spot_img
Homeຂ່າວຕ່າງປະເທດອິ​ອອນ​ກຽມ​ຊື້​ບິ​ກຊີ​ຫວຽດນາມ​ 800 ລ້ານ​ໂດ​ລາ

ອິ​ອອນ​ກຽມ​ຊື້​ບິ​ກຊີ​ຫວຽດນາມ​ 800 ລ້ານ​ໂດ​ລາ

Published on

ບໍລິສັດ​ອິອອນ​ຈາກ​ຍີ່ປຸ່ນ​ໃກ້​ບັນລຸ​ຂໍ້​ຕົກ​ລົງ​ໃນ​ການ​ຊື້​ກິດຈະການ​ຄ້າ​ຍ່ອຍ​ບິ​ກຊີ​ຢູ່​ຫວຽດນາມ ຈາກ​ບໍລິສັດ​ຄາ​ສິ​ໂນ​ຈາກ​ຝຣັ່ງ.

ສຳນັກຂ່າວຕ່າງປະ​ເທ​ດລາຍ​ງານ​ວ່າ ອິນອອນ​ກາຍ​ເປັນ​ຜູ້​ທີ່​ຈະ​ຊະນະ​ການ​ປະມູນ ຫຼັງ​ຈາກ​ຍື່ນຂໍ້​ສະ​ເໜີ​ມູນ​ຄ່າ​ຫຼາຍ​ກວ່າ 800 ລ້ານ​ໂດ​ລາ​ສະ​ລັດ ​ແລະ ໜ້າຈະ​ປະກາດ​ຢ່າງ​ເປັນ​ທາງ​ການ​ໄດ້​ພາຍ​ໃນ​ອາທິດ​ນີ້ ຢ່າງ​ໃດ​ກໍ​ຕາມ ຍັງ​ມີ​ຄວາມ​ເປັນ​ໄປ​ໄດ້ທີ່​ຈະ​ບໍ່​ຊະນະ ​ເພາະ​ຍັງ​ບໍ່​ບັນລຸ​ຂໍ້​ຕົກລົງ​ຂັ້ນ​ສຸດ​ທ້າຍ, ສ່ວນ​ຜູ້​ຢື່ນຂໍ້​ສະ​ເໜີ​ມີ​ຄື ລ໋ອດ​ເຕຈາກ​ ສ.ເກົາຫຼີ, ​ເຊັນ​ທຣັລ ກຣຸບຈາກ​ໄທ ​ແລະ ທີ​ຊີ​ຊີ ​ໂຮ​ລດິງທີ່​ຫາ​ກໍ່​ຊື້​ກິດຈະການ​ບິ​ກຊີ​ຢູ່​ໄທ​ໃນ​ເດືອນ​ທີ່​ຜ່ານ​ມາ​ດ້ວຍ​ລາຄາ 3,1 ຕື້​ເອີ​ໂຣ.

ທັງ​ນີ້​ ໜີ້​ທີ່​ເພີ່ມ​ສູງ​ຂຶ້ນສົ່ງ​ຜົນ​ເຮັດ​ໃຫ້​ຄາ​ສິ​ໂນ​ຕັດສິນ​ໃຈ​ຂາຍ​ທຸ​ລະ​ກິດ​ໃນ​ອາ​ເມ​ລິ​ກາ​ລາ​ຕິນ ​ແລະ ອາຊີ ຫັນ​ໄປ​ເຮັດ​ທຸລະ​ກິດ​ໃນ​ຝຣັ່ງ ຊຶ່ງ​ເປັນ​ຕະຫຼາດ​ໃຫຍ່​ສຸດ​ຂອງ​ຕົນ​ຢ່າງ​ເຕັມທີ່, ສ່ວນອິອອນ ປະຈຸ​ບັນ​ມີ​ທັງ​ຊຸບ​ເປີ​ມາ​ເກັ​ດກໍ່​ຈະ​ຊ່ວຍ​ເພີ່ມ​ທ່າແຮງ​ໃນ​ການ​ບຸກຕະຫຼາດ​ຄ້າ​ຍ່ອຍ​​ຫວຽດນາມ​ຫຼາຍ​ຂຶ້ນ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...