Homeຂ່າວພາຍ​ໃນພົບເດັກນ້ອຍເກີດໃໝ່ທີ່ໂຮງໝໍເມືອງ ປາກອູ ແພດກັງວົນຢ້ານແມ່ນພະຍາດ Zicka

ພົບເດັກນ້ອຍເກີດໃໝ່ທີ່ໂຮງໝໍເມືອງ ປາກອູ ແພດກັງວົນຢ້ານແມ່ນພະຍາດ Zicka

Published on

ໃນຕອນເຊົ້າມື້ນີ້ ເວລາ 6:30 ວັນທີ 24 ມີນາ 2016 ມີເຫດການພົບເດັກນ້ອຍເກີດໃໝ່ ເປັນເພດຊາຍ ທີ່ມີຄວາມຜິດປົກກະຕິທາງຫົວຄືຫົວນ້ອຍ ແລະ ບໍ່ມີໜັງຫົວປົກຫຸ້ມກະໂຫລກຫົວ ເບື້ອງຕົ້ນແພດທີ່ໂຮງໝໍເມືອງ ປາກອູ ມີຄວາມກັງວົນຢ້ານວ່າເດັກນ້ອຍຄົນດັ່ງກ່າວມີຄວາມຜິດປົກກະຕິຍ້ອນຕິດເຊື້ອພະຍາດ Zicka ແຕ່ນີ້ມັນກໍ່ເປັນພຽງຂໍ້ສັນນິຖານຈາກແພດໃນໂຮງໝໍເທົ່ານັ້ນ ສ່ວນຂໍ້ເທັດຈິງນັ້ນເປັນແນວໃດ ຍັງຕ້ອງລໍຖ້າການພິສູດຈາກພາກສ່ວນທີ່ກ່ຽວຂ້ອງຢູ່.

ພະຍາດ Zicka ເຂົ້າສູ່ຮ່າງກາຍ ໂດຍຜ່ານຍຸງເປັນພາຫະນຳເຊື້ອ ເຊັ່ນກັບພະຍາດໄຂ້ຍຸງ ແລະ ໄຂ້ເລືອດອອກ ດັ່ງນັ້ນ, ການທຳລາຍແຫຼ່ງເພາະພັນຍຸງ ແລະການຮັກສາໂຕເອງບໍ່ໃຫ້ຍຸງກັດ ຈຶ່ງມີຄວາມຈຳເປັນແລະສຳຄັນຕໍ່ການຫຼີກລ້ຽງ ພະຍາດ Zicka ແລະ ໄຂ້ເລືອດອອກ.

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...