spot_img
Homeຂ່າວທ້ອງຖິ່ນປີໃໜ່ຫຼວງພະບາງ ມີຫຼາຍກິດຈະກຳໝ້າທ່ຽວ

ປີໃໜ່ຫຼວງພະບາງ ມີຫຼາຍກິດຈະກຳໝ້າທ່ຽວ

Published on

   ການ​ຫຼິ້ນ​ບຸນ­ປີ­ໃໝ່​ລາວ​ຂອງພໍ່​ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ແຕ່​ລະ​ປີ​ໃນຂອບ​ເຂດ​ທົ່ວ​ປະ­ເທດ​ແຕ່​ເໜືອ​ຮອດ​ໃຕ້ໂດຍ​ສະ­ເພາະ​ຢູ່​ແຂວງ​ຫຼວງ​ພະ​ບາງແມ່ນມີ​ຄວາມ​ຄຶກ­ຄື້ນ​ພໍ​ສົມ­ຄວນ​ທ່າມ­ກາງຄວາມ​ສົນ­ໃຈ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທົ່ວສາ­ລະ​ທິດ​ຂອງ​ໂລກ​ເຂົ້າ​ມາ​ຮ່ວມ​ມ່ວນ­ຊື່ນນຳ​ຊາວ​ຫຼວງ​ພະ​ບາງ​ນັບ​ຫຼາຍ​ພັນ​ຄົນຄຽງ​ຄູ່​ກັນ​ນັ້ນ​ທາງ​ການ​ນຳ​ຂອງ​ແຂວງກໍ​ຄື​ອຳ­ນາດ​ການ​ປົກ­ຄອງ​ແຂວງ​ຫຼວງພະ​ບາງ​ໄດ້​ຮຽກ­ຮ້ອງ​ມາ​ຍັງ​ທຸກ​ພາກສ່ວນ​ທີ່​ກ່ຽວ­ຂ້ອງຈົ່ງ​ເປັນ​ເຈົ້າ​ການ​ນຳກັນ​ໃນ​ການ​ຫຼິ້ນ​ບຸນ­ປີ­ໃໝ່​ລາວ 2016 ນີ້ທຸກ​ຄົນ​ໃຫ້​ມີ​ສະ­ຕິ, ປະ­ຢັດ, ຮັກ​ວັດທະ­ນະ​ທຳ​ອັນ​ດີ­ງາມ​ຂອງ​ຊາວ​ຫຼວງ​ພະບາງ​ໄວ້​ໃຫ້​ຍືນ​ຍົງ​ໂດຍ​ປີ​ນີ້ທີ່​ແຂວງ​ດັ່ງກ່າວ​ມີ​ຫຼາຍ​ກິດ­ຈະ­ກຳ​ດຶງດູດ​ນັກ​ທ່ອງ​ທ່ຽວ.

