spot_img
Homeຂ່າວການພັດທະນາລັດຖະບານຍີ່ປຸ່ນ ສະໜອງເງິນກູ້ຢືມແກ່ລາວໃນໂຄງການຂະຫຽາຍນໍ້າປະປານະຄອນຫຼວງວຽງຈັນ ມູນຄ່າ 90 ລ້ານໂດລາ

ລັດຖະບານຍີ່ປຸ່ນ ສະໜອງເງິນກູ້ຢືມແກ່ລາວໃນໂຄງການຂະຫຽາຍນໍ້າປະປານະຄອນຫຼວງວຽງຈັນ ມູນຄ່າ 90 ລ້ານໂດລາ

Published on

ລັດຖະບານຍີ່ປຸ່ນ ສະໜອງເງິນກູ້ຢືມແກ່ລາວໃນໂຄງການຂະຫຽາຍນໍ້າປະປານະຄອນຫຼວງວຽງຈັນ ມູນຄ່າ 90 ລ້ານໂດລາ

ພິທີລົງນາມເອກະສານແລກປ່ຽນໃນການສະໜອງເງິນກູ້ຢືມດອກເບ້ຍຕໍ່າໃຫ້ແກ່ໂຄງການຂະຫຽາຍນໍ້າປະປານະຄອນຫຼວງວຽງຈັນ ສປປ.ລາວ ມູນຄ່າ 90 ລ້ານໂດລາສະຫະລັດ ຫຼືປະມານ 10,3 ຕື້ເຢັນ (ສະກຸນເງິນຍີ່ປຸ່ນ) ແນໃສ່ຕອບສະໜອງນໍ້າສະອາດໃຫ້ພຽງພໍກັບຄວາມຕ້ອງການພາຍໃນນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ມີນາ 2016 ທີ່ກະຊວງການຕ່າງປະເທດ ລະຫວ່າງ ທ່ານນາງ ຄໍາເຜົາ ເອິນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ລັດຖະບານ ສປປ.ລາວ ແລະ ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ລົງນາມໂດຍທ່ານ ທາເຄຊິ ຮິກິຮະຣະ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ.ລາວ ມີທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ມະຊະຣິໂກະ ຊິບະຢະມະ ທີ່ປຶກສາພິເສດ ນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ມີບັນດາພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ມະຊະຣິໂກະ ຊິບະຢະມະ ໄດ້ກ່າວວ່າ ໂດຍເຫັນໄດ້ວ່າ ປະຊາກອນຢູ່ນະຄອນຫຼວງວຽງຈັນ ຂອງ ສປປ.ລາວ ແມ່ນມີຈໍານວນເພີ່ມຂຶ້ນເລື້ອຍໆ ແລະ ຄາດວ່າຈະເພີ່ມຂຶ້ນຫຼາຍກວ່າ 1 ລ້ານຄົນໃນປີ 2020 ເຊິ່ງການພັດທະນາຂອງໂຕເມືອງ ແລະ ການຈະເລີນເຕີບໃຫຍ່ຂອງເສດຖະກິດ ກໍຈະມີຄວາມຈະເລີນກ້າວໜ້າ ດັ່ງນັ້ນ ການຍົກລະດັບຄວາມສາມາດໃນການສະໜອງນໍ້າຂອງໂຮງງານນໍ້າປະປາ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນແມ່ນເປັນສິ່ງຈໍາເປັນ ແລະ ຮີບດ່ວນ ເນື່ອງຈາກເຄື່ອງຜະລິດນໍ້າປະປາບາງພາກສ່ວນໃນນະຄອນຫຼວງວຽງຈັນ ກໍເຫັນວ່າເກົ່າແກ່ ແລະ ຊຸດໂຊມລົງ ເພື່ອຕອບສະໜອງຄວາມຕ້ອງການນໍ້າດັ່ງກ່າວ ລັດຖະບານຍີ່ປຸ່ນ ຈິ່ງໄດ້ສະໜອງເງິນກູ້ໃຫ້ແກ່ລາວໃນໂຄງການຂະຫຽາຍນໍ້າປະປານະຄອນຫຼວງວຽງຈັນ ມູນຄ່າ 90 ລ້ານໂດລາສະຫະລັດ ເຊິ່ງຂະແໜງນໍ້າປະປາ ແມ່ນຂະແໜງບຸລິມະສິດຂອງການຮ່ວມມືລະຫວ່າງ ຍີ່ປຸ່ນ-ລາວ ລາວ-ຍີ່ປຸ່ນ ມາຮອດປັດຈຸບັນ ຍີ່ປຸ່ນ ໄດ້ໃຫ້ການຊ່ອຍເຫຼືອໃນການກໍ່ສ້າງໂຮງງານຜະລິດນໍ້າປະປາ ທັງຢູ່ໃນພື້ນທີ່ນະຄອນຫຼວງວຽງຈັນ ແລະ ໂຕເມືອງຕ່າງໆຢູ່ບັນດາແຂວງຂອງ ສປປ.ລາວ ທັງໃຫ້ຄວາມຮ່ວມມືໃນຂະແໜງການເຕັກນິກວິຊາການ ໂດຍນັກຊ່ຽວຊານ ແລະ ພະນັກງານຈາກອົງກອນທ້ອງຖິ່ນຍີ່ປຸ່ນ ເພື່ອປັບປຸງສິ່ງແວດລ້ອມ ສຸຂະອະນາໄມຂອງປະຊາຊົນ ແລະ ເພື່ອສົ່ງເສີມການພັດທະນາອຸດສາຫະກໍາໃນນະຄອນຫຼວງວຽງຈັນ.

ຂ່າວ/ພາບ: ເທບພະວົງ

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...