spot_img
Homeຂ່າວຕ່າງປະເທດຈີນ​ສ້າງ​ໂຮງຮຽນ​ບານ​ເຕະ​ ໃຫຍ່​ທີ່​ສຸດ​ໃນ​ໂລກ

ຈີນ​ສ້າງ​ໂຮງຮຽນ​ບານ​ເຕະ​ ໃຫຍ່​ທີ່​ສຸດ​ໃນ​ໂລກ

Published on

ຊີ​ເອັນ​ເອັນ​ເປີ​ດ​ເຜີຍ​ໂຮງຮຽນ​ເອ​ເວີ​ແກຣນບານເຕະ​ທີ່​ລັດຖະບານ​ສປ ຈີນ​ຕັ້ງ​ຂຶ້ນ​ເພື່ອ​ພັດທະນາ​ກິລາ​ບານເຕະ​ໃຫ້​ກ້າວໜ້າໂດຍ​ສ່ວນ​ໜຶ່ງ​ຂອງ​ການ​ສ້າງ​ວົງ​ການ​ບານເຕະໃຫ້​ກ້າວ​ໄກ​ນີ້​ມາ​ຈາກ​ຄວາມ​ເຫັນ​ດີ​ຂອງ​ທ່ານ ສີ ​ເຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ແລະ ຫວັງ​ວ່າ​​ຈະ​ມີ​ຄວາມ​ພ້ອມ​ທີ່​ຈະ​ເປັນ​ເຈົ້າພາບ​ເວິລຄັບ.

   ຈີນ​ລົງທຶນ​ສ້າງ​ໂຮງຮຽນເອ​ເວີ​ແກຣນ​ເຕາະ​ບານ​ໂດຍ​ຕັ້ງ​ຢູ່​ເຂດ​ຊົນນະບົດ​ມົນທົນ​ກວາງຕຸ້ງມີ​ເນື້ອ​ທີ່ 160 ​ເຮັກຕາໃນ​ໄລຍະ​ເວລາ 10 ​ເດືອນ​ດ້ວຍ​ມູນ​ຄ່າ 185 ລ້ານ​ໂດ​ລາ​ສະຫະລັດ ກາຍ​ເປັນ​ໂຮງຮຽນ​ນານາ​ຊາດບານເຕະ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ​ໂຮງຮຽນ​ແຫ່ງ​ນີ້​ມີ​ນັກຮຽນ​ຊາຍ​ທີ່​ຄັດ​ເລືອກ​ມາ​ຈາກ​ເດັກນ້ອຍ​ທົ່ວ​ປະ​ເທດ​ຈຳນວນ 2.600 ຄົນ ​ແລະ ຍິງ 200 ຄົນທັງ​ຍັງ​ຈ້າງ​ຄູ​ຊາວ​ແອັດ​ສະ​ປາຍ​ຈຳນວນ​ກວ່າ 20 ຄົນ​ມາ​ສອນ, ຊຶ່ງ​ຄ່າ​ຮຽນ​ເດັກນ້ອຍ​ທີ່​ມາ​ຮຽນ​ທີ່​ນີ້​ຕ້ອງ​ຈ່າຍ​ເງິນ​ປີ​ລະ 60 ພັນ​ຢວນ(9.200 ​ໂດ​ລາ​ສະຫະລັດ)ຕໍ່​ປີ ຊຶ່ງ​ເງິນ​ຈຳນວນ​ນີ້​ສູງ​ກວ່າ​ເງິນ​ອັດຕາ​ຄ່າ​ແຮງ​ງານ​ສະ​ເລ່ຍຂອງ​ຈີນ,ຍົກ​ເວັນ​ແຕ່​ວ່າ​ເປັນ​ເດັກນ້ອຍ​ທີ່​ເກັ່ງ​ຫຼາຍ​ຈຶ່ງ​ຈະ​ໄດ້​ທຶນ​ມາ​ຮຽນ ດັ່ງ​ນັ້ນ​ເດັກນັກຮຽນ​ສ່ວນ​ໃຫຍ່​ໃນ​ໂຮງຮຽນ​ແຫ່ງ​ນີ້​ມາ​ຈາກ​ຄອບຄົວ​ທີ່​ມີ​ຖານະ​ຮັ່ງມີ.

ນອກຈາກ​ໂຮງຮຽນ​ແຫ່ງ​ນີ້​ຈະ​ມີ​ສະໜາມບານເຕະຈຳນວນ​ຫຼາຍ​ແລ້ວ ບ່ອນ​ນີ້​ຍັງ​ມີ​ສະໜາມບານບ້ວງ, ​ເທ​ນນິສ, ອ່າງ​ລອຍ​ນ້ຳ, ​ໂຮງ​ຍິມ ​ແລະ ມີ​ໂຮງ​ຮູບ​ເງົາ, ຍັງ​ມີ​ແມ່ຄົວ​ປຸງ​ແຕ່ງ​ອາຫານ​ໃຫ້​ຖືກ​ຕາມ​ໂພ​ສະນາ​ການ​ສຳລັບ​ຜູ້​ຮຽນ​ກິລາ ສະ​ເພາະ​ຄ່າ​ຕັດ​ຫຍ້າ​ໂຮງຮຽນ​ຕໍ່​ປີ​ມີ​ມູນ​ຄ່າ 30 ລ້ານ​ໂດ​ລາ ​ທ່ານ ຫລິວ ຈຽງ​ນານ ອາຈານ​ໃຫຍ່​ຂອງ​ໂຮງຮຽນ​ລະບຸ​ວ່າ ​ເຊື່ອ​ວ່າ​ອີກ 4 ປີ ນັກ​​ກີລາບານເຕະ​ຈີນ​ຈະ​ພັດທະນາ​ກ້າວ​ໄກ ​ແລະ ​ເປັນ​ໜຶ່ງ​ຂອງ​ອາຊີ.

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...