   ທ່ານດຣ. ຄຳ​ໝັ້ນຈັນ­ທະ​ລົງ​ສີຮອງເຈົ້າ­ແຂວງໆ​ຫຼວງ​ພະ​ບາງ, ຜູ້​ຊີ້​ນຳ​ວຽກງານ​ວັດ­ທະ­ນະ­ທຳ-ສັງ­ຄົມໄດ້​ໃຫ້​ຮູ້​ຫວ່າງບໍ່​ດົນ​ມາ​ນີ້​ວ່າ: ເພື່ອ​ເຮັດ​ໃຫ້​ງານ​ບຸນ​ປີໃໝ່​ລາວ 2016 ນີ້​ໄດ້​ມີ​ບັນ­ຍາ­ກາດ​ຄຶກຄື້ນ​ມ່ວນ­ຊື່ນ​ທ່າມ­ກາງ​ຄວາມ​ສະ­ຫງົບປອດ​ໄພທາງ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ໄດ້ແຕ່ງ­ຕັ້ງ​ຄະ­ນະ​ກຳ­ມະ­ການແລະ​ອະ­ນຸກຳ­ມະ­ການ​ຮັບ­ຜິດ­ຊອບ​ຈັດ​ງານ​ບຸນ​ກຸດສົງ­ການປີ​ໃໝ່​ລາວພສ 2559 ຄສ 2016 ພ້ອມ​ທັງ​ມອບ​ໜ້າ­ທີ່​ຮັບ­ຜິດ­ຊອບໃຫ້​ແຕ່​ລະ​ພະ­ແນກ­ການ, ກົມ​ກອງ​ຂະແໜງ​ການແລະ​ສົມ­ທົບ​ກັບ​ທຸກໆ​ອະ­ນຸ​ກຳມະ​ການເພື່ອ​ຕິດ­ຕາມ​ປະ​ເມີນ​ຜົນ​ສະ­ພາບການ­ເຄື່ອນ­ໄຫວ​ການ­ຈັດ­ຕັ້ງ​ປະ​ຕິດ​ບັດວຽກ​ງານ, ຮັບ­ປະ­ກັນ​ດ້ານ​ຄວາມ​ປອດໄພ​ຮັກ­ສາ​ໄດ້​ຄວາມ​ສະ­ຫງົບ, ຄວາມ​ເປັນລະ­ບຽບ​ໃນ​ງານ​ບຸນແລະ​ການ​ໂຄ­ສະ­ນາຜ່ານ​ສື່​ຕ່າງໆເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວເຂົ້າ​ມາ​ທ່ຽວ​ຊົມພ້ອມ​ນັ້ນ​ຍັງ​ໄດ້​ເນັ້ນໃຫ້​ແຕ່​ລະ​ພາກ­ສ່ວນ​ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃຫ້​ສອດ­ຄ່ອງ​ກັບ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ຊາວ​ເມືອງ​ຫຼວງ​ພະ​ບາງ, ເປັນ​ເຈົ້າການ​ນຳ​ກັນ​ໃນ​ການ​ຫຼິ້ນ​ບຸນ­ປີ­ໃຫມ່​ລາວ 2016 ນີ້, ທຸກ​ຄົນ​ໃຫ້​ມີ​ສະ­ຕິແລະ​ຫຼິ້ນແບບ​ປະ­ຢັດ, ຮັກ­ສາ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ໄວ້​ໃຫ້​ຄຽງ​ຄູ່​ຢູ່​ກັບ​ເມືອງ​ມໍ­ລະ­ດົກໂລກ​ຫຼວງ​ພະ​ບາງ.

