spot_img
Homeຂ່າວການພັດທະນາລັດ​ໄຟ​ຂຽວ​ໃຫ້​ບົວ­ລະ­ພາ ແລະ​ ສະ​ໂຕ​ຣາ​ສືບ­ຕໍ່​ປູກ​ໄມ້​ວິກ ພ້ອມ​ສ້າງ​ໂຮງ­ງານກັ່ນ​ຊີ­ວະ​ພາບ

ລັດ​ໄຟ​ຂຽວ​ໃຫ້​ບົວ­ລະ­ພາ ແລະ​ ສະ​ໂຕ​ຣາ​ສືບ­ຕໍ່​ປູກ​ໄມ້​ວິກ ພ້ອມ​ສ້າງ​ໂຮງ­ງານກັ່ນ​ຊີ­ວະ​ພາບ

Published on

ລັດ­ຖະ­ບານ​ເປີດ​ໄຟ​ຂຽວ​ໃຫ້​ບໍ​ລິສັດ​ບົວ­ລະ­ພາ​ກະ­ສິ­ກຳ-ປ່າ­ໄມ້​ຈຳ­ກັດແລະ​ບໍ­ລິ­ສັດ​ສະ​ໂຕ​ຣາ​ເອັນ​ໂຊ​ລາວຈຳກັດສືບ­ຕໍ່​ປູກ​ໄມ້​ວິກ​ໃນ​ລາວພາຍ­ຫຼັງກອງ​ປະ­ຊຸມ​ນາ­ຍົກ, ຮອງ​ນາ­ຍົກ​ຮ່ວມ ກັບ​ກະ­ຊວງ ແລະ​ທະ­ບວງ​ການ​ກ່ຽວ­ຂ້ອງ ເປີດ​ຂຶ້ນ​ເມື່ອ​ຕົ້ນ​ເດືອນ​ມີ­ນາ​ນີ້​ເຫັນ​ດີ​ອະນຸ​ຍາດ​ໃຫ້​ສອງ​ບໍ­ລິ­ສັດ​ນີ້​ສືບ­ຕໍ່​ປູກ​ໄມ້​ວິກ ພ້ອມ​ທັງ​ໃຫ້​ສ້າງ​ໂຮງ­ງານ​ກັ່ນ​ຊີ­ວະ​ພາບ​ທີ່​ແຂວງ​ວຽງ​ຈັນ ທີ່​ມີ​ມູນ​ຄ່າ​ການ​ລົງ­ທຶນ​ໃນ​ລະ­ດັບ​ຕື້​ກວ່າ​ໂດ​ລາ​ສະ­ຫະ­ລັດ.

ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້ສອງ​ບໍ­ລິ­ສັດ​ນີ້​ເຄື່ອນ​ໄຫວ​ໄດ້​ສະ­ດວກ, ຫ້ອງ​ວ່າ­ການ​ລັດ­ຖະ­ບານຈິ່ງ​ອອກ​ແຈ້ງການ​ເລກ​ທີ 449/ຫລບ ກລຂ ລົງ​ວັນທີ 22 ມີ­ນາ 2016 ເຖິງ​ບັນ­ດາ​ກະ­ຊວງ,  ແຂວງ-ອົງ­ການ​ທີ່​ກ່ຽວ­ຂ້ອງ​ຊາບ​ວ່າ: ເນື່ອງ​ຈາກ​ລັດ­ຖະ­ບານ​ອະ­ນຸ­ຍາດ​ການລົງ­ທຶນ​ໃຫ້​ບໍ­ລິ­ສັດເພື່ອ​ດຳ­ເນີນ​ການ​ປູກໄມ້​ວິກ​ມາ​ແຕ່​ຕົ້ນ​ປີ 1980 ດັ່ງ­ນັ້ນການສະ­ເໜີ​ຂໍ​ສືບ­ຕໍ່​ປູກ​ໄມ້​ວິກ​ຄັ້ງ​ນີ້ຈິ່ງ​ບໍ່​ຂັດກັບ​ຄຳ​ສັ່ງ​ເລກ​ທີ 13/ນຍ ຂອງ​ນາ­ຍົກລັດ­ຖະ­ມົນ­ຕີສະ­ນັ້ນ ຈິ່ງ​ເຫັນ​ດີ​ອະ­ນຸ­ມັດໃຫ້​ບໍ­ລິ­ສັດ​ບົວ­ລະ­ພາ​ກະ­ສິ­ກຳ-ປ່າ­ໄມ້​ຈຳກັດແລະ​ບໍ­ລິ­ສັດ​ສະ​ໂຕ​ຣາ​ເອັນ​ໂຊ​ລາວຈຳ­ກັດ​ສືບ­ຕໍ່​ປູກ​ໄມ້​ວິກ​ຕາມ​ແຜນ­ການການ​ລົງ­ທຶນ​ຂອງ​ບໍ­ລິ­ສັດ ແລະ​ປູກ​ເນື້ອທີ່​ດິນ​ປະ­ມານ 3.049 ເຮັກ­ຕາ ຢູ່​ເມືອງ ຫີນ​ເຫີບ, ແຂວງ​ວຽງ​ຈັນ​ທີ່​ບໍ­ລິ­ສັດ​ໄດ້ສົມ­ທົບ​ກັບ​ທ້ອງ­ຖິ່ນ​ສຳ​ຫຼວດ​ລະ­ອຽດແລ້ວ, ນອກ​ນັ້ນ​ໃຫ້​ປຸກ­ລະ­ດົມ​ປະ­ຊາ­ຊົນປູກ​ຕື່ມ​ໂດຍ​ເຮັດ​ສັນ­ຍາ​ຊື້-ຂາຍ​ກັບ​ປະຊາ​ຊົນ​ຄັກ­ແນ່ສຳ­ລັບ​ເນື້ອ­ທີ່​ລະ­ດົມ​ປະ­ຊາຊົນ​ປູກ​ນັ້ນ​ແມ່ນ​ໃຫ້​ກະ­ຊວງ​ກະ­ສິ­ກຳ​ສຳຫຼວດ​ກວດ­ກາ​ເຂດ​ໃດ​ຄວນ​ປູກ​ເຂດ​ໃດບໍ່​ຄວນ​ປູກເພື່ອ​ບໍ່​ໃຫ້​ກະ­ທົບ​ຕໍ່​ສິ່ງ​ແວດລ້ອມ, ດ້ານ​ຫຼັກ­ການ​ເຫັນ​ດີ​ໃຫ້​ສ້າງໂຮງ­ງານ​ກັ່ນ​ຊີ­ວະ​ພາບ​ດຳ­ເນີນ​ຕາມ​ລະບຽບ​ກົດ­ໝາຍ.

