Homeຂ່າວການສຶກສາປະກາດເມືອງວີລະບູລີ ເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ເມືອງທີ 67 ທົ່ວປະເທດ

ປະກາດເມືອງວີລະບູລີ ເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ເມືອງທີ 67 ທົ່ວປະເທດ

Published on

ຂປລ. ພິທີ​ປະກາດ ເມືອງ​ວິລະ​ບູລີ ​ແຂວງ​ສະຫວັນ​ນະ​ເຂດ ​ເປັນ​ເມືອງຈົບຊັ້ນ ມັດທະຍົມຕອນຕົ້ນບໍາລຸງ ອັນ​ດັບ​ທີ 6 ຂອງ​ແຂວງ ແລະ ເປັນເມືອງທີ 67 ໃນທົ່ວປະເທດ ​ໄດ້​ຈັດ​ຂຶ້ນ​ ໃນ​ທ້າຍ​ອາທິດ​ຜ່ານ​ມາ. ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ.

ໃນພິທີ, ທ່ານ ສາຍສະໝອນ ວົງ​ສຳ​ເພົາ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ ເມືອງວິລະ​ບູລີ ໄດ້​ໃຫ້​ຮູ້​ວ່າ: ​ເມືອງ​ວິລະ​ບູລີ ມີ​​ພົນ​ລະເມືອງທັງ​ໝົດ 37.238 ຄົນ, ຍິງ 18.519 ຄົນ, ໃນ​ທົ່ວ​ເມືອງ​ມີ 7 ບ້ານ​ທຸກ​ຍາກ ​ແລະ 810 ຄອບຄົວ​ທີ່​ທຸກ​ຍາກ. ນັບ​ແຕ່​ມື້​ປະກາດ​​ຄວາມ​ບໍ່​ຮູ້​ໜັງສື ​ແລະ ຈົບ​ປະຖົມ​ສຶກສາ​ ໃນ​ທົ່ວ​ເມືອງ​ ໃນ​ຄັ້ງ​ວັນ​ທີ 24​ ພຶດສະພາ 2009 ​ເປັນ​ຕົ້ນ​ມາ​ ວຽກ​ງານ​ການ​ສຶກສາ​ຢູ່​ເມືອງ ກໍໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ ໄປ​ຕາມ​ແຜນ​ຍຸດ​ທະ​ສາດ ​ການ​ສຶກສາ​ແຫ່ງ​ຊາດ ​ແລະ​ ແຜນ​ພັດທະນາ​ ຢ່າງ​ທົ່ວ​ເຖິງ ​ເຊິ່ງນັບ​ແຕ່​ສົກຮຽນ 2012 ​ເປັນ​ຕົ້ນ​ມາ ຈຳນວນ​ປະຊາກອນ ໃນ​ອາຍຸ 15-30 ປີ ທີ່​ບໍ່​ຈົບ​ຊັ້ນ​ມັດທະຍົມ​ສຶກສາ​ຕອນ​ຕົ້ນ​ໃນ​ທົ່ວ​ເມືອງ ​ໄດ້​ຈັດ​ຕັ້ງ​ ການ​ຮຽນ-ການ​ສອນ ມີ​ທັງ​ໝົດ 4.689 ຄົນ, ຍິງ 2.294 ຄົນ ​ເທົ່າ​ກັບ 32,06% ຂອງ​ຈຳນວນ​ປະ​ຊາກ​ອນ​ ໃນ​ກຸ່ມ​ເປົ້າ​ໝາຍ.

ຜ່ານ​ການຈັດ​ຕັ້ງ​ປະຕິບັດ ​ນັບ​ແຕ່​ ສົກຮຽນ 2013-2015 ມາ​ຮອດ​ປັດຈຸບັນ​ ຈຳນວນ​ກຸ່ມ​ເປົ້າ​ໝາຍ​ ໃນ​ເກນ​ອາ​ຍຸ 15-30 ປີ ທີ່​ບໍ່​ຈົບ​ຊັ້ນ​ ມັດທະຍົມ​ຕອນ​ຕົ້ນ​ບຳລຸງ​ ທັງ​ໝົດ 4.689 ຄົນ, ຍິງ 2.294 ຄົນ ສາ ມາດ​ຮຽນ​ຈົບ​ຊັ້ນ​ ມັດທະຍົມ​ຕອນ​ຕົ້ນ​ບຳລຸງ​ ໄດ້​ທັງ​ໝົດ 4.562 ຄົນ, ຍິງ 2.198 ຄົນ​ ​ເທົ່າກັບ 97,29% ຂອງ​ຈຳນວນ ​ກຸ່ມ​ເປົ້າ​ໝາຍ​ທັງ​ໝົດ ​ແລະ ສາມາດ​ປ່ຽນ​ພຶດຕິ​ກຳ​ ຂອງ​ຕົນ​ເອງ​ໄດ້ ​​ເຊິ່ງສະ​ແດງ​ອອກ​ຄື: ​ເຂົາ​ເຈົ້າ​ຮູ້​ອ່ານ, ຮູ້​ຂຽນ, ຄິດ​ໄລ່​ດ້ວຍ​ຕົນ​ເອງ ສາມາດ​ນຳ​ເອົາ​ບົດຮຽນ​ດັ່ງກ່າວ ​ເຂົ້າ​ໄປ​ປັບ​ໃຊ້​ເຂົ້າ​ໃນ​ ຊີວິດ​ປະຈຳ​ວັນ, ນອກຈາກ​ນັ້ນ ຍັງ​ມີ​ຈຳນວນ​ຫລາຍ​ ໄດ້​ຮຽນ​ຕໍ່​ວິຊາ​ຊີບ ​ໃນ​ວິຊາ​ຕ່າງ​ໆອີກ​ດ້ວຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...