ສຳ­ລັບ​ກິດ­ຈະ­ກຳ​ງານ​ບຸນ​ກຸດ​ສົງ­ການປີ​ໃໝ່​ລາວຄສ 2016 ນີ້ແມ່ນ​ຈະ​ໄດ້ເລີ່ມ​ຈັດ​ລະ­ຫວ່າງ​ວັນ​ທີ 9-20 ເມ­ສາຈະມາ​ເຖິງ​ນີ້ໃນ​ນັ້ນ​ມີ​ການ​ເປີດ​ຕະ­ຫຼາດ­ນັດວາງ­ສະ­ແດງ​ສິນ­ຄ້າ​ຢູ່​ເດີ່ນ​ທາດ­ຫຼວງ, ມີ​ການ​ຈັດ­ການ​ແຂ່ງ­ຂັນ​ກິ­ລາ​ພື້ນ­ເມືອງຂອງ​ຊາວ​ຫຼວງ​ພະ​ບາງ,ຊົມ​ການ­ສະ­ແດງສິ­ລະ​ປະ-ວັນ­ນະ­ຄະ­ດີ, ປະ​ກວດ​ນາງ​ສັງຂານ, ແຫ່​ຊ້າງ​ຮຽງ​ເກີຍເຮັດ​ພິ­ທີ​ຢູ່​ຂ້າງຫໍ​ພິ​ພິ​ທະ​ພັນແລະ​ແຫ່​ໄປ​ຮຽງ​ເກີຍ​ທີ່​ໜ້າວັດ​ຊຽງ​ທອງ,ໂລະ​ລາດຫຼືລົງ​ຕະ­ຫຼາດນັດ​ແບບ​ມວນ​ຊົນ​ຢູ່​ເສັ້ນ­ທາງ​ໃຈ­ກາງເມືອງ, ຊົມ​ກາ­ນວາງ­ສະ­ແດງ​ຜະ­ລິດ​ຕະພັນ​ແບບ​ພື້ນ­ເມືອງແລະ​ສິນ­ຄ້າ​ທັງ​ພາຍໃນແລະ​ຕ່າງ­ປະ­ເທດ, ລົງ​ຕົບ​ພະ­ທາດຊາຍ​ທີ່​ດອນ​ຊາຍ​ມຸງ­ຄຸນຟາກ​ເມືອງຈອມ​ເພັດໃນ​ນັ້ນຈະ​ມີ​ພິ­ທີ​ຕາມ​ປະ­ເພ­ນີ
ເຊັ່ນ: ການ​ບູ­ຊາ​ພະ­ທາດ​ຊາຍ, ສະ­ແດງສິ­ລະ​ປະ-ວັນ­ນະ­ຄະ­ດີ, ຊົມ​ກີ­ລາ​ພື້ນ­ເມືອງ, ຈູດ​ບັ້ງ­ໄຟ​ຫາງ​ຍາວ, ທ່ຽວ​ຊົມ​ສະ­ຖານທີ່​ທ່ອງ​ທ່ຽວ​ຂອງ​ເມືອງ. ຈາກ​ນັ້ນໃນຕອນ​ເຊົ້າ​ຂອງ​ວັນ​ທີ 14 ເມ­ສາບັນ­ດາການ​ນຳ​ເຂົ້າ​ຮ່ວມ​ງານ​ບຸນ​ກໍ​ຈະ​ໄດ້​ໄປ​ບາສີ​ສູ່­ຂວັນແລະ​ທ່ຽວ​ຊົມ​ບ້ານ​ວັດ­ທະ­ນະທຳ​ບ້ານ​ລື້​ຜາ​ນົມ, ຕອນ​ບ່າຍ​ວັນ​ດຽວ​ກັນຈະ​ໄດ້​ຊົມ​ຂະ​ບວນ​ແຫ່​ວໍ້ຢູ່​ເສັ້ນ­ທາງ​ສີສະ­ຫວ່າງ​ວົງແຕ່​ວັດ​ທາດ​ນ້ອຍ​ຫາ​ວັດຊຽງ​ທອງ, ທັງ​ແຫ່​ໄປແລະ​ແຫ່​ກັບຊຶ່ງໃນ​ປີ​ນີ້​ຂະ​ບວນ​ແຫ່​ມີ​ທັງ​ໝົດ 43 ຂະບວນ, ນອກ­ຈາກ​ນີ້ຍັງ​ມີ​ກິດ­ຈະ­ກຳ​ທາງພະ​ພຸດ​ທະ​ສາ­ສະ­ໜາ​ເປັນ­ຕົ້ນ​ແມ່ນ​ການ​ຫົດ­ສົງ​ອົງ​ພະ​ເຈົ້າ​ຕາມ​ວັດ​ແຫ່ງ​ຕ່າງໆ​ໂດຍ​ສະ­ເພາະ​ແມ່ນ​ການ​ແຫ່​ເອົາ​ອົງ​ພະ​ບາງ​ພະ​ມິ່ງ​ບ້ານ​ຂວັນ​ເມືອງ​ຂອງ​ຊາວເມືອງ​ຫຼວງ​ພະ​ບາງ​ລົງ​ຫົດ­ສົງ​ຢູ່​ວັດ​ໃໝ່ສຸ­ວັນ­ນະ​ພູມ​ມາ​ລາມ​ຂ້າງ​ຫໍ​ພິ​ພິ​ທະ​ພັນ, ປະ­ເພ­ນີ​ໃສ່​ບາດ­ຕາ​ມວັດ​ແຫ່ງ​ຕ່າງໆ, ຂຶ້ນບູ­ຊາ​ພະ­ທາດ​ຈອມ​ສີ, ຕອນ​ຄ່ຳ​ຊົມ​ແຫ່ນາກ​ໂຄມ­ໄຟພ້ອມ​ທັງ​ຊົມ​ການ­ສະ­ແດງການ​ຟ້ອນ​ສິ­ລະ​ປະ​ວັນ­ນະ­ຄະ­ດີຈາກ​ໂຮງລະ­ຄອນ​ພະ​ລັກ​ພະ​ລາມຕື່ມ​ອີກ.

