spot_img
Homeຂ່າວພາຍ​ໃນອາ​ຮຸ່ຍ ເປີດ 4 ສາ­ຂາ​ຈຳ­ໜ່າຍ​ຜະ­ລິດ​ຕະ​ພັນ​ຫັດ­ຖະ­ກຳ​ຢູ່​ຈີນ

ອາ​ຮຸ່ຍ ເປີດ 4 ສາ­ຂາ​ຈຳ­ໜ່າຍ​ຜະ­ລິດ​ຕະ​ພັນ​ຫັດ­ຖະ­ກຳ​ຢູ່​ຈີນ

Published on


ອາ​ຮຸ່ຍ ເປີດ 4 ສາ­ຂາ​ຈຳ­ໜ່າຍ​ຜະ­ລິດ​ຕະ​ພັນ​ຫັດ­ຖະ­ກຳ​ຢູ່​ຈີນ
ອາ​ຮຸ່ຍ ເປີດ 4 ສາ­ຂາ​ຈຳ­ໜ່າຍ​ຜະ­ລິດ​ຕະ​ພັນ​ຫັດ­ຖະ­ກຳ​ຢູ່​ຈີນ

ທ່ານ ອາ​ຮຸ່ຍ ນັກ­ທຸ­ລະ­ກິດ​ຊາວ​ຈີນ​ທີ່​ເປັນ​ຂາ​ປະ­ຈຳ​ຊື້​ເຄື່ອງ​ຜະ­ລິດ​ຕະ​ພັນໄມ້​ອ້າຍ​ອຸ່ນ​ເຮືອນ ປະ­ຈຸ​ບັນ​ໄດ້​ເປີດ​ສາ­ຂາ​ຈຳ­ໜ່າຍ​ສິນ­ຄ້າ​ຢູ່​ຈີນ​ແລ້ວ​ມີ 4 ສາ­ຂາ ເພື່ອ​ນຳ​ເອົາ​ສິນ­ຄ້າ​ປະ­ເພດ​ໂຕະ, ຕັ່ງ ແລະ ອື່ນໆ ອີກ​ຫຼາຍ​ຢ່າງ​ທີ່​ເຮັດ​ດ້ວຍ​ໄມ້​ເສດປະ­ເພດ​ໄມ້​ດູ່,ໄມ້​ຂ່າ​ທີ່​ຕົກ­ແຕ່ງ​ຈາກ​ສີ­ມື​ອັນ​ປາ­ນີດ ແລະ ມີ​ຫຼາຍ​ສີ­ສັນ​ສາ­ມາດ​ດຶງດູດ​ລູກ​ຄ້າ​ຊາວ​ຈີນ​ເປັນ​ຢ່າງ​ດີ.

ທ່ານ ອາ​ຮຸ່ຍ ນັກ­ທຸ­ລະ­ກິດ​ຈີນ​ໄດ້​ໃຫ້​ສຳ­ພາດ​ຕໍ່​ທີມ​ຂ່າວ​ເສດ­ຖະ­ກິດŒ-ສັງ­ຄົມ ຫວ່າງ​ບໍ່​ດົນ​ມາ​ນີ້​ວ່າ: ເພື່ອ​ສ້າງ​ຄວາມ​ສະ­ດວກ​ໃນ​ການ​ນຳ​ສິນ­ຄ້າ ກໍ​ຄື​ຜະ­ລິດ​ຕະພັນ​ຫັດ­ຖະ­ກຳ​ໄມ້​ໄປ​ວາງ​ຂາຍ​ຢູ່​ຈີນ   ຈິ່ງ​ໄດ້​ເປີດ​ສາ­ຂາ​ໄວ້​ຢູ່ 4 ແຫ່ງ​ຄື: ຢູ່​ນະ­ຄອນຫຼວງ​ປັກ​ກິ່ງ, ຊຽງ​ໄຮ, ກວາງ​ເຈົາ ແລະ ຈາງ​ຊູ ເມືອງ​ຫານ​ຈຸ ແຂວງ​ຈານ​ຊູ ໃນ​ປີໜຶ່ງ​ຈະ​ນຳ​ສິນ­ຄ້າ​ເຂົ້າ​ວາງ​ຂາຍ​ປີ​ລະ 4Œ-5 ຄັ້ງ ແລະ ຜະ­ລິດ​ຕະ​ພັນທີ່​ນຳ­ໄປ​ວາງ​ຂາຍ​ໃຫ້​ລູກ​ຄ້າ​ກໍ​ແມ່ນປະ­ເພດ ໂຕະ, ຕັ່ງ, ໂອ​ໄມ້ ແລະ ຍັງ​ອີກຫຼາຍໆ​ຢ່າງ​ທີ່​ເຮັດ​ດ້ວຍ​ໄມ້​ເສດ​ປະ­ເພດໄມ້​ດູ່, ໄມ້​ຂ່າ​ທີ່​ຕົກ­ແຕ່ງ​ຕາມ​ລາຍ​ໄມ້ຈາກ​ສີ­ມື​ອັນ​ປາ­ນີດ​ຂອງ​ລາວ​ກໍ​ຄື​ຂອງອ້າຍ​ອຸ່ນ​ເຮືອນ.

