spot_img
Homeຂ່າວເຫດການທ່າ​ນ ບຸນ​ຕີ ທະ​ມິດ ​ເຂົ້າຮັບຕຳແໜ່ງ ​ລັດຖະມົນຕີ​ຊ່ວຍວ່າການ ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ຜູ້​ໃໝ່

ທ່າ​ນ ບຸນ​ຕີ ທະ​ມິດ ​ເຂົ້າຮັບຕຳແໜ່ງ ​ລັດຖະມົນຕີ​ຊ່ວຍວ່າການ ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ ຜູ້​ໃໝ່

Published on

ພິທີ​ປະກາດ​ແຕ່ງ​ຕັ້ງທ່າ​ນ ບຸນ​ຕີ ທະ​ມິດ ​ເປັນ​ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ (ກວຕ) ຕື່ມ​ຄົນ​ໜຶ່ງ, ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ມີນາ​ນີ້​ທີ່​ກະຊວງ​ດັ່ງກ່າວ,​ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານສາດສະດາຈານ ດຣ ບໍ່​ວຽງ​ຄໍາ ວົງ​ດາລາ ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ພ້ອມ​ດ້ວຍ​ບັນດາ​ຄະນະ​ນໍາ​ອ້ອມ​ຂ້າງກະຊວງດັ່ງກ່າວ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ, ​ເພື່ອ​ປະຕິບັດ​ຕາມ​ດໍາລັດ​ຂອງ ​ນາຍົກລັດຖະມົນຕີ​ແຫ່ງ  ສປປ ລາວ ​ແລະ ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ ຂອງ​ໜ້າ​ທີ່​ວຽກ​ງານ​ຂອງ​ກະຊວງ​ດັ່ງກ່າວ​ໃນ​​ໄລຍະ​ໃໝ່.

ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີກະຊວງ ກວຕ ​ໄດ້​ໂອ້​ລົມ​ຊີ້​ນໍາ​ ໃຫ້​ຜູ້​ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ຮອງລັດຖະມົນຕີ​ໃໝ່​ນີ້, ຈົ່ງ​ເພີ່ມ​ທະວີ​ຄວາມ​ເອົາ​ໃຈ​ໃສ່ ​ສ້າງ​ຄວາມ​ສາມັກຄີ​ຮັກ​ແພງ​ໃນ​ໝູ່​ຄະນະ​ຢ່າງໜັກ​ແໜ້ນ, ພ້ອມ​ທັງ​ສຸມ​ທຸກ​ສະຕິ​ປັນຍາ, ຄວາມ​ຮູ້​ຄວາມ​ສາມາດ ​ແລະ ​ເຫື່ອ​ແຮງ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ວຽກ​ງານ ກວຕ ​ໃຫ້​ກ້າວໜ້າ​ ​ແລະ ມີ​ຜົນ​ສໍາ​ເລັດຂຶ້ນ​ໄປ​ເລື້ອຍໆ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...