Homeຂ່າວພາຍ​ໃນທ່ານຄິດວ່າ 21 ມີນາ ແມ່ນວັນຫຍັງ?

ທ່ານຄິດວ່າ 21 ມີນາ ແມ່ນວັນຫຍັງ?

Published on

ທ່ານຄິດວ່າ 21 ມີນາ ແມ່ນວັນຫຍັງ?
————————————–
ຂປລ. ຢ່າລືມ! 21 ມີນາ ປີ 1946 ແມ່ນວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ເຊິ່ງວັນດັ່ງກ່າວໄດ້ຫວນຄືນອະດີດທີ່ຈັກກະພັດຝລັ່ງ ແລະ ລູກແຫຼ້ງຕີນມື ປະຕິການຂາຍຊາດ ໄດ້ບຸກຍຶດທ່າແຂກພວກເຂົາໄດ້ຍີງປືນໃຫ່ຍ ແລະ ຍົນຖີ້ມລະເບີດ ເຜົາຜານຕົວເມືອງທ່າແຂກ; ເມື່ອຍຶດໄດ້ແລ້ວພວກເຂົາຍັງໄດ້ຈັບກຸ່ມ ແລະເຂັນຂ້າຊາວເມືອງຢ່າງໂຫດຫ້ຽມ. ບັ້ນຮົບນີ້ ທະຫານ ແລະ ປະຊາຊົນຜູ້ຮັກຊາດເສຍຊີວິດປະມານ 2.000 ຄົນ. ເຫດການຄັ້ງນັ້ນ ຊາວເມືອງທ່າແຂກ ບໍ່ມີວັນລືມຫຼົງໄດ້.

ແຫລ່ງຂ່າວຈາກ: Pathedlao Lao

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...