອນຢາ ເຮົາຄວນປ້ອນຢາຊ້ຳອີກ ຫຼື ບໍ່? Baby-ແມ່ແລະເດັກ Published on 25/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2355 ສາເຫດທີ່ລູກຮາກຫຼັງປ້ອນຢາ ອາການຮາກຫຼັງປ້ອນຢາລູກນ້ອຍ ເປັນບັນຫາທີ່ພົບປະຈຳ ແລະ ເກີດຂຶ້ນຊ້ຳໆໄດ້ ລູກຮາກຫຼັງປ້ອນຢາມັກເກີດການຮ້ອງໄຫ້ຢ່າງໜັກ ເພາະບໍ່ມັກຣົດຊາດຂອງຢາ ບໍ່ມັກກິ່ນຂອງຢາ ເຮັດໃຫ້ລູກນ້ອຍຮາກອອກມາ ຄຳຖາມທີ່ແມ່ສົງໃສຫຼາຍທີ່ສຸດແມ່ນເມື່ອລູກຮາກອອກມາ ຈະປ້ອນຢາຊ້ຳໄດ້ຫຼືບໍ່! ວັນນີ້ພວກເຮົາມີຄຳຕອບມາໃຫ້ເພື່ອຫາຍຂໍ້ຂ້ອງໃຈ. ລູກຮາກອອກມາຫຼັງປ້ອນຢາ ຕ້ອງປ້ອນຢາຊ້ຳ ຫຼື ບໍ່! ແມ່ສ່ວນຫຼາຍເມື່ອເຫັນລູກກິນຢາຍາກ ກິນແລ້ວຮາກຊ້ຳໆ ຮາກທຸກຄັ້ງກໍ່ເກີດຄວາມດູຕົນສົງສານລູກ ແມ່ບາງຄົນແມ່ນບໍ່ໃຫ້ລູກກິນຢາເລີຍເພາະຢ້ານລູກຮາກອອກຄືເກົ່າ ຄວາມຄິດນີ້ຖືວ່າຜິດຫຼາຍ ເພາະຖ້າລູກເກີດເຈັບປ່ວຍແລ້ວບໍ່ໄດ້ກິນຢາຮັກສາ ພະຍາດທີ່ຢູ່ໃນຕົວລູກກໍ່ບໍ່ຫາຍຂາດ ເມື່ອທ່ານເຮັດແບບນີ້ຍິ່ງເຮັດໃຫ້ພະຍາດໃນຕົວລູກນ້ອຍລຶ້ງຢາ ແລະ ຕ້ອງໃຊ້ເວລາຫຼາຍໃນການປິ່ນປົວໃຫ້ຫາຍດີ ຄົນທີ່ທໍລະມານທີ່ສຸດແມ່ນລູກນ້ອຍຂອງທ່ານເອງ ໂດຍສະເພາະເດັກເກີດໃໝ່ຍັງເວົ້າສື່ສານກັບທ່ານບໍ່ໄດ້ຍິ່ງທໍລະມານທັງຜູ້ເປັນພໍ່ແມ່ ແລະ ລູກນ້ອຍ. ຕ້ອງປ້ອນຢາຊ້ຳ ກໍລະນີປ້ອນແລ້ວຮາກທັນທີ ໃຫ້ແມ່ປ້ອນຢາຊ້ຳອີກຄັ້ງໃນປະລິມານເທົ່າເດີມ ຖ້າປ້ອນລົງໄປປຸບ ແລ້ວຍັງຮາກອອກມາຄືເກົ່າແມ່ນໃຫ້ພັກເວລາ 5 ນາທີແລ້ວກັບມາປ້ອນຊ້ຳອີກ ແຕ່ລຸດປະລິມານລົງຄືປ້ອນຢາເທື່ອລະໜ້ອຍໃນປະລິມານ 1/4 ບ່ວງຢາ ສັງເກດເບິ່ງອາການລູກວ່າມີອາການຮາກບໍ່ ຖ້າບໍ່ຮາກແລ້ວ ທ່ານພັກເວລາໄວ້ກ່ອນ 5 ນາທີແລ້ວກັບມາປ້ອນໃໝ່ໃນປະລິມານຂະໜາດ 1/4ຄືເກົ່າອີກ ທຽງປ້ອນຢາລູກຈົບຄົບປະລິມານ 1 ບ່ວງ ພາຍໃນ ເຄິ່ງຊົ່ວໂມງລູກຕ້ອງໄດ້ກິນຢາຄົບຕາມທີ່ແພດຈັດໃຫ້. 2. ບໍ່ປ້ອນຊ້ຳ ກໍລະນີລູກນ້ອຍກິນຢາລົງໄປດົນເຖິງເຄິ່ງຊົ່ວໂມງແລ້ວຈິ່ງຮາກອອກ ເພາະຢາບາງສ່ວນອາດຖືກຊຶມ ເຂົ້າໃນຮ່າງກາຍລູກແລ້ວ ຫາກທ່ານປ້ອນຢາລູກອີກກໍລະນີນີ້ຈະເຮັດໃຫ້ລູກນ້ອຍໄດ້ຮັບຢາເກີນຂະໜາດ. ເມື່ອທ່ານມີຄວາມຮູ້ກ່ຽວກັບການປ້ອນຢາລູກນ້ອຍແລ້ວຫວັງວ່າ ພໍ່-ແມ່ຈະນຳໄປປະຕິບັດໃນເວລາປ້ອນຢາລູກທຸກຄັ້ງ ເພື່ອເຮັດໃຫ້ລູກນ້ອຍໄດ້ຮັບຢາຕາມປະລິມານທີ່ກຳນົດ ແລະ ລຸດຜ່ອນອາການຮາກທຸກຄັ້ງທີ່ກິນຢາຂອງລູກນ້ອຍໄດ້ ແລະ ທຸກຄັ້ງທີ່ເອົາຢາໃຫ້ລູກກິນຜູ້ເປັນພໍ່-ແມ່ກໍ່ຕ້ອງສັງເກດເບິ່ງລູກພ້ອມວ່າລູກມີອາການແພ້ຢານັ້ນຫຼືບໍ່ ເຊັ່ນ: ມີຜື່ນຂຶ້ນ, ຕາບວມ, ປາກບວມ ຫາຍໃຈຝືດ ຫາກລູກມີອາການເຫຼົ່ານີ້ໃຫ້ນຳລູກສົ່ງໂຮງໝໍດ່ວນ. ຂໍ້ມູນຈາກ: ວາລະສານ ບັນທຶກຂອງແມ່. Tagsລູກກິນຢາແລ້ວຮາກອອກເຮັດແນວໃດລູກນ້ອຍກິນຢາຍາກເຮັດແນວໃດ!ລູກຮາກອອກຫຼັງປ້ອນຢາ ເຮົາຄວນປ້ອນຢາຊ້ຳອີກ ຫຼື ບໍ່?ວິທີປ້ອນຢາລູກບໍ່ໃຫ້ຮາກເຄັດລັບການປ້ອນຢາລູກແມ່ແລະ ລູກແມ່ແລະເດັກ ບົດຄວາມຫຼ້າສຸດ ຂ່າວພາຍໃນ ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029 ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)... 13/08/2025 ຂ່າວພາຍໃນ ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ... 13/08/2025 ຂ່າວພາຍໃນ ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ... 12/08/2025 ຂ່າວພາຍໃນ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ... 12/08/2025