spot_img
Homeຂ່າວຕ່າງປະເທດການກຳນົດ ພຶດຕິກຳ ການຂ້າລ້າງເຜົ່າພັນ ຂອງພວກ IS ອາດມີ ຄຳຕອບ ຫຼາຍຮູບແບບ

ການກຳນົດ ພຶດຕິກຳ ການຂ້າລ້າງເຜົ່າພັນ ຂອງພວກ IS ອາດມີ ຄຳຕອບ ຫຼາຍຮູບແບບ

Published on

ການກຳນົດ ພຶດຕິກຳ ການຂ້າລ້າງເຜົ່າພັນ ຂອງພວກ IS ອາດມີ ຄຳຕອບ ຫຼາຍຮູບແບບ

ລັດຖະບານທ່ານ ໂອບາມາ ອາດມີຄວາມຮູ້ສຶກ​ໄດ້​ຮັບ​ຄວາມກົດດັນເພີ່ມເຕີມ ທີ່ຈະກຳນົດພຶດຕິກຳອັນໂຫດຮ້າຍຂອງພວກລັດ ອິສລາມ ​ເປັນການຂ້າລ້າງ​ເຊື້ອຊາດເຜົ່າພັນ, ຫຼັງຈາກການລົງຄະແນນສຽງຢ່າງຖ້ວມລົ້ນຂອງສະພາຕ່ຳ ໃນວັນຈັນຜ່ານ​ມານີ້ເພື່ອສະ ໜັບສະໜູນຕໍ່ການກຳນົດດັ່ງກ່າວ.

ກະຊວງການຕ່າງປະເທດໄດ້ກ່າວວ່າ ລັດຖະມົນຕີການຕ່າງປະເທດ ທ່ານ John Kerry ແມ່ນກຳລັງເກັບກຳ ແລະ ປະເມີນ​ຄ່າຂໍ້ ມູນ​ໃນຖານະ​ທີ່​ເປັນ​ພາກສ່ວນໜຶ່ງຂອງການທົບທວນທາງກົດໝາຍ ແລະ ຄາດວ່າຈະ​ມີການຕັດສິນ​ໃຈໃນ “ໄວໆ” ນີ້.

ພວກນັກຮົບຈາກກຸ່ມ ລັດອິສລາມ ແຫ່ຂະບວນໃນລົດຫຸ້ມເກາະຂອງ ທະຫານ ອີຣັກ ຢູ່ຖະໜົນຫຼວງເມືອງ Mosul ທາງພາກເໜືອຂອງປະເທດ ອີຣັກ.

ໂຄສົກກະຊວງການຕ່າງປະເທດ ທ່ານ John Kirby ໄດ້ກ່າວວ່າ“ຂໍ້ໂຕ້ແຍ້ງ ເຊິ່ງດ້ວຍວິທີໃດກໍຕາມ ມັນໄດ້ເປັນການຕັດສິນ​ໃຈ ທີ່ຊັກຊ້າ ຍ້ອນມີ​ທ່າ​ທາງວ່າຈະເປັນການກົດດັນ ເຊິ່ງອາດສົ່ງຜົນ ໃຫ້ມີການໃຊ້ກຳລັງທະຫານເພີ່ມເຕີມ ແມ່ນບໍ່ມີມູນຄວາມຈິງ.”

ແນວໃດກໍຕາມ, ບັນດາເຈົ້າໜ້າທີ່ໄດ້ແນະນຳວ່າ ທ່ານ Kerry ອາດຈະຍັງ​ບໍ່​ຕັດສິນ​ໃຈພາຍໃນວັນທີ 17 ມີນານີ້ເຊິ່ງເປັນເສັ້ນຕາຍທີ່ຕັ້ງ ຂຶ້ນໂດຍສະພາ ເມື່ອປີທີ່ຜ່ານມາ.

ບັນຫາກໍແມ່ນວ່າ ການຂ້າຄົນຈຳນວນຫຼວງຫຼາຍ, ການຕັດຫົວຄົນ, ການທໍລະມານ ແລະ ການກໍ່ອາດຊະຍາກຳອື່ນໆຂອງພວກລັດ ອິສລາມ ທີ່ໄດ້ກະທຳຕໍ່ຊົນເຜົ່າ ແລະ ສະສາໜາກຸ່ມນ້ອຍ ໃນປະເທດອີຣັກ ແລະ ຊີເຣຍ ແມ່ນເໝາະສົມກັບ​ທີ່​ຈະ​ຖືກ​ລະບຸວ່າ ​ເປັນ​ການຂ້າລ້າງ​ເຊື້ອຊາດເຜົ່າພັນຕາມ​ການ​ໃຫ້​ຄຳ​ນິຍົມ​ຂອງ​ສະຫະ​ປະຊາ​ຊາດຫຼືບໍ່ ເຊິ່ງມັນມີ ຄວາມໝາຍວ່າ “​ເປັນການທຳລາຍທັງໝົດ ຫຼື ສ່ວນໜຶ່ງຂອງ ບັນດາຊົນ​ຊາດ, ຊົນເຜົ່າ, ເຊື້ອຊາດ ຫຼື ກຸ່ມສາສະໜາ.”

ບັນດານັກວິເຄາະກ່າວວ່າ ການນຳນົດຂອງ ສະຫະລັດ ອາດຈະກ່ຽວ ຂ້ອງກັບກົດໝາຍ ແລະ ການເມືອງ.

ທ່ານ Gregory Stanton ປະທານອົງການສິ້ງຊອມການຂ້າລ້າງ​ເຊື້ອ ຊາດເຜົ່າພັນກ່າວວ່າ“ມັນເນັ້ນໜັກບໍ່ພຽງແຕ່ບັນດາຜູ້ນຳທາງດ້ານການ ເມືອງຂອງພວກເຮົາເທົ່ານັ້ນ ແຕ່ມັນກໍ ຍັງແມ່ນຕໍ່ປະຊາຊົນຂອງສະຫະ ລັດ ທີ່ວ່ານີ້ແມ່ນການກໍ່ອາດຊະຍາກຳ ຂອງອາດຊະຍາ ກຳທັງຫຼາຍ ທີ່ ພວກເຂົາໄດ້ກໍ່ໄວ້. ນີ້ແມ່ນສິ່ງທີ່ຮ້າຍແຮງທີ່ສຸດ. ມັນຈະບໍ່ມີຫຍັງໂຫດຮ້າຍ ໄປກວ່າການຂ້າລ້າງ​ເຊື້ອ​ຊາດເຜົ່າພັນ.”

ແຫລ່ງຂ່າວຈາກ: ສຳນັກຂ່າວວີໂອເອລາວ.

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...