ທ່ານ ນາງ ສຸ​ໄພ​ວັນ ທ່ຽງ​ຈັນ​ໄຊ ຮອງ​ຜູ້­ອຳ­ນວຍ­ການ ບໍ­ລິ­ສັດ ບົວ­ລະ­ພາ ກະ­ສິ­ກຳ-ປ່າ­ໄມ້ຈຳ­ກັດ​ໃຫ້​ສຳ­ພາດ​ວ່າ: ບໍ­ລິ­ສັດ​ມີ​ຄວາມ​ພ້ອມ​ທຸກ​ດ້ານໂດຍ​ສະເພາະ​ເງິນ​ທີ່​ຈະ​ລົງ­ທຶນ​ປູກ​ໄມ້​ໃນ​ເມື່ອລັດ­ຖະ­ບານ​ເປີດ​ໄຟ​ຂຽວ​ຄື​ແນວ​ນີ້​ບໍ­ລິ­ສັດ​ຈະ​ເລັ່ງ​ມື​ປູກ​ໃຫ້​ເປັນ​ໄປ​ຕາມ​ແຜນ​ຊຶ່ງ​ຮອດ​ປີ 2018 ແມ່ນ​ຈະ​ລົງ­ມື​ສ້າງໂຮງ­ງານ​ຝານ​ໄມ້​ກ່ອນເພື່ອ​ຮອງ​ຮັບ​ໄມ້ ທີ່​ປູກ​ໄປ​ກ່ອນ​ແລ້ວ​ນັ້ນ​ຄາດ​ປີ 2018 ກໍ່​ສາ­ມາດ​ຕັດ​ເຂົ້າ​ໂຮງ­ງານ​ຝານ​ໄມ້​ໄດ້ຊຶ່ງ​ຄາດ​ຄະ­ເນ​ການ​ລົງ­ທຶນ​ຮອດ​ປີ​ເວລາ​ນີ້​ຈະ​ຢູ່​ປະ­ມານ 16 ລ້ານ​ໂດ​ລາ​ສະ­ຫະລັດ ແລະ​ການ​ປູກ​ໄມ້​ຮອດ​ປີ 2022 ຈະ ໃຫ້​ບັນ­ລຸ 60 ພັນ​ເຮັກ­ຕາ ແລ້ວ​ຈະ​ລົງ­ມື ກໍ່­ສ້າງ​ໂຮງ­ງານ​ກັ່ນ​ຊີ­ວະ​ພາບ​ຂະ­ໜາດໃຫຍ່​ທີ່​ມູນ​ຄ່າ​ການ​ລົງ­ທຶນ 1 ຕື້​ກວ່າ​ໂດລາ​ສະ­ຫະ­ລັດ ຊຶ່ງ​ມ​ຂະ­ແໜງ​ແຜ່ນ­ແພ, ໄຟຟ້າ ແລະ​ອື່ນໆ​ສຳ­ລັບ​ປີ​ນີ້​ການ​ປູກ​ໄມ້​ວິກມາ​ຮອດ​ປະ­ຈຸ​ບັນ​ຫຼ້າ​ຊ້າ​ແລ້ວ​ຄາດ​ຄະເນ​ຈະ​ໄດ້​ຢູ່​ປະ­ມານ​ພັນ​ເຮັກ­ຕາ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...