ພ້ອມ​ດຽວ​ກັນ​ນັ້ນ​ທ່ານ​ຮອງ​ເຈົ້າແຂວງໆ​ຫຼວງ​ພະ​ບາງ​ຍັງ​ໄດ້​ຖື​ໂອ­ກາດອວຍ­ພອນ​ໃຫ້​ບັນ­ດາ​ການ​ນຳ​ທຸກ​ຂັ້ນລວມ​ເຖິງ​ພໍ່​ແມ່​ພີ່­ນ້ອງ​ຊາວ​ລາວ​ໃນ​ຂອບເຂດ​ທົ່ວ​ປະ­ເທດໂດຍ​ສະ­ເພາະ​ແມ່ນຊາວ​ຫຼວງ​ພະ​ບາງ​ຈົ່ງ​ມີ​ແຕ່​ຄວາມ­ສຸກ​ກາຍ​ສະ­ບາຍ​ໃຈ​ຕະ­ຫຼອດ​ປີ​ໃໝ່​ລາວ, ຄວາມ­ເຈັບ​ຢ່າ​ໄດ້​ຄວາມ​ໄຂ້​ຢ່າ​ມີປະ­ຕິບັດ​ໜ້າ­ທີ່​ວຽກ​ງານ​ໃຫ້​ປະ­ສົບ​ຜົນ­ສຳ­ເລັດຍິ່ງໆ​ຂຶ້ນພ້ອມ​ກັນ​ຫຼິ້ນ​ບຸນ​ໃຫ້​ມ່ວນ­ຊື່ນ, ມີ​ສະ­ຕິຮັກ­ສາ​ໄດ້​ຄວາມ​ສະ­ຫງົບ​ປອດໄພ​ຮອບ­ດ້ານ, ຄຽງ​ຄູ່​ໄປ​ກັບ​ການ​ຮັກ­ສາວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ​ຊາດ​ລາວເຮົາ​ໄວ້​ໃຫ້​ຍືນ​ຍົງ​ຕະ­ຫຼອດ​ໄປ​ຈົນ​ຮອດຊົ່ວ​ລູກ​ຊົ່ວ​ຫຼານ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ເຮືອສິນຄ້າຕຳກັບເຮືອບັນທຸກນ້ຳມັນ ໃນທະເລນອກຊາຍຝັ່ງອັງກິດ

ເກີດເຫດເຮືອສິນຄ້າຕຳກັບເຮືອບັນທຸກນ້ຳມັນ ໃນທະເລນອກຊາຍຝັ່ງອັງກິດ ເຮັດໃຫ້ໄຟລຸກ ເບື້ອງຕົ້ນສາມາດຊ່ວຍລູກເຮືອໄວ້ໄດ້ 37 ຄົນ ແຕ່ມີນ້ຳມັນເຊື້ອໄຟໄຫຼລົງທະເລ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 11 ມີນາ 2025 ນີ້ເກີດເຫດເຮືອຂົນສົ່ງສິນຄ້າຕຳກັບເຮືອບັນທຸກນ້ຳມັນ ຢູ່ທີ່ນອກຊາຍຝັ່ງທາງຕາເວັນອອກສຽງເໜືອ ຂອງປະເທດອັງກິດ ເມື່ອວນັທີ...

ເຫດເຮືອບິນນ້ອຍຕົກລົງ ຢູ່ບໍລິເວນເດີ່ນຈອດລົດໃກ້ບ້ານພັກຜູ້ສູງອາຍຸ ໃນລັດເພນຊິເວເນຍ

ລະທຶກ! ເຫດເຮືອບິນນ້ອຍ ຕົກຢູ່ເດີ່ນຈອດລົດໃຫ້ກັບບ້ານພັກຄົນສູງອາຍຸ ໃນສະຫະລັດ ສຳນັກຂ່າວຕ່າງປະເດທລາຍງານໃນວັນທີ 10 ມີນາ 2025 ຜ່ານມາ, ເກີດເຫດເຮືອບິນນ້ອຍຕົກລົງ ຢູ່ບໍລິເວນເດີ່ນຈອດລົດໃກ້ບ້ານພັກຜູ້ສູງອາຍຸ ໃນລັດເພນຊິເວເນຍ ຂອງສະຫະລັດ. ຕາມການລາຍງານລະບຸວ່າ: ເຫດເກີດເມື່ອວັນທີ 9...

ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ເຄື່ອນໄຫວເຮັດວຽກ ຢູ່ເມືອງດາກຈຶງ

ນາຍົກລັດຖະມົນຕີ ຊຸກຍູ້ວຽກງານຢູ່ເມືອງດາກຈຶງ ໃນວັນທີ 10 ມີນາ 2025 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ວຽກງານ ຢູ່ເມືອງດາກຈຶງ,...

ລັດຖະບານຍີ່ປຸ່ນໃຫ້ທຶນການຊ່ວຍເຫຼືອ 96,600 ໂດລາ ເພື່ອຊ່ວຍຍົກລະດັບການສຶກສາໃນແຂວງອຸດົມໄຊ

ລັດຖະບານຍີ່ປຸ່ນ ຊ່ວຍຍົກລະດັບການສຶກສາຊັ້ນອະນຸບານ ແລະ ປະຖົມໃນແຂວງອຸດົມໄຊ ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 89,600 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງອຸດົມໄຊ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP); ພິທີລົງນາມການຊ່ວຍເຫຼືອດັ່ງກ່າວຈັດຂຶ້ນໃນຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃໝ່ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນ...