Homeຂ່າວການພັດທະນາຂ່າວ​ດີ! ຕົ້ນ​ເດືອນ​ໜ້າ ຈະ​ມີ​ໂຄງ­ການ​ຊີ້​ຊ່ອງທາງ​ຜູ້​ປະ­ກອບການ​ໃໝ່​ ໃນ​ລຸ່ມ​ແມ່­ນໍ້າຂອງ

ຂ່າວ​ດີ! ຕົ້ນ​ເດືອນ​ໜ້າ ຈະ​ມີ​ໂຄງ­ການ​ຊີ້​ຊ່ອງທາງ​ຜູ້​ປະ­ກອບການ​ໃໝ່​ ໃນ​ລຸ່ມ​ແມ່­ນໍ້າຂອງ

Published on

    ເມື່ອ​ວັນ​ທີ 21 ມີ ນາຜ່ານ​ມາ​ທີ່​ວິ​ສາ​ຫະກິດ​ສ່ວນ​ບຸກ­ຄົນ​ໂຕະ​ລາວໄດ້​ມີ​ການ​ຖະ​ແຫຼ່ງ​ຂ່າວກ່ຽວ​ກັບ​ການ​ຈັດ​ງານລະ­ດັບ​ພາກ​ພື້ນ​ທີ່​ເອີ້ນ​ວ່າ “ໂຄງ­ການ​ຊີ້​ຊ່ອງ​ທາງ ຜູ້​ປະ­ກອບ​ການ​ໃໝ່” ໂດຍມີ​ທ່ານ ນາງ ສຸ­ພາ​ພອນສວນ​ນະ​ວົງຜູ້­ອຳ­ນວຍ­ການ​ວິ​ສາ​ຫະ​ກິດ​ສ່ວນ​ບຸກ­ຄົນ​ໂຕະ​ລາວ, ພ້ອມ​ດ້ວຍ​ພາກ­ສ່ວນ​ຕ່າງໆ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

   ທ່ານ ນາງ ສຸ­ພາ​ພອນ ສວນ​ນະ​ວົງ ໃຫ້​ຮູ້​ວ່າ: ໂຄງ­ການ​ນີ້ແມ່ນ​ເປັນ​ໂຄງ­ການ​ລະ­ດັບ​ພາກ​ພື້ນ ແລະ​ເປັນ​ໂອ­ກາດ​ຄັ້ງ​ທຳ​ອິດທີ່​ຈະ​ຈັດ​ຂຶ້ນ​ໃນ ສປປ ລາວ ເປັນ​ເວ­ລາ 3 ວັນ, ນັບ​ແຕ່​ວັນ​ທີ 1- 3 ເມ­ສາ 2016, ໂດຍ​ມີ​ຈຸດ­ປະ­ສົງ​ເພື່ອ​ແນະ­ນຳ​ແລະ​ສິດ­ສອນ​ຊີ້ຊ່ອງ​ທາງ​ໃຫ້​ບັນ­ດາ​ຜູ້​ປະ­ກອບ​ການ​ໃໝ່​ຈາກ 5 ປະ­ເທດ ( ລາວ,ຫວຽດ­ນາມ, ກຳ­ປູ­ເຈຍ,ໄທ ແລະ​ມຽນ​ມາ),ນອກ​ນີ້ຍັງ​ມີ​ການ​ຈັດ​ສຳ​ມະ​ນາ ແລະ​ນຳສະ­ເໜີ​ຄວາມ​ຄິດ​ທາງ​ທຸ­ລະ​ກິດ​ໃຫ້​ແກ່​ບັນດາ​ນັກ​ລົງ­ທຶນ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະເທດຊຶ່ງ​ຈະ​ຈັດ​ຂື້ນ​ທີ​ສູນ​ອາ­ເມ­ລິ­ກາ-ສະຖານ​ທູດ​ອາ­ເມ­ລິ­ກາ​ເກົ່າ (ທາດ​ດຳ).

ໂຄງ­ການ​ນີ້​ແມ່ນ​ລິ​ເລີ່ມ​ຂຶ້ນ​ພາຍ​ໃຕ້ວຽກ​ງານ Tigers Mekong ຊຶ່​ິ່ງ​ເປັນສ່ວນ​ໜຶ່ງ​ຂອງ​ທຶນ​ຊ່ວຍ­ເຫຼືອ​ຂອງ​ສະ­ຫະລັດ​ອາ​ເມ​ລິ​ການ​ຈຸດ­ປະ­ສົງ​ຫຼັກ​ຂອງໂຄງ­ການ​ແມ່ນ​ເພື່ອ​ເປັນ​ການ​ແນະ­ນຳແລະ​ສິດ­ສອນ​ໃຫ້​ບັນ­ດາ​ຜູ້​ປະ­ກອບ​ການໃໝ່​ສາ­ມາດ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາ­ມາດ​ໄປ​ສິດ­ສອນ​ໃຫ້​ຜູ້​ປະ­ກອບ​ການ​ອື່ນ​ຕໍ່​ໄປ​ໄດ້ເພື່ອ​ເປັນ​ການ​ສ້າງ​ແນວ​ຄວາມຄິດ, ການ​ດຳ­ເນີນ​ທຸ­ລະ​ກິດ​ທີ່​ຖືກ­ຕ້ອງແລະ​ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່ເຄືອ​ຂ່າຍ​ຜູ້​ປະ­ກອບ​ການ​ໃນ​ພາກ​ພື້ນແລະ​ເພື່ອ​ເປັນ​ເວ­ທີ​ໃຫ້​ຜູ້​ປະ­ກອບ​ການສາ­ມາດ​ນຳ​ສະ­ເໜີ​ແນວ​ຄວາມ​ຄິດ​ຕໍ່​ນັກ ລົງ­ທຶນ​ເພື່ອ​ຊຸກ­ຍູ້​ໃຫ້​ຜູ້​ປະ­ກອບ​ການ, ປະ­ກອບ­ສ່ວນ​ເຂົ້າ​ໃນ​ໂຄງ­ການ​ຕໍ່​ໄປແລະ​ເພື່ອ​ໃຫ້​ພວກ​ເຂົາ­ເຈົ້າ​ໄດ້​ຮັບ​ຂໍ້​ມູນກ່ຽວ​ກັບ​ຕະ­ຫຼາດ​ໃນ​ພາກ​ພື້ນ.

ສຳ­ລັບ​ການ​ສິດ­ສອນ​ຈະ​ມີ​ຜູ້​ປະ­ກອບການ​ໃໝ່ 25 ບໍ­ລິ­ສັດ​ຈາກ 5 ປະ­ເທດ​ຄື:ລາວ, ຫວຽດ­ນາມ, ໄທ, ກຳ­ປູ­ເຈຍ ແລະ ມຽນ​ມາ​ເຂົ້າ​ຮ່ວມ​ໂຄງ­ການ​ພ້ອມ​ກັບ​ຜູ້ສອນ 5 ທ່ານ​ຈາກ 5 ປະ­ເທດ​ເຊັ່ນ​ດຽວກັນ​ຜູ້​ສອນ​ຈະ​ແນະ­ນຳ​ກ່ຽວ​ກັບ​ຂໍ້​ມູນ ແລະ ​ປະ­ສົບ​ການ​ຕົວ​ຈິງ​ກ່ຽວ​ກັບ​ການສ້າງ​ແນວ​ຄິດ​ທາງ​ທຸ­ລະ​ກິດ, ແກ້​ໄຂ​ບັນຫາ​ການ​ກຳ­ນົດ​ຄູ່​ແຂ່ງ​ໃນ​ຂະ­ແໜງ​ທຸລະ​ກິດ, ການ​ເຂົ້າ​ເຖິງ​ລູກ​ຄ້າ, ການ​ດຳເນີນ​ທຸ­ລະ​ກິດ​ກັບ​ຕ່າງ­ປະ­ເທດ, ຮັກ­ສາ ຖານ​ລູກ​ຄ້າ ແລະ​ກໍ­ລະ­ນີ​ສຶກ​ສາ​ຈາກ​ປະ ສົບ​ການ​ຕົວ​ຈິງ.

ສ່ວນ​ຜູ້​ສະ­ໜັບ­ສະ­ໜູນ​ຫຼັກ​ຂອງ​ໂຄງການ​ຊີ້​ຊ່ອງ​ທາງ​ຂອງ​ຜູ້​ປະ­ການ​ໃໝ່​ໃນລຸ່ມ​ແມ່­ນ້ຳ​ຂອງ​ແມ່ນ​ບໍ­ລິ­ສັດ​ເບຍ​ລາວໂກນ, ເນື່ອງ​ຈາກ​ບໍ­ລິ­ສັດ​ດັ່ງ­ກ່າວ​ເຫັນໄດ້​ເຖິງ​ຄວາມ​ສຳ­ຄັນ​ຂອງ​ການ​ສ້າງ​ຜູ້ປະ­ກອບ​ການ​ໃໝ່​ໃນ​ລາວ ແລະ​ໃນ​ລະ­ດັບພາກ​ພື້ນ​ດັ່ງ­ນັ້ນ​ບໍ­ລິ­ສັດຈິ່ງ​ໄດ້​ກ້າວ​ເຂົ້າມາ​ສະ­ໜັບ­ສະ­ໜູນ ແລະ​ເລີ່ມ​ປະ­ກອບສ່ວນ​ຢ່າງ​ເຕັມ­ທີ່​ເຂົ້າ​ໃນ​ຂົງ­ເຂດ​ການ​ພັດທະ​ນາ​ຜູ້​ປະ­ກອບ​ການ​ໃຫ້​ມີ​ຄວາມ​ເຂັ້ມແຂງ ແລະ​ເພື່ອ​ໃຫ້​ພວກ​ເຂົາ­ເຈົ້າ​ສາ­ມາດປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາເສດ­ຖະ­ກິດ​ໄດ້​ຢ່າງ​ແທ້​ຈິງ, ຢ່າງ­ໃດ​ກໍຕາມ​ຖ້າ​ຫາ​ກວ່າ​ທ່ານ​ໃດ​ສົນ­ໃຈ​ເຂົ້າຮ່ວມ​ໃນ​ໂຄງ­ການ​ດັ່ງ­ກ່າວ​ກໍ​ສາ­ມາດ ສະ­ໝັກ ແລະ​ລົງ­ທະ­ບຽນ​ໄດ້​ທີ www. mekongsnexttop.org ຫຼືສອບຖາມ Info@tohlao.comໂທ 030 532 9008 ແລະ 020 7701 0655 ຊຶ່ງ​ບໍ່​ໄດ້​ເສຍ​ຄ່າ​ໃດໆ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...