Homeຂ່າວພາຍ​ໃນໄຟໃຫມ້ ເຮືອນປະຊາຊົນທີ່ ບ້ານ ທາດຫລວງ ເສຍຫາຍ 2 ຫຼັງ

ໄຟໃຫມ້ ເຮືອນປະຊາຊົນທີ່ ບ້ານ ທາດຫລວງ ເສຍຫາຍ 2 ຫຼັງ

Published on

ໃນຕອນເຊົ້າຂອງວັນທີ່18/3/2016 ເວລາ 09:10 ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນທາງເບີ1623 ວ່າໄດ້ເກີດເຫດໄຟໃຫມ້ ທີ່ບ້ານທາດຫລວງໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຄວາມເສຍຫາຍແມ່ນເຮືອນ 2ຫລັງ ໄຫມ້ທັງຫມົດ ເມື່ອຫນ່ວຍກູ້ໄພມູນນິທິໄປຮອດຈຶ່ງຮ່ວມກັບຫນ່ວຍສະກັ້ດກັ້ນອັກຄີໄພນະຄອນຫລວງຄວບຄຸມເພີງໄວ້ໄດ້ໃນທີ່ສຸດ. ສ່ວນສາເຫດຂອງການເກີດໄຟໄໝ້ໃນຄັ້ງນີ້ແມ່ນເຈົ້າໜ້າທີ່ຈະສືບສວນຕໍ່ໄປ ຫາກໄດ້ຂ່າວແນວໃດເພີ່ມເຕີມຈະນຳມາລາຍງານໃຫ້ຊາບພາຍຫຼັງ

ທາງທີມງານຂໍສະແດງຄວາມເສຍໃຈກັບການສູນເສຍໃນຄັ້ງນີ້ດ້ວຍ.

1934681_482619701930787_7525380653180911431_n

 

 

ແຫລ່ງຂ່າວຈາກ: ຫນ່ວຍກູ້ໄພ ມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ

ວິດີໂອຈາກເພສ: ເຟສບຸ໊ກ ປະກາດ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...