spot_img
Homeຂ່າວການພັດທະນາລັດ​ອອກ​ແຈ້ງ​ການ​ຫ້າມຊື້-ຂາຍ ກຳ­ມະ­ສິດ​ທີ່​ດິນ​ໃນ​ພື້ນ​ທີ່ເຂດ​ເສດ­ຖະ­ກິດ​ພິ­ເສດ​ຫຼວງ​ພະ​ບາງ

ລັດ​ອອກ​ແຈ້ງ​ການ​ຫ້າມຊື້-ຂາຍ ກຳ­ມະ­ສິດ​ທີ່​ດິນ​ໃນ​ພື້ນ​ທີ່ເຂດ​ເສດ­ຖະ­ກິດ​ພິ­ເສດ​ຫຼວງ​ພະ​ບາງ

Published on

ພາຍ­ຫຼັງ​ທີ່​ລັດ­ຖະ­ບານ​ໄດ້​ມີ​ການ​ເຊັນ​ສັນ­ຍາ​ອະ­ນຸ­ມັດ​ພື້ນ​ທີ່​ດິນ​ຈຳ­ນວນ 4 ພັນ​ກວ່າ​ເຮັກ­ຕາ​ໃຫ້​ກັບ​ກຸ່ມ​ບໍ­ລິ­ສັດ​ພູ​ສີ​ຈຳກັດ​ເມື່ອ​ກາງ​ເດືອນ​ມັງ­ກອນ​ຜ່ານ​ມາ ເພື່ອ​ພັດ­ທະ­ນາ​ຊານ​ເມືອງ­ເກົ່າ​ຫຼວງ​ພະ ບາງ ແລະ​ເມືອງ​ໃໝ່​ຈອມ​ເພັດ​ຈຳ­ນວນໜຶ່ງ ໃຫ້​ກາຍ­ເປັນ​ເຂດ​ເສດ­ຖະ­ກິດ​ພິ­ເສດຫຼວງ​ພະ​ບາງ ເພື່ອ​ເຮັດ​ໃຫ້­ການ​ພັດ​ທະນາ​ຫຼີກ­ເວັ້ນ​ບັນ­ຫາລັດ​ກໍ​ຄື​ອຳ­ນາດ​ການປົກ­ຄອງ​ແຂວງ ໄດ້​ອອກ​ແຈ້ງ​ການ​ໃຫ້ປະ­ຊາ­ຊົນ​ຢຸດ­ຕິ, ການ​ຊື້-ຂາຍ​ກຳ­ມະ­ສິດທີ່​ດິນລວມ​ທັງ​ການ​ປຸກ​ສ້າງ​ສິ່ງ​ຕ່າງໆ ໃສ່​ເຂດ​ດັ່ງ­ກ່າວ.

ຕາມ​ຂໍ້​ມູນ​ຈາກ​ທີມ​ຂ່າວ​ໜັງ­ສື­ພິມ ເສດ­ຖະ­ກິດ-ສັງ­ຄົມ ປະ­ຈຳ​ແຂວງ​ຫຼວງພະ​ບາງ​ໃຫ້​ຮູ້​ວ່າ: ວັນ​ທີ 7 ມີ­ນາ 2016 ອຳ­ນາດ​ການ​ປົກ­ຄອງ​ແຂວງ​ຫຼວງ​ພະບາງ ໄດ້​ອອກ​ແຈ້ງ​ການ​ສະ­ບັບ​ເລກ​ທີ 01/ຈຂ.ຫຼບ ເຖິງ​ບັນ­ດາ​ພະ­ແນກ­ການ, ກົມ​ກອງ​ອ້ອມ​ຂ້າງ, ອົງ­ການ​ປົກ­ຄອງ ເມືອງ​ຈອມ​ເພັດ, ເມືອງ​ຫຼວງ​ພະ​ບາງ ຕະຫຼອດ​ຮອດ​ພໍ່​ແມ່​ປະ­ຊາ­ຊົນ​ພາຍ​ໃນ​ແຂວງ ໂດຍ​ໃຫ້​ຢຸດ­ຕິ​ການ​ຈັບ​ຈ່ອງ​ຊື້-ຂາຍ ກຳ­ມະ­ສິດ​ທີ່​ດິນ ແລະ​ປຸກ​ສ້າງ​ສິ່ງ​ຕ່າງໆ​ໃນ​ພື້ນ​ທີ່​ຈຳ­ນວນ 4.850 ເຮັກ­ຕາ​ເຂດ​ຊານ​ເມືອງ­ເກົ່າຫຼວງ​ພະ​ບາງ  ແລະ​ເຂດ​ບໍ່​ມີ​ການ​ພັດ­ທະ­ນາ​ເມືອງ​ໃໝ່​ຈອມ​ເພັດ ເນື່ອງ​ຈາ​ກວ່າ​ເຂດ​ດັ່ງ­ກ່າວ​ທາງ​ລັດ­ຖະ­ບານ​ຈະ​ໄດ້​ພັດ­ທະ­ນາ​ໃຫ້​ເປັນ​ເຂດ​ເສດ­ຖະ­ກິດ​ພິ­ເສດ​ຂອງ​ແຂວງ, ຖ້າ​ມີ​ການ​ລະ­ເມີດ​ຈະ​ຖືກ​ປະ­ຕິ­ບັດ​ຕາມ ລະ­ບຽບ​ກົດ­ໝາຍ.

ທັງ​ນີ້ ສະ­ພາ​ບໍ­ລິ­ຫານ​ເຂດ​ເສດ­ຖະ­ກິດ​ຫຼວງ​ພະ​ບາງ​ແມ່ນ​ຈະ​ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ກຳ­ມະ­ການຮັບ­ຜິດ­ຊອບ​ໃນ​ການ​ສຳ​ຫຼວດ-ວັດ­ແທກ, ຊົດ​ເຊີຍ, ປັກ​ຫຼັກ​ໝາຍ​ຂອບ​ເຂດ ແລະ​ອອກ​ໃບ​ສິດ​ນຳ ໃຊ້​ທີ່​ດິນ​ລັດ​ຂອງ​ເຂດ​ເສດ­ຖະ­ກິດ​ພິ­ເສດ​ແຂວງ ທີ່​ປະ­ກອບ​ດ້ວຍ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ​ຈາກສູນ​ກາງ ແລະ​ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນ ເພື່ອ​ປະ​ເມີນ​ລາ­ຄາ, ໄກ່​ເກ່ຍ, ຊົດ​ເຊີຍ​ໃຫ້​ແກ່​ປະ­ຊາ­ຊົນ ທີ່​ດຳ­ລົງ​ຊີ­ວິດ ໃນ​ຂົງ­ເຂດ​ດັ່ງ­ກ່າວ.

ສຳ­ລັບ​ເຂດ​ພັດ­ທະ­ນາ​ເຂດ​ເສດ­ຖະ­ກິດ​ພິ­ເສດ​ຫຼວງ​ພະ​ບາງ​ແມ່ນ​ໄດ້​ມີ​ການ​ເຊັນ​ສັນ­ຍາ​ອະ­ນຸມັດ ລະ­ຫວ່າງ​ຄະ­ນະ​ກຳ­ມະ­ການ​ແຫ່ງ​ຊາດ​ເພື່ອ​ການ​ຄຸ້ມ​ຄອງ​ເຂດ​ເສດ­ຖະ­ກິດ​ພິ­ເສດ ແລະ​ເຂດເສດ­ຖະ­ກິດ​ສະ­ເພາະ (ຄຂພສ) ກັບ​ກຸ່ມ​ບໍ­ລິ­ສັດ​ພູ​ສີ ຈຳ­ກັດ ໃນ​ວັນ​ທີ 17 ມັງ­ກອນ 2016 ທີ່ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ​ອາ­ຍຸ​ການສຳ​ປະ­ທານ​ທັງ​ໝົດ 99 ປີ ຊຶ່ງບໍ­ລິ­ສັດຈະ​ພັດ­ທະ­ນາ​ເຂດ​ໃຫ້​ຕິດ​ພັນ​ກັບ​ການ ອະ­ນຸ​ຮັກ​ວັດ­ທະ­ນະ­ທຳ ແລະ​ປົກ​ປັກ​ຮັກ ສາ​ສະ­ພາບ​ແວດ​ລ້ອມ​ເພື່ອ​ຮອງ​ຮັບ​ການ ຂະ­ຫຍາຍ­ຕົວ​ເສດ­ຖະ­ກິດ-ສັງ­ຄົມ ຂອງ ແຂວງ​ໃຫ້​ຄຽງ​ຄູ່​ກັບ​ການ​ອະ­ນຸ​ຮັກ​ເມືອງມໍ­ລະ­ດົກ​ໂລກ​ແບບ​ຍືນ​ຍົງ, ເປັນ​ສູນ​ກາງບໍ­ລິ­ການ​ທີ່​ທັນ​ສະ­ໄໝ, ສະ­ດວກ ແລະ ວ່ອງ­ໄວ.

ພ້ອມ​ດຽວ​ກັນ​ນັ້ນ​ກໍ​ເປັນ​ການ​ດຶງ​ດູດ​ນັກ​ລົງ­ທຶນ​ທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ໃຫ້​ເຂົ້າ​ມາ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ, ສ້າງ​ລະ­ບົບ​ສາ​ທາ​ລະ​ນູ​ປະ​ໂພກ​ຄົບ​ວົງ ຈອນ​ເຊັ່ນ: ພື້ນ­ຖານ​ໂຄງ​ລາງ​ເສັ້ນ­ທາງ, ລະ­ບົບ​ໄຟ­ຟ້າ, ນໍ້າ​ປະ­ປາ, ໂຮງ­ຮຽນ, ໂຮງ­ໝໍ, ໂຮງ­ແຮມ, ສູນ​ການ​ຄ້າ, ທະ​ນາຄານ, ອາ­ຄານ​ທຸ­ລະ​ກິດ​ສູງ 23 ຊັ້ນ, ເຮືອນ​ພັກ​ສຳ­ລັບ​ຄົນ​ອາ­ຍຸ​ສູງ, ຈັດ​ສັນ ເຂດ​ກະ­ສິ­ກຳ​ອິນ​ຊີ​ປອດ​ສານ­ພິດ, ຈັດ​ສັນເຂດ​ອຸດ­ສາ­ຫະ­ກຳ​ຂະ­ໜາດ​ກາງ, ຂະ­ໜາດໃຫຍ່, ຈັດ​ສັນ​ແຫຼ່ງ​ບຳ­ບັດ​ນໍ້າ​ເສຍ ໂດຍຄາດ​ວ່າ​ຈະ​ໃຊ້​ທຶນ​ເຂົ້າ​ໃນ​ການ​ພັດ­ທະ­ນາ ໂຄງ­ການ​ປະ­ມານ 1,2 ຕື້​ໂດ​ລາ​ສະ­ຫະລັດ.

ແນວ­ໃດ​ກໍ​ດີ ຖ້າ​ການ​ພັດ­ທະ­ນາ​ໂຄງການ​ດັ່ງ­ກ່າວ​ສຳ­ເລັດ ຄາດ​ວ່າ​ຈະ​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ທີ່​ໝັ້ນ­ຄົງໃຫ້​ປະ­ຊາ­ຊົນ​ພາຍ​ໃນ​ທ້ອງ­ຖິ່ນ​ເຂດ​ອ້ອມຂ້າງ​ໂຄງ­ການ​ໄດ້​ເປັນ​ຈຳ­ນວນ​ຫຼາຍ, ນອກ­ຈາກ​ນີ້ ກຸ່ມ​ບໍ­ລິ­ສັດ​ດັ່ງ­ກ່າວ​ຍັງ​ຈະສ້າງ​ຂົວ​ຂ້າມ​ນ້ຳ­ຂອງ​ເພື່ອ​ເຊື່ອມ​ຈອດລະ­ຫວ່າງ​ເຂດ​ຊານ­ເມືອງ​ຫຼວງ​ພະ​ບາງຫາ​ເມືອງ​ຈອມ​ເພັດ​ຕື່ມ​ອີກ​ແນ­ໃສ່​ອຳນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ໄປ-ມາຫາ​ສູ່​ຕະ­ຫຼອດ​ຮອດ​ການ​ຂົນ­ສົ່ງ​ສິນ­ຄ້າຂອງ​ປະ­ຊາ­ຊົນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...