ສຳ­ລັບ​ການ​ຕອບ​ຮັບ​ຂອງ​ລູກ​ຄ້າ​ຢູ່ແຕ່​ລະ​ສາ­ຂາ​ແມ່ນ​ດີ​ພໍ​ສົມ­ຄວນ​ຈິ່ງ​ເຮັດໃຫ້​ຈຳ­ນວນ​ສັ່ງ​ຊື້ ແຕ່​ລະ​ປີ​ເພີ່ມ​ຂຶ້ນ​ຕາມລຳ­ດັບ ມາ​ຮອດ​ປະ­ຈຸ​ບັນ​ເປັນ​ປີ​ທີ 4 ແລ້ວ​ໃນ​ການ​ສັ່ງ​ຊື້​ສົ່ງ​ເຂົ້າ​ໄປ​ຂາຍ​ຢູ່​ຈີນ ຊຶ່ງ​ກະ­ແສ​ລູກ​ຄ້າ​ລາຍ​ໃຫຍ່​ຊາວ​ຈີນເຂົ້າຊື້​ໃນ​ແຕ່​ລະ​ປີ​ແມ່ນ​ມີ​ຄວາມ​ຄຶກ­ຄື້ນ​ພໍ​ສົມຄວນ.

ທ່ານ ອາ​ຮຸ່ຍ ຍັງ​ກ່າວ​ຕື່ມ​ວ່າ: ຜະ­ລິດຕະ​ພັນ​ຫັດ­ຖະ­ກຳ​ໄມ້​ທີ່​ນຳ­ໄປ​ຈຳ­ໜ່າຍ​ໄດ້ກາຍ­ເປັນ​ທີ່​ຮູ້­ຈັກ​ກັນ​ດີ​ຂອງ​ຕະ­ຫຼາດ ໂດຍ​ສະ­ເພາະ​ແມ່ນ​ຢູ່​ຈີນ ສະ­ນັ້ນ ຫາກທາງ​ການ​ຂອງ​ຈີນ​ມີ​ການ​ເປີດ​ຕະ­ຫຼາດວາງ­ສະ­ແດງ​ສິນ­ຄ້າ​ຜະ­ລິດ​ຕະ​ພັນ​ໄມ້ ແມ່ນ​ຈະ​ໄດ້​ເຂົ້າ​ຮ່ວມ​ເກືອບ​ທຸກ​ຄັ້ງ ແລະ ໃນ​ການ​ເຂົ້າ​ຮ່ວມ​ປະ​ກວດ​ແຕ່​ລະ​ຄັ້ງແມ່ນ​ຈະ​ໄດ້​ຮັບ​ລາ­ງວັນ​ຢູ່​ໃນ​ລະ­ດັບ​ດີ​ຕະຫຼອດ​ມາ.

ການ​ເປີດ​ສາ­ຂາ​ຢູ່ 4 ແຫ່ງ​ນີ້ ຍິ່ງ​ເພີ່ມຕະ­ຫຼາດ​ໃຫ້​ເປັນ​ທີ່​ຮູ້­ຈັກ​ກັນ​ຢ່າງ​ກວ້າງຂວາງ​ຕໍ່​ລູກ​ຄ້າ​ທີ່​ຢາກ​ຊື້​ຜະ­ລິດ​ຕະ​ພັນ​ໄມ້ນຳ​ໃຊ້​ໄວ້​ປະ­ດັບ​ເອ້­ຍ້ອງ​ເຮືອນ​ຊານ, ໜ້າຮ້ານ ແລະ ບ່ອນ​ທີ່​ສຳ­ຄັນ​ຕາມ​ຄວາມເໝາະ​ສົມໃນ­ຕໍ່­ໜ້າ​ຫາກ​ລູກ​ຄ້າ​ມີ​ການຕອບ​ຮັບ​ສູງ ຄາດ​ຈະ​ເປີດ​ສາ­ຂາ​ໃໝ່​ຕື່ມອີກ. ທ່ານ ອາ​ຮຸ່ຍ ກ່າວ.

ທີ່ມາ http://www.sedthakid.la/khao/18646.spc

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...