Homeຂ່າວການພັດທະນາການຮ່ວມມືດ້ານແຮງງານລາວ-ໄທ ຍັງຂາດການພັດທະນາສີມືແຮງງານ

ການຮ່ວມມືດ້ານແຮງງານລາວ-ໄທ ຍັງຂາດການພັດທະນາສີມືແຮງງານ

Published on

ໃນວັນທີ 18 ມີນາຜ່ານມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດກອງປະຊຸມພົບປະກັບກະຊວງແຮງງງານ ແຫ່ງປະເທດໄທ ຂຶ້ນທີ່ໂຮງແຮມລາວ ພລາຊາ, ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ດຣ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ພົນເອກ ສີຣິໄຊ ດິດຖະກຸນ ລັດຖະມົນຕີວ່າການກະຊວງແຮງງານ ຂອງປະເທດໄທ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບລັດຖະມົນຕີວ່າການກະຊວງແຮງງານ ຂອງໄທ ທີ່ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມ, ຖືໄດ້ວ່າເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນຄວາມສາມັກຄີ

ມິດຕະພາບ ແລະ ການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ໄທ ເພື່ອເຮັດໃຫ້ການຮ່ວມມືມີຄວາມແໜ້ນແຟ້ນຂຶ້ນຕື່ມ. ໃນກອງປະຊຸມລັດຖະມົນຕີ ຍັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ, ວຽກງານແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ແລະ ການຮ່ວມມື 2 ກະຊວງ ຕໍ່ລັດຖະມົນຕີແຮງງານຂອງໄທ, ພ້ອມນັ້ນ ການລົງນາມໃນສັນຍາ MOU ກ່ຽວກັບການຮ່ວມມືດ້ານການຈ້າງງານລາວ-ໄທ ແລະ ໄທ-ລາວ ທີ່ 2 ລັດຖະບານໄດ້ລົງນາມໃນປີ 2002 ຜ່ານມາ, ມັນໄດ້ເຮັດໃຫ້ການສົ່ງ ແລະ ການຮັບແຮງງານທັງສອງປະເທດ ນັບມື້ໄດ້ຮັບການສົ່ງເສີມຫລາຍຂຶ້ນໃນແຕ່ລະປີ, ແຕ່ເມື່ອທຽບໃສ່ກັບຄວາມຮຽກຮ້ອງຕ້ອງການແລ້ວ ເຫັນວ່າຍັງບໍ່ທັນສາມາດຕອບສະໜອງໄດ້ເທື່ອ,ຍ້ອນການລົງນາມດັ່ງກ່າວ ບໍ່ໄດ້ກວມເອົາການຮ່ວມມືດ້ານການພັດທະນາສີມືແຮງງານ ແລະ ການຝຶກວິຊາອາຊີບ,ການຄຸ້ມຄອງ, ການປົກປ້ອງສິດທິ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ, ຜູ້ໃຊ້ແຮງງານ. ດັ່ງນັ້ນ ຈຶ່ງມີຄວາມຈຳເປັນໃຫ້ປັບປຸງສັນຍາຄືນໃໝ່ໃຫ້ມີຄວາມສອດຄ່ອງກັບສະພາບປັດຈຸບັນຫລາຍກວ່າເກົ່າ.

ແຫລ່ງຂ່າວຈາກ: ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...