Homeຂ່າວທ້ອງຖິ່ນວິທະຍຸສາກົນແຫ່ງປະເທດຈີນ ປະຈໍາລາວ ແລະ ສະຖາບັນຂົງຈື້ ກຽມຈັດງານແຂ່ງຂັນຮ້ອງເພງຈີນ ຄັ້ງທີ 2

ວິທະຍຸສາກົນແຫ່ງປະເທດຈີນ ປະຈໍາລາວ ແລະ ສະຖາບັນຂົງຈື້ ກຽມຈັດງານແຂ່ງຂັນຮ້ອງເພງຈີນ ຄັ້ງທີ 2

Published on

ເພື່ອສະເຫຼີມສະຫຼອງການສ້າງສາຍພົວພັນທາງການທູດລະຫວ່າງ ລາວ-ຈີນ ຄົບຮອບ 55 ປີ ແລະ ເສີມຂະຫຽາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ລາວ-ຈີນ ຊຸກຍູ້ໃຫ້ໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງຊາດ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ທັງເປັນການໄຂໂອກາດໃຫ້ປະຊາຊົນລາວ ແລະ ຈີນ ສາມາດສະແດງອອກເຊິ່ງຄວາມສາມາດທາງດ້ານການຮ້ອງເພງພາສາຈີນ ດັ່ງນັ້ນ ວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈໍາ ສປປ.ລາວ ແລະ ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ ຈະຈັດງານແຂ່ງຂັນຮ້ອງເພງພາສາຈີນ ເຊິ່ງເລີ່ມຮັບສະໝັກນັບຈາກນີ້ເປັນຕົ້ນໄປ ແລະ ຈະຢຸດຮັບສະໝັກໃນວັນທີ 29 ມີນາ 2016.

ທ່ານ ດວງພະຈັນ ຫຼື ເມີງຫຼົງ ຫົວໜ້າວິທະຍຸ CRI ປະຈໍາ ສປປ.ລາວ ໄດ້ຖະແຫຼງວ່າ ການແຂ່ງຂັນຮ້ອງເພງພາສາຈີນໃນຄັ້ງນີ້ ເປັນຄັ້ງທີ 2 ທີ່ຈັດຂຶ້ນຢູ່ ສປປ.ລາວ ເປັນການເປີດກວ້າງໃຫ້ປະຊາຊົນທຸກຊັ້ນຄົນສາມາດເຂົ້າຮ່ວມສະໝັກຮ້ອງເພງໄດ້ ໂດຍຈະແບ່ງອອກເປັນ 2 ສາຍຄື ສາຍຄົນຈີນ ແລະ ສາຍຄົນລາວ ຮ້ອງເພງຈີນ ສໍາລັບລາງວັນມີອັນດັບທີ 1-3 ຂອງແຕ່ລະສາຍ ແລະ ລາງວັນທີ 1 ແມ່ນຈະໄດ້ຮັບເງິນສົດ 1.000 ໂດລາສະຫະລັດ ຫຼື ປະມານ 8 ລ້ານກີບ ນອກນີ້ ຍັງມີລາງວັນພິເສດຄື ຜູ້ຊະນະເລີດໃນສາຍຄົນລາວຮ້ອງເພງຈີນ ຈະມີໂອກາດໄປທັດສະນະສຶກສາ ແລະ ສະແດງການຮ້ອງເພງຢູ່ປະເທດຈີນ ທີ່ສະໜັບສະໜູນໂດຍສູນວັດທະນະທໍາຈີນ ປະຈໍາລາວ ລາງວັັນທີ 2 ຈະໄດ້ໄປທ່ອງທ່ຽວທີ່ປະເທດຈີນທີ່ສະໜັບສະໜູນໂດຍສະຖາບັນຂົງຈື້.

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...