spot_img
Homeຂ່າວການພັດທະນາຕະ­ຫຼາດ​ສະ­ບາຍ­ດີ​ຈະ​ຊ່ວຍ​ຍົກ​ລະ­ດັບ​ການ​ຄ້າ ເມືອງ​ປາກ​ເຊໃຫ້​ມີ​ຄວາມ​ຫຼາກ​ຫຼາຍ

ຕະ­ຫຼາດ​ສະ­ບາຍ­ດີ​ຈະ​ຊ່ວຍ​ຍົກ​ລະ­ດັບ​ການ​ຄ້າ ເມືອງ​ປາກ​ເຊໃຫ້​ມີ​ຄວາມ​ຫຼາກ​ຫຼາຍ

Published on

 

ສູນ​ການ​ຄ້າ​ເຟຣັນ​ຊີບ​ມໍ ຫຼື ຕະຫຼາດ​ສະ­ບາຍ­ດີ​ຈະ​ໄດ້​ມີ​ການ​ເປີດ​ບໍ​ລິການ​ໃນ​ມໍ່ໆ​ນີ້ ພາຍ­ຫຼັງ​ທີ່​ກຸ່ມ​ບໍ­ລິ­ສັດ​ຕັງຈະ­ເລີນ​ໄດ້​ທຸ່ມ​ເງິນ​ເຖິງ 176 ຕື້​ກີບ ຫຼື ປະ­ມານ 22 ລ້ານ​ໂດ​ລາ ເຂົ້າ​ໃນ​ການ​ກໍ່ສ້າງຫວັງ​ພັດ­ທະ­ນາ​ການ​ຄ້າ​ການ​ບໍ​ລິການ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ; ໃນ​ຂະ­ນະ​ທີ່ ທ່ານ​ຮອງ​ຜູ້­ອຳ­ນວຍ­ການ​ໝັ້ນ​ໃຈ​ພາຍຫຼັງ​ທີ່​ເປີດ​ໃຫ້​ບໍ­ລິ­ການ​ແລ້ວ ຈະ​ສາ­ມາດ​ດຶງ​ດູດ​ສ້າງ​ຄວາມ​ສົນ­ໃຈ​ຕໍ່​ສັງ­ຄົມ ແລະ​ຈະ​ສາ­ມາດ​ຜັກ​ດັນ​ຂະ​ບວນ​ການ​ຄ້າ­ຂາຍ​ສິນ­ຄ້າ​ພາຍ​ໃນ​ເມືອງ​ກໍ່​ຄື​ແຂວງ​ໃຫ້​ມີ​ບັນ­ຍາ­ກາດ​ຄຶກ­ຄື້ນ​ຂຶ້ນ.

ທ່ານ ຄຳ​ໄຕ ແກ້ວ​ດວງ​ດີ ຮອງ​ຜູ້​ອຳນວຍ​ການ​ກຸ່ມ​ບໍ­ລິ­ສັດ​ຕັງ​ຈະ­ເລີນ​ໃຫ້​ສຳພາດ​ວ່າ: ໂຄງ­ການ​ກໍ່­ສ້າງສູນ​ການ​ຄ້າເຟຣັນ​ຊີບ​ມໍ ຫຼື ຕະ­ຫຼາດ​ສະບາຍ​ດີ​ທີ່​ຫຼັກ 2 ເມືອງ​ປາກ​ເຊ ແຂວງ ຈຳ­ປາ​ສັກ, ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ມາ​ແຕ່ ຕົ້ນ​ປີ 2014 ໃນ​ເນື້ອ­ທີ່​ເກືອບ 2 ເຮັກຕາ, ມາ​ຮອດ​ປະ­ຈຸ​ບັນ​ແມ່ນ​ໄດ້​ສຳ­ເລັດ ແລ້ວ 100%, ໃນ​ມູນ​ຄ່າ​ການ​ກໍ່­ສ້າງທັງ​ໝົດ 22 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ, ຊຶ່ງ​ໃນ​ນັ້ນ​ປະ­ກອບ​ມີຕຶກ​ອາ­ຄານ 3 ຊັ້ນ​ທີ່​ສ້າງ​ເປັນ​ສູນ​ການ​ຄ້າ​ສະ­ບາຍ­ດີ ປະ­ກອບ​ມີ​ໂຮງ​ໜັງ 4 ໂຮງ, ສູນ​ການຄ້າ​ຄົບ​ວົງ​ຈອນ, ຮ້ານ​ອາ­ຫານ ແລະ ອື່ນໆ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ໃນ​ການ​ບໍ​ລິການ​ແຕກ​ຕ່າງ​ຈາກ​ບ່ອນ​ອື່ນ, ນອກຈາກ​ນີ້​ຍັງ​ໄດ້​ມີ​ການ​ກໍ່­ສ້າງ​ເປັນ​ຫ້ອງ​ແຖວ ຫຼາຍ​ຫ້ອງ​ທັງ​ໃຫ້​ເຊົ່າ ແລະ​ຂາຍ​ຂາດຕົວ ເພື່ອ​ສ້າງ​ທາງ​ເລືອກ​ໃຫ້​ກັບ​ລູກ​ຄ້າທີ່​ສົນ­ໃຈ​ເຂົ້າ​ມາ​ຈັບ­ຈອງ​ເພື່ອ​ມາ​ຈຳໜ່າຍ​ສິນ­ຄ້າ​ຂອງ​ຕົນ ແລະ​ຍັງ​ໄດ້​ມີ​ການກໍ່­ສ້າງ​ຕະ­ຫຼາດ​ສົດ​ທີ່​ມີ​ການ​ນຳ​ໃຊ້ ແລະ ມີ​ການ​ຄ້າ­ຂາຍ​ຢ່າງ​ມີ​ບັນ­ຍາ­ກາດ​ແລ້ວເວ­ລາ​ນີ້.

ທ່ານ​ຮອງ​ຜູ້­ອຳ­ນວຍ­ການ​ໃຫ້​ຮູ້​ຕື່ມວ່າ: ເຖິງ​ວ່າ​ບໍ່​ໄດ້​ມີ​ການ​ເປີດ​ນຳ​ໃຊ້​ຢ່າງເປັນ​ທາງ​ການ​ແຕ່​ກໍ່​ມີ​ແມ່​ຄ້າ​ຊາວ​ຂາຍ, ນັກທຸ­ລະ​ກິດ​ທັງ​ພາຍ​ໃນ ແລະ​ຕ່າງ​ປະເທດ​ເຂົ້າ​ມາ​ຈັບ­ຈອງ​ແລ້ວ​ເກືອບ 80-90%, ຊຶ່ງ​ນັ້ນ​ໄດ້​ສະ­ແດງ​ໃຫ້​ເຫັນ​ວ່າ ສູນ​ການ​ຄ້າ​ແຫ່ງ​ນີ້​ໄດ້​ສ້າງ​ຄວາມ​ສົນໃຈ​ຕໍ່​ສັງ­ຄົມ​ເປັນ​ໄປ​ຕາມ​ເປົ້າ​ໝາຍ​ຂອງບໍ­ລິ­ສັດ​ທີ່​ມີ​ຄວາມ​ຕັ້ງ­ໃຈ​ຈະ​ສ້າງ​ເປັນສູນ​ການ​ຄ້າ​ທີ່​ມີ​ຄວາມ​ທັນ​ສະ­ໄໝ ແລະ      ມີ​ຄວາມ​ແຕກ​ຕ່າງ​ຈາກ​ບ່ອນ​ອື່ນໆ​ເພື່ອຍົກ​ລະ­ດັບ​ການ​ບໍ­ລິ­ການ​ໃນ​ເມືອງ​ກໍ​ຄືແຂວງ​ໃຫ້​ມີ​ບັນ­ຍາ­ກາດ​ໃໝ່, ຊຶ່ງ​ສູນ​ການຄ້າ​ແຫ່ງ​ນີ້​ແມ່ນ​ຈະ​ໄດ້​ມີ​ການ​ເປີດ​ການນຳ​ໃຊ້​ຢ່າງ​ເປັນ​ທາງ​ໃນ​ມໍ່ໆ​ນີ້.

ທ່ານ ຄຳ​ໄຕ ແກ້ວ​ດວງ​ດີ ໃຫ້​ຮູ້​ຕື່ມວ່າ: ນອກ­ຈາກ​ບໍ­ລິ­ສັດ​ຈະ​ໄດ້​ມີ​ການ​ລົງທຶນ​ກໍ່­ສ້າງ​ສູນ​ການ​ຄ້າ​ສະ­ບາຍ­ດີ​ທີ່​ເມືອງປາກ​ເຊ, ປະ­ຈຸ​ບັນ​ບໍ­ລິ­ສັດ​ຍັງ​ໄດ້​ລົງ­ທຶນກໍ່­ສ້າງ​ສູນ​ການ​ຄ້າ​ທີ່​ດອນ​ໜູນ​ນະ­ຄອນຫຼວງ​ວຽງ​ຈັນ​ໃກ້​ຈະ​ສຳ­ເລັດ, ຊຶ່ງ​ເປັນ​ສູນການ​ຄ້າ​ທີ່​ມີ​ຄວາມ​ທັນ​ສະ­ໄໝ ແລະ​ມີຄວາມ​ເໝາະ​ສົມ​ທີ່​ສຸດ, ນອກ­ຈາກ​ນີ້ ບໍ​ລິສັດ​ຍັງ​ໄດ້​ລົງ­ທຶນ​ກໍ່­ສ້າງ​ໂຮງ­ແຮມ​ລະດັບ 5 ດາວ​ທີ່​ວັງ​ວຽງ​ນຳ​ອີກ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...