Homeຂ່າວການພັດທະນາຄະນະກໍາມະການດ້ານວິຊາການສັກຢາກັນພະຍາດ ທົບທວນຜົນສໍາເລັດໃນການສັກຢາ ຢອດຢາກັນພະຍາດ

ຄະນະກໍາມະການດ້ານວິຊາການສັກຢາກັນພະຍາດ ທົບທວນຜົນສໍາເລັດໃນການສັກຢາ ຢອດຢາກັນພະຍາດ

Published on

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມປຶກສາຫາລືຂອງຄະນະກໍາມະການດ້ານວິຊາການສັກຢາກັນພະຍາດຂຶ້ນໃນຕອນເຊົ້າວັນທີ 18 ມີນາ 2016 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ດຣ. ພັດ ເກິ່ງຊາເນດ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ມີບັນດາຄະນະກໍາມະການດ້ານວິຊາການສັກຢາກັນພະຍາດແຂວງ ນະຄອນຫຼວງວຽງຈັນ ບັນດາຜູ້ອໍານວຍການໂຮງໝໍຂັ້ນສູນກາງ ໂຮງໝໍເມືອງ ສຸກສາລາ ແລະ ຊ່ຽວຊານ ພະນັກງານແພດໝໍທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ ການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນຄືນຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານສັກຢາ ຢອດຢາກັນພະຍາດທີ່ໄດ້ປະຕິບັດໃນໄລຍະທີ່ຜ່ານມາ ໂດຍສະເພາະແມ່ນການປະຕິບັດການຕອບໂຕ້ພະຍາດໂປລິໂອ ທີ່ເລີ່ມຈັດຕັ້ງປະຕິບັດແຕ່ເດືອນຕຸລາ 2015 ຫາເດືອນກຸມພາ 2016 ທີ່ຜ່ານມາ ຮວມທັງການນໍາສະເໜີບັນດາຄວາມສ່ຽງທີ່ອາດເປັນປັດໄຈໃຫ້ການລະບາດຂອງພະຍາດໂປລິໂອຍັງສືບຕໍ່ ບັນດາມາດຕະການທີ່ຈະຕ້ອງປະຕິບັດເພື່ອສະກັດກັ້ນບໍ່ໃຫ້ມີການລະບາດໃນຕໍ່ໜ້າ ແລະ ທິດທາງແຜນການທີ່ຈະປະຕິບັດວຽກງານສັກຢາ ຢອດຢາກັນພະຍາດໃນຮອບທີ 4-5 ໃຫ້ເດັກແຕ່ອາຍຸລຸ່ມ 1-15 ປີທີ່ບາງແຂວງຍັງປະຕິບັດບໍ່ທັນສໍາເລັດ ແລະ ຊອກຫາວິທີແກ້ໄຂ ທັງນີ້ ເພື່ອຊອກຫາວິທີແກ້ໄຂ ແລະ ມາດຕະການໃນການຈັດຕັ້ງປະຕິບັດຮ່ວມກັນຂອງຫຼາຍພາກສ່ວນ ແນໃສ່ເພື່ອຮັບປະກັນເຮັດໃຫ້ວຽກງານສັກຢາ ຢອດຢາກັນພະຍາດໃນເດັກທຸກກຸ່ມອາຍຸເປົ້າໝາຍ ໃຫ້ບັນລຸຕາມແຜນການທີ່ວາງໄວ້.

 

ແຫລ່ງຂ່າວຈາກ: ວິທະຍຸ-ໂທທະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...