Homeຂ່າວທ້ອງຖິ່ນ2 ພາກ­ສ່ວນ​ລົງ​ຢ້ຽມ­ຢາມ 5 ໂຄງ­ການຊ່ວຍ­ເຫຼືອ​ນໍ້າປະ­ປາ​ເມືອງ​ສັງ​ທອງ

2 ພາກ­ສ່ວນ​ລົງ​ຢ້ຽມ­ຢາມ 5 ໂຄງ­ການຊ່ວຍ­ເຫຼືອ​ນໍ້າປະ­ປາ​ເມືອງ​ສັງ​ທອງ

Published on

ວັນ​ທີ 18 ມີ­ນາ​ຜ່ານ​ມາ ລັດ​ວິສາ​ຫະ​ກິດ​ນ້ຳ​ປະ­ປາ​ນະ­ຄອນ­ຫຼວງ​ຮ່ວມກັບ​ສະ­ມາ­ຄົມ​ສາ­ກົນ​ເຈົ້າ​ຄອງ​ນະ­ຄອນຫຼວງ​ທີ່​ໃຊ້​ພາ­ສາ​ຝຣັ່ງ (AIMF) ແລະ ອົງ­ການ​ນ້ຳ​ແຣັງ​ເມີ​ໄດ້​ລົງ​ຢ້ຽມ­ຢາມ ໂຄງ­ການ​ຊ່ວຍ­ເຫຼືອ​ການ​ກໍ່­ສ້າງ​ລະ­ບົບນ້ຳ​ປະ­ປາ ບ້ານ​ແກ້ງ​ໝໍ້ ແລະ​ສຳ­ພັນ​ນາ ເມືອງ​ສັງ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ, ນຳ​ໂດຍ ທ່ານ ຄຳ​ເຜີຍ ວົງ­ສາ​ຄຳ​ຜຸຍ ຜູ້ອຳ­ນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ນ້ຳ​ປະ­ປາ ນະ­ຄອນ­ຫຼວງ​ວຽງ​ຈັນ, ທ່ານ SZACOWNY Chistian ຫົວ­ໜ້າ​ອົງ­ການ AIMF ພ້ອມ​ຄະ­ນະ, ທ່ານ ຄຳ​ໝູນ ຕຽງ​ທະ​ລາດ ເຈົ້າ­ເມືອງໆ​ສັງ​ທອງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ວຽງ​ທວາຍ ວັນ­ນະ​ລາດ ຮອງອຳ­ນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ນ້ຳ​ປະ­ປາ ນະ­ຄອນ­ຫຼວງ​ວຽງ​ຈັນ ກ່າວ​ວ່າ: ສະ​ມາຄົມ​ຝຣັ່ງ AIMF ແລະ​ອົງ­ການ​ນ້ຳ​ແຣັງ ເມີ ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ໂຄງ­ການ​ກໍ່­ສ້າງ ລະ­ບົບ​ນ້ຳ​ປະ­ປາ​ຈຳ­ນວນ 5 ໂຄງ­ການ​ຄື: ໂຄງ­ການ​ກໍ່­ສ້າງ​ລະ­ບົບ​ນ້ຳ​ປະ­ປາ ບ້ານຫ້ວຍ​ຄຳ ແລະ​ບ້ານ​ຄົກ​ເພີງ​ທີ່​ມີ​ມູນ​ຄ່າການ​ກໍ່­ສ້າງ 4,12 ແສນ​ໂດ​ລາ, ມີ​ກຳລັງ​ການ​ຜະ­ລິດ 400 ແມັດ​ກ້ອນ​ຕໍ່​ວັນ, ໂຄງ­ການ​ກໍ່­ສ້າງ​ລະ­ບົບ​ນ້ຳ​ປະ­ປາ​ບ້ານ​ແກ້ງ​ໝໍ້ ແລະ​ສຳ­ພັນ​ນາ ເມືອງ​ສັງ​ທອງ ໃນ​ມູນ​ຄ່າ​ກໍ່­ສ້າງ 2,54 ແສນ​ເອີ​ໂຣ, ກຳລັງ​ການ​ຜະ­ລິດ 500 ແມັດ​ກ້ອນ​ຕໍ່​ວັນ, ສ່ວນ​ໂຄງ­ການ​ກໍ່­ສ້າງ​ລະ­ບົບ​ນ້ຳ​ປະ­ປາບ້ານ​ນາ­ທາມ ມູນ​ຄ່າ​ກໍ່­ສ້າງ 1,64 ແສນ ໂດ​ລາ ມີ​ກຳ­ລັງ​ການ​ຜະ­ລິດ 270 ແມັດ ກ້ອນ​ຕໍ່​ວັນ, ໂຄງ­ການ​ກໍ່­ສ້າງ​ລະ­ບົບ​ນ້ຳປະ­ປາ​ບ້ານ​ນາ​ຊອນ ເມືອງ​ປາກ​ງື່ມ ມູນຄ່າ 1,51 ຕື້​ກີບ ໂດຍ​ກຳ­ລັງ​ການ​ຜະ­ລິດ 300 ແມັດ​ກ້ອນ​ຕໍ່​ວັນ ແລະ​ໂຄງ­ການ​ກໍ່ສ້າງ​ລະ­ບົບ​ນ້ຳ​ປະ­ປາ​ບ້ານ​ບໍ່​ເຫຼັກ​ກິ​ໂລ ແມັດ 36 ກຸ່ມ​ບ້ານ​ຫົວ​ຊຽງ ເມືອງ​ໄຊ​ທາ ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ມູນ​ຄ່າ 2,27 ແສນ​ໂດ​ລາ ກຳ­ລັງ​ການ​ຜະ­ລິດ 500 ແມັດ​ກ້ອນ​ຕໍ່​ວັນ, ຮອດ​ປະ­ຈຸ​ບັນ ປະ­ຊາ ຊົນ​ທົ່ວ​ເມືອງ​ສັງ​ທອງ​ມີ​ນ້ຳ​ປະ­ປາ​ໃຊ້ ພຽງ​ແຕ່ 23% ແລະ​ຍັງ​ເຫຼືອ​ອີກ 77% ແມ່ນ​ບໍ່​ທັນ​ມີ​ນ້ຳ​ປະ­ປາ​ໃຊ້​ເທື່ອ.

