spot_img
Homeຂ່າວຕ່າງປະເທດຄົນຟິລິບ​ປິນວິ​ໄນ​ການ​ເງິນ​ດີ ແຕ່​ສ່ຽງ​ເປັນ​ໜີ້

ຄົນຟິລິບ​ປິນວິ​ໄນ​ການ​ເງິນ​ດີ ແຕ່​ສ່ຽງ​ເປັນ​ໜີ້

Published on

ຟິລິບ​ປິນຖື​ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ມີ​ວິ​ໄນ​ໃນ​ການ​ໃຊ້​ຈ່າຍ​ເງິນ ​ໂດຍ​ສະ​ເພາະ​ໃນ​ເລື່ອ​ງການ​ທ້ອນ​​ເງິນ ​ແລະການຈັດ​ສັນ​ການ​ລົງທຶນ.

ຢ່າງ​ໃດກໍ​ຕາມ ສະຖິຕິ​ທີ່​ເປີດ​ເຜີຍ​ພົບ​ວ່າ ນັກ​ລົງທຶນ​ຊາວ​ຟິລິບ​ປິນ 4 ຈາກ 10 ຄົນ ສ່ຽງ​ເປັນ​ໜີ້ ​ແລະກຸ່ມ​ທີ່​ມີ​ຄວາມ​ສ່ຽງ​ຫຼາຍ​ທີ່​ສຸດ​ມັກ​ເປັນ​ກຸ່ມ​ທີ່​ມີ​ອາຍຸ​ຕໍ່າ​ກວ່າ 35 ປີ, ຜົນ​ການ​ສຳ​ຫຼວດອິນ​ເວສ​ເຕີ ​ເຊ​ນຕິ​ເມນ​ອິນ​ເດັກ​ຂອງ​ມາ​ລູ​ໄລ​ລະບຸ​ວ່າ 41% ຂອງ​ນັກ​ລົງທຶນ​ຊາວ​ຟິລິບ​ປິນ​ເປັນ​ໜີ້​ຈາກການ​ບໍລິຫານ​ຄ່າ​ໃຊ້​ຈ່າຍ​ສ່ວນ​ຕົວ​ບໍ່​ເໝາະ​ສົມ ​ແລະ ວາງ​ແຜນການ​ເງິນ​ທີ່​ບໍ່​ສຳ​ເລັດ ​ໂດຍ​ສ່ວນ​ໃຫຍ່​ເປັນ​ໜີ້​ໃນ​ເລື່ອງການ​ລົງທຶນ​ເພື່ອ​ການ​ສຶກສາ​ລູກ, ການ​ໃຊ້​ຈ່າຍ​ເພື່ອ​ສຸຂະພາບ ລວມທັງ​ນິຍົມ​ໃຊ້​ຈ່າຍ​ຜ່ານ​ບັ​ດ​ເຄຣດິດ ​ໂດຍ​ກຸ່ມ​ຕົວຢ່າງ 41% ​ເປັນ​ໜີ້​ໃລະດັບ​ສູງ​ຫຼາຍ 5-25 ພັນ​ເປ​ໂຊ ​ແລະ ມີ​ພຽງ 7% ​ເທົ່າ​ນັ້ນ​ທີ່​ເປັນ​ໜີ້​ສູງ​ກວ່າ 5 ​ແສນ​ເປ​ໂຊ, ຊຶ່ງ​ກຸ່ມ​ຕົວຢ່າງ​ສ່ວນ​ໃຫຍ່​ມີ​ວິ​ໄນ​ທາງ​ການ​ເງິນ​ດີ​ຫຼາຍ ​ໂດຍ​ສະ​ເພາະ​ໃນ​ເລື່ອງ​ຂອງ​ການ​ຈົດ​ບັນທຶກ​ຄ່າ​ໃຊ້​ຈ່າຍ ​ແລະ ການ​ທ້ອນ​ເງິນ ​ໂດຍ​ກຸ່ມ​ຕົວຢ່າງ 99%ມີ​ການ​ບັນທຶກ​ຄ່າ​ໃຊ້​ຈ່າຍ​ສະ​ໜໍ່າສະ​ເໝີ ​ແລະ ມີ​ເງິນ​ທ້ອນ​ໄວ້​ເປັນ​ປະຈຳ​ທຸກ​ເດືອນ ຂະນະ​ທີ່ 46% ມີ​ເປົ້າ​ໝາຍ​ໃນ​ການ​ເກັບ​ເງິນ ​ແລະ ​ເລີ່​ມທ້ອນ​ເງິນ​ຕັ້ງ​ແຕ່​ອາຍຸ​ຕໍ່າ​ກວ່າ 30 ປີ ຊຶ່ງ​ກຸ່ມ​ທີ່​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ໃຊ້​ເງິນ 74% ສາມາດ​ບັນລຸ​ເປົ້າ​ໝາຍ​ການ​ເກັບ​ເງິນ​ໄດ້​ພາຍ​ໃນ 4 ປີ.

ຢ່າງ​ໃດ​ກໍ​ຕາມ ​ເຖິງ​ແມ່ນ​ວ່າ​ຈະ​ມີ​ວິ​ໄນ​ໃນ​ການ​ທ້ອນ​ເງິນ ​ແຕ່​ສ່ວນ​ໃຫຍ່​ຍັງ​ລົ້ມ​​ເຫຼວ​ໃນ​ການ​ກະຈາ​ຍຄວາມ​ສ່ຽງ​ ​ເພາະ​ຫຼາຍ​ຄົນ​ເລືອກ​ທ້ອນ​ເງິນ​ເປັນ​ເງິນ​ເກັບ ​ແທນ​ທີ່​ຈະ​ນຳ​ໄປ​ລົງທຶນ​ເພື່ອ​ສ້າງ​ຜົນ​ຕອບ​ແທນ​ໃນ​ໄລຍະ​ຍາວ, ກຸ່ມ​ຕົວຢ່າງ​ຊາວ​ຟິລິບ​ປິນກວ່າ 80% ​ເສຍ​ໃຈ​ທີ່​ບໍ່​ໄດ້​ວາງ​ແຜນການ​ລົງທຶນ​ໃຫ້​ດີກ​ວ່າ​ນີ້ ​ແລະ ມຸ່ງ​ລົງທຶນ​ໃນ​ໄລຍະ​ຍາວ​ໜ້ອຍ​ເກີນ​ໄປ ​ໂດຍ 26% ​ເສຍ​ໃຈ​ທີ່​ເລືອກ​ທ້ອນ​ເງິນ​ເປັນ​ເງິນ​ຝາກ ​ຫຼື​ລົງ​ທຶນ​ທີ່​ບໍ່​ມີ​ເປົ້າ​ໝາຍ ​ໂດຍ​ກວ່າ 1 ​ໃນ 4 ລະ​ບຸ​ວ່າ ຄວນ​ສຶກສາ​ເລື່ອງ​ການ​ລົງທຶນ​ໃຫ້​ຫຼາຍ​ຂຶ້ນ ​ຫຼື​ ຂໍ​ຄວາມ​ເຫັນ​ຈາກ​ທີ່​ປຶກສາ​ດ້ານ​ກາ​ນລົງທຶນ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...