spot_img
Homeຂ່າວພາຍ​ໃນສານຕໍ່ໃຫ້ຈົບ ຄລ໊ອປກະຕຸ້ນເຕັມທີ່ໃຫ້ ແມນຢູ ຕົກຮອບ

ສານຕໍ່ໃຫ້ຈົບ ຄລ໊ອປກະຕຸ້ນເຕັມທີ່ໃຫ້ ແມນຢູ ຕົກຮອບ

Published on

ສານຕໍ່ໃຫ້ຈົບ ຄລ໊ອປກະຕຸ້ນເຕັມທີ່ໃຫ້ ແມນຢູ ຕົກຮອບ

 ຈໍ​ແກນ ຄລ໊ອປ ຜູ້​ຈັດ­ການ​ທີມ ລີ​ເວີ​ພູ ລະ­ບຸ​ທີມ​ຂອງ​ຕົນ​ຈະ​ເຂ່ຍ ແມນ​ເຊັດ​ສະ​ເຕີ ຢູ​ໄນ​ເຕັດ ຕົກ​ຮອບ 16 ທີມ​ສຸດ​ທ້າຍ​ຂອງ ສຶກ ຢູ​ໂຣ​ປາ ລີກ ແຕ່​ກໍ່​ກະ​ຕຸ້ນ​ລູກ​ທີມ​ໃຫ້​ໂຊ​ຟອມ​ເກັ່ງ​ເໝືອນ​ຊ່ວງ​ທີ່​ຜ່ານ​ມາ.

    ຈໍ​ແກ້ນ ຄລ໊ອປ ຜູ້​ຈັດ­ການ​ທີມ ລີ​ເວີ​ພູ ສະ­ໂມ­ສອນ​ດັງ ພຣີ​ເມຍ​ລີກ ອັງ­ກິດ ໝັ້ນ​ໃຈ​ວ່າ​ທີມ​ຂອງ​ຕົນ​ຈະ​ຜ່ານ​ເຂົ້າ​ສູ່​ຮອບ​ກ່ອນ​ຮອງ​ຊະ­ນະ​ເລີດ​ຂອງ​ສຶກ ຢູ​ຟາ ຢູ​ໂຣ​ປາ ລີກ ໄດ້​ແນ່ ຫຼັງ​ຈາກ​ກຸມ​ຄວາມ​ໄດ້​ປຽບ​ກ່ອນ​ຈະ​ລົງ​ຫຼິ້ນ​ຮອບ 16 ທີມ​ສຸດ​ທ້າຍ​ນັດ​ສອງ​ກັບ ແມນ​ເຊັດ​ສະ​ເຕີ ຢູ​ໄນ​ເຕັດ ທີ່​ສະ​ໝາມ ໂອ​ລ ແທ໊​ຣ​ຟອດ ໃນ​ວັນ​ພະ­ຫັດ​ທີ 17 ມີ­ນາ​ນີ້.

ນັດ​ທຳ​ອິດ ລີ​ເວີ​ພູ ເອົາ​ຊະ­ນະ​ໄວ້​ກ່ອນ 2-0 ເຮັດ​ໃຫ້​ໂອ­ກາດ​ເຂົ້າ​ຮອບ​ຂອງ​ພວກ​ເຂົາ​ມີ​ຫຼາຍ ລີ​ເວີ​ພູ ຈະ​ຕົກ​ຮອບ​ກໍ່​ຕໍ່​ເມື່ອ​ເສຍ 0-3 ເປັນ​ຢ່າງ​ຕ່ຳ ແລະ​ຖ້າ​ພວກ​ເຂົາ​ຍິງ​ປະ­ຕູ​ໄດ້ ແມນ​ເຊັດ​ສະ​ເຕີ ຢູ​ໄນ​ເຕັດ ກໍ່​ຕ້ອງ​ຊະ­ນະ​ດ້ວຍ​ຜົນ​ຕ່າງ 3 ລູກ.

ເຮົາ​ຈະ​ລົງ​ຫຼິ້ນ​ເກມ​ນີ້​ໂດຍ​ທີ່​ໝັ້ນ​ໃຈ​ວ່າ ສາ­ມາດ​ປິດ​ງານ​ຂອງ​ຕົວ​ເອງ​ສັບ­ປະ­ດາ​ທີ່​ຜ່ານ​ມາ​ມັນ​ເປັນ​ຄ່ຳ​ຄືນ​ສຳ­ລັບ​ເຮົາ​ແຕ່​ຄະ­ນະ​ດຽວ​ກັນ​ມັນ​ຫາກ​ຜ່ານ​ໄປ​ພຽງ​ເຄິ່ງ​ທາງ​ເທົ່າ​ນັ້ນ ເຮົາ​ກໍ່​ຕ້ອງ​ສ້າງ​ຟອມ​ການ​ຫຼິ້ນ​ທີ່​ເກັ່ງ​ທີ່​ເຮົາ​ເຮັດ​ໄດ້​ໃນ​ພັກ​ຫຼັງ​ແລະ​ຫວັງ​ວ່າ​ມີ­ໜ້າ​ເຮົາ​ຈະ​ເຮັດ​ໄດ້​ແບບ​ນັ້ນ​ໄດ້​ອີກ.

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...