ທ່ານ ວິ​ໄຊ ສີ​ຫຼວງ​ລາດ ນາຍ­ບ້ານໆ ແກ້ງ​ໝໍ້​ກ່າວ​ວ່າ: ພາຍ­ຫຼັງ​ທີ່​ມີ​ໂຄງ­ການ ກໍ່­ສ້າງ​ນ້ຳ​ປະ­ປາ​ຂຶ້ນ​ປະ­ຊາ­ຊົນ​ພວກ​ເຮົາສຸດ​ທີ່​ດີ­ໃຈ, ເພາະ​ຜ່ານ​ມາ​ພໍ່​ແມ່​ປະ­ຊາຊົນ​ພົບ​ຄວາມ​ຫຍຸ້ງ­ຍາກ​ຫຼາຍ​ດ້ານ​ເປັນຕົ້ນ​ແມ່ນ​ການ​ຂາດ​ນ້ຳ​ດື່ມ ນ້ຳ​ໃຊ້​ຊຶ່ງ​ພາໃຫ້​ຕ້ອງ​ໄດ້​ຫາບ​ເອົາ​ນ້ຳ​ຈາກ​ແມ່­ນ້ຳຂອງ​ຂຶ້ນ​ມາ ຫຼື ໃຊ້​ນ້ຳ­ສ້າງ, ດັ່ງ­ນັ້ນ ຈິ່ງ​ເຮັດ​ໃຫ້­ການ​ດຳ­ລົງ​ຊີ­ວິດ​ຂອງ​ເຂົາເຈົ້າ​ພົບ​ຄວາມ​ຫຍຸ້ງ­ຍາກ, ແຕ່​ປະ­ຈຸ​ບັນ ຫຼັງ​ຈາກ​ໂຄງ­ການ​ກໍ່­ສ້າງ​ລະ­ບົບ​ນ້ຳ​ປະປາ​ນີ້​ສຳ­ເລັດ​ແມ່ນ​ໄດ້​ຊ່ວຍ​ໃຫ້​ຊີ­ວິດ​ການເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ບ້ານ​ແກ້ງ​ໝໍ້ ແລະ ສຳ­ພັນ​ນາ​ໄດ້​ຮັບ​ການ​ພັດ­ທະ­ນາ​ດີ​ຂຶ້ນ ແລະ​ປະ­ຊາ­ຊົນ ກໍ​ໄດ້​ຊົມ­ໃຊ້​ນ້ຳ​ປະ­ປາແລ້ວ​ຫຼາຍ​ກວ່າ 80%, ພ້ອມ​ນັ້ນ​ຍັງ​ມີຄອບ­ຄົວ​ຈຳ­ນວນ​ໜຶ່ງ ທີ່​ຍັງ​ບໍ່​ທັນ​ໄດ້​ໃຊ້ ເນື່ອງ​ຈາກ​ເງື່ອນ­ໄຂ​ເສດ­ຖະ­ກິດ​ຄອບຄົວ ແລະ​ປັດ​ໄຈ​ຫຼາຍ​ຢ່າງ​ທີ່​ພາ­ໃຫ້​ຍັງບໍ່​ທັນ​ໄດ້​ຊົມ­ໃຊ້​ນ້ຳ​ປະ­ປາ​ເທື່ອ.

ທ່ານ SZACOWNY CHISTIAN ກ່າວ​ວ່າ: ຂ້າ­ພະ­ເຈົ້າ​ມີ​ຄວາມ​ດີໃຈ​ທີ່​ໄດ້​ໃຫ້­ການ​ຮ່ວມ​ມື​ໃນ​ການ​ສ້າງ​ລະ­ບົບ​ນ້ຳ​ປະ­ປາໃນ​ຈຳ­ນວນ 5 ໂຄງ­ການນີ້, ຊຶ່ງ​ມັນ​ໄດ້​ຕິດ​ພັນ​ກັບ​ການ​ຂະ­ຫຍາຍທໍ່​ສົ່ງ​ນ້ຳ​ປະ­ປາ ແລະ​ການ​ຕິດ​ຕັ້ງ​ກົງ​ເຕີນ້ຳ ໂດຍ​ແນ­ໃສ່​ການ​ຕອບ​ສະ­ໜອງ​ນ້ຳ​ສະອາດ ເພື່ອ​ເຮັດ​ໃຫ້​ປະ­ຊາ­ຊົນ​ມີ​ຊີ­ວິດ​ການເປັນ​ຢູ່​ທີ່​ດີ​ຂຶ້ນ ແລະ​ເຊື່ອ​ແນ່​ວ່າ​ໃນ­ຕໍ່­ໜ້າພວກ​ເຮົາ​ກໍ​ຍັງ​ຈະ​ສຶບ​ຕໍ່​ໃຫ້­ການ​ຊ່ວຍເຫຼືອ​ຕໍ່​ໄປ​ຕື່ມ, ສຳ­ລັບ​ການ​ສ້າງ​ໂຄງການ​ກໍ່­ສ້າງ​ນ້ຳ​ປະ­ປາ​ໃຫ້​ບ້ານ​ທີ່​ຍັງ​ບໍ່ທັນ​ມີ​ນ້ຳ​ປະ­ປາ​ໃຊ້​ເທື່ອ​ນັ້ນ​ຈະ​ນຳ­ໄປ​ປຶກສາ​ຫາ­ລື​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ​ອີກ​ຄັ້ງໜຶ່ງ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...