spot_img
Homeຂ່າວພາຍ​ໃນຫຼາຍພາກສ່ວນຮ່ວມບໍລິຈາກເລືອດຊ່ອຍເຫຼືອສັງຄົມ ເພື່ອຄໍານັບຮັບຕ້ອນວັນສໍາຄັນຂອງຊາດ ຂອງພັກ

ຫຼາຍພາກສ່ວນຮ່