spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຄົນຮ້າຍລັດຍິງລົດເພື່ອຫຍັງ?

ຄົນຮ້າຍລັດຍິງລົດເພື່ອຫຍັງ?

Published on

ອີງຕາມການລາຍງານຂອງເຟສບຸກເພຈ ປະເທດລາວ ໃຫ້ຮູ້ວ່າ ໃນຕອນກາງຄືນປະມານ 21:00 ຂອງວັນທີ 23 ມີນາ 2016 ທີ່ຜ່ານມາ ໄດ້ເກີດເຫດຄົນຮ້າຍລັດຍິງລົດກະບະໂຕໂຍຕ້າລຸ້ນໄທເກີ ແລະລົດໂດຍສານ ຄຸນໝິງ-ວຽງຈັນ ເຫດດັ່ງກ່າວ ເຮັດໃຫ້ຄົນຂັບລົດກະບະເສຍຊີວິດ ແລະລົດເມຖືກຍິງຈຳນວນ 70 ກວ່າລູກ ເຮັດໃຫ້ມີຜູ້ບາດເຈັບຈຳນວນໜຶ່ງ ໃນຂະນະທີ່ຄົນຂັບລົດເມພະຍາຍາມບັງຄັບລົດໜີໄກອອກໄປ 20 ກິໂລແມັດ ດ້ວຍອາການບາດເຈັບ.

ໃນຂະນະທີ່ຜ່ານມາ ໃນວັນທີ 1 ມິນາ ຢູ່ບ້ານວຽງຄໍາ ເມືອງພູຄູນ ແຂວງ ຫຼວງພະບາງ ກໍເກີດ ເຫດການ ລັດຍິງລົດເມ ໂດຍສານ ເຮັດໃຫ້ ຜູ້ໂດຍສານ ຊາວລາວ ໄດ້ຮັບບາດເຈັບ 5 ຄົນ ແລະ ໃນມື້ດຽວກັນ ກໍໍເກີດມີ ເຫດການ ລັດຍິງ ກຳມະກອນ ຊາວຈີນ ເຮັດໃຫ້ມີ ຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບ 3 ຄົນ.

ຕໍ່ສະພາບການຄືດັ່ງກ່າວ, ຝ່າຍກອງທັບປະຊາຊົນລາວກໍໄດ້ເພິ່ມຄວາມເຂັ້ມງວດໃນການກວດກາເວນຍາມໃນເຂດດັ່ງກ່າວ ຕະຫຼອດ 24 ຊົ່ວໂມງ ແລະບາງໄລຍະກໍໄດ້ຫ້າມບໍ່ໃຫ້ລົດແລ່ນຜ່ານໃນຕອນກາງຄືນ ເພາະເຫດການສ່ວນຫຼາຍແມ່ນເກີດຂຶ້ນໃນຕອນກາງຄືນ.

ພ້ອມດຽວກັນນີ້, ກໍເກີດຄຳຖາມຂຶ້ນມາວ່າ ພວກຄົນຮ້າຍທີ່ລັດຍິງລົດດັ່ງກ່າວນັ້ນແມ່ນຕ້ອງການຫຍັງກັນແທ້? ເພາະຈະວ່າການປຸ້ນເອົາຊັບກໍພັດບໍ່ມີລັກສະນະແບບນັ້ນ ຄື ແຕ່ລະຄັ້ງທີ່ເກີດເຫດພວກຄົນຮ້າຍກໍບໍ່ໄດ້ເຂົ້າມາຄົ້ນເອົາຊັບສິນຂອງຜູ້ຄົນໃນລົດແຕ່ຢ່າງໃດ ແລ້ວພວກກ່ຽວຕ້ອງການຫຍັງກັນແທ້?

ຈະແມ່ນເພື່ອເປົ້າໝາຍໃດກໍຕາມ ການກະທຳຄືດັ່ງກ່າວນັ້ນຈະສ້າງຜົນເສຍຕໍ່ທັງກຸ່ມຕົນເອງແລະປະເທດຊາດ ເນື່ອງຈາກວ່າການກະທຳດັ່ງກ່າວເປັນການກະທຳທີ່ໂຫດຮ້າຍປ່າເຖື່ອນຕໍ່ມວນມະນຸດຜູ້ບໍລິສຸດ ເຮັດໃຫ້ຜູ້ບໍລິສຸດທີ່ເປັນເພື່ອນຮ່ວມຊາດ, ເປັນເຄືອຍາດໃນຊາດດຽວກັນໄດ້ຮັບບາດເຈັບ ຫຼືເສຍຊີວິດ ຈຶ່ງມີແຕ່ຈະສ້າງໃຫ້ຜູ້ຄົນກຽດຊັງຕໍ່ຕົນເອງ, ໃນຂະນະທີ່ເມື່ອປະເທດຊາດບໍ່ສະຫງົບ ປະຊາຊົນບໍ່ອຸ່ນອຽນທຸ່ນທ່ຽງໃນການໄປ-ມາ ເພື່ອຕິດຕໍ່ພົວພັນຊື້-ຂາຍ ສ້າງເສດຖະກິດຄອບຄົວ, ນັກລົງທຶນກໍມີຄວາມຢ້ານກົວຕໍ່ເຫດຮ້າຍດັ່ງກ່າວ ເຊິ່ງມັນຈະສົ່ງຜົນເສຍໂດຍລວມແກ່ປະເທດຊາດແລະປະຊາຊົນ ແລະພັກພວກຍາດພີ່ນ້ອງຂອງຕົນ.

ການອອກມາຫຼອນໂຈມຕີຜູ້ບໍລິສຸດ ໂດຍບໍ່ມີເຫດຜົນ ຫຼືບໍ່ສົ່ງຂ່າວໃຫ້ຮູ້ເຫດຜົນຫຍັງນັ້ນ ຈະບໍ່ມີໃຜສາມາດຮູ້ໄດ້ເຖິງຄວາມຕ້ອງການຂອງຕົນເອງ ດີແທ້ຖ້າຕ້ອງການຫຍັງກໍຄວນບອກໃຫ້ສັງຄົມຮູ້ ຖ້າມີບັນຫາໃດກໍຈະໄດ້ປັບປຸງແກ້ໄຂໃຫ້ມັນດີຂຶ້ນ ເພື່ອພ້ອມພຽງຮຽງໜ້າກັນປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດຂອງພວກເຮົາ ໃຫ້ມີຄວາມຈະເລີນກ້າວໜ້າທຽບທັນກັບບັນດາປະເທດອື່ນໆ ໃນໂລກ.
21cd1d0d-b1b2-4aa0-abe1-29ef4ec68e28

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...