spot_img
Homeມຸມຂ່າວ AECລັດຖະມົນຕີຖະແຫລງຂ່າວອາຊຽນ ໃຫ້ຄຳໝັ້ນສັນຍາ ສົ່ງເສີມການຮ່ວມມືນຳກັນ!

ລັດຖະມົນຕີຖະແຫລງຂ່າວອາຊຽນ ໃຫ້ຄຳໝັ້ນສັນຍາ ສົ່ງເສີມການຮ່ວມມືນຳກັນ!

Published on

ຂປລ. ບັນດາລັດຖະມົນຕີ ໃນຂົງເຂດວຽກງານ ຖະແຫລງຂ່າວຂອງ 10 ປະເທດ ສະມາຊິກອາຊຽນ ໄດ້ພ້ອມກັນຢືນຢັນ ຄືນເຖິງຄຳໝັ້ນສັນຍາ ໃນການເຮັດວຽກ ຮ່ວມກັບບັນດາ ຂະແໜງການ ແລະ ໜ່ວຍງານຕ່າງໆ ຂອງອາຊຽນ ເພື່ອສົ່ງເສີມໃຫ້ປະຊາຊົນ ໃນປະເທດສະມາຊິກຂອງຕົນ ມີຄວາມເຂົ້າໃຈ ກ່ຽວກັບອາຊຽນ ແລະ ສ້າງຄວາມຮັບຮູ້ ກ່ຽວກັບປະຊາຄົມ ຜ່ານທາງຂໍ້ມູນຂ່າວສານ ແລະ ສື່ມວນຊົນ.

ການຢືນຢັນ ຄຳໝັ້ນສັນຍາດັ່ງກ່າວ ແມ່ນໄດ້ມີຂຶ້ນຢູ່ທີ່ ກອງປະຊຸມລັດຖະມົນຕີ ຖະແຫລງຂ່າວອາຊຽນ ຄັ້ງທີ 13 ທີ່ ເຊບູ, ປະເທດຟີລິບປິນ ໃນລະຫວ່າງ ວັນທີ 14-17 ມີນາ ນີ້ ຊຶ່ງດໍາເນີນໄປພາຍໃຕ້ຄໍາຂວັນ “ອາຊຽນໜຶ່ງດຽວ: ການເຊື່ອມສານ. ການເປັນປະຊາຄົມ. ກາລະໂອກາດ” ຫລື ພາສາສາກົນ “One ASEAN: Connectivity. Community. Opportunity”.

ກອງປະຊຸມດັ່ງກ່າວ, ປະກອບມີ ກອງປະຊຸມລັດຖະມົນຕີ ຖະແຫລງຂ່າວອາຊຽນ ບວກສາມ (ອາຊຽນ+ຈີນ, ຍີ່ປຸ່ນ, ສ ເກົາຫລີ) ຄັ້ງທີ 4, ກອງປະຊຸມເຈົ້າໜ້າທີ່ ອາວຸໂສ ຖະແຫລງຂ່າວ ອາຊຽນ ຄັ້ງທີ 14, ກອງປະຊຸມເຈົ້າໜ້າທີ່ ອາວຸໂສຖະແຫລງຂ່າວ ອາຊຽນບວກສາມ ຄັ້ງທີ 4 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຖະແຫລງຂ່າວອາຊຽນ ບວກ 1 (ອາຊຽນ+ຍີ່ປຸ່ນ) ຄັ້ງທີ 1. ຕະຫລອດໄລຍະກອງປະຊຸມ, ບັນດາລັດຖະມົນຕີ ໄດ້ປຶກສາຫາລືກ່ຽວກັບ ແຜນງານຕ່າງໆ ໃນການຈັດຕັ້ງປະຕິບັດ ບັນດາກິດຈະກຳ ການຮ່ວມມືພາຍໃນປີ 2016, ໂດຍສະເພາະ ໃນຂົງເຂດວຽກງານຖະແຫລງຂ່າວ ເພາະວ່າປີນີ້ຖືວ່າ ເປັນປີທີ່ສຳຄັນສຳລັບອາຊຽນ ແລະ ເປັນປີທຳອິດ ພາຍຫລັງການ ປະກາດສ້າງຕັ້ງ ປະຊາຄົມອາຊຽນ ຢ່າງເປັນທາງການ ໃນວັນທີ 31 ທັນວາ 2015.

ໃນຂະນະດຽວກັນ ຜູ້ເຂົ້າຮ່ວມ ຍັງໄດ້ປຶກສາຫາລື ກ່ຽວກັບເນື້ອໃນຂອງຍຸດທະສາດ ໃນການສົ່ງເສີມສຳລັບອາຊຽນ ໂດຍຖືເອົາປະຊາຊົນ ເປັນແກນກາງ ແລະ ໃຫ້ປະຊາຊົນ ມີໂອກາດເຂົ້າຮ່ວມໃນທຸກເຫດການ ຂອງອາຊຽນເພື່ອປັບປຸງ ຄຸນະພາບຊີວິດຂອງເຂົາເຈົ້າ ແລະ ການມີສ່ວນຮ່ວມທີ່ສ້າງສັນ ຂອງປະຊາຄົມ. ກອງປະຊຸມ ຍັງໄດ້ປຶກສາ ແລະ ຮັບຮອງເອົາ ແຜນຍຸດທະສາດ ກ່ຽວກັນຂໍ້ມູນຂ່າວສານ ແລະ ການສື່ສານ ໃນໄລຍະ 2016-2025 ເພື່ອເປັນພື້ນຖານ ໃນການຈັດຕັ້ງປະຕິບັດ ບັນດາກິດຈະກຳສະເພາະຕ່າງໆ ໃນຂົງເຂດຖະແຫລງຂ່າວ ແລະ ການສື່ສານ. ນອກຈາກນັ້ນ, ລັດຖະມົນຕີອາຊຽນ ຍັງໄດ້ປຶກສາຫາລື ກ່ຽວກັບກິດຈະກຳຕ່າງໆ ສຳລັບການກະກຽມສະເຫລີມ ສະຫລອງ ວັນສ້າງຕັ້ງອາຊຽນ ຄົບຮອບ 50 ປີ ທີ່ຈະມາເຖິງໃນປິ 2017 ນີ້.ໃນໂອກາດທີ່ ສປປ ລາວ ເປັນປະທານອາຊຽນ, ຄະນະຜູ້ແທນລາວ ກໍໄດ້ເຊີນຊວນບັນດາສື່ມວນຊົນ ຂອງອາຊຽນ ມາເກັບກຳຂ່າວ ໃນໄລຍະກອງປະຊຸມ ສຸດຍອດອາຊຽນຄັ້ງທີ 28 ແລະ 29 ທີ່ ສປປ ລາວ ຈະເປັນເຈົ້າພາບໃນທ້າຍປີນີ້. ກອງປະຊຸມລັດຖະມົນຕີ ຖະແຫລງຂ່າວອາຊຽນ ແມ່ນໄດ້ຈັດຂຶ້ນທຸກສອງປີ ແລະ ຄັ້ງທີ 14 ແມ່ນ ຈະໄດ້ຈັດຂຶ້ນທີ່ສິງກະໂປ ໃນປິ 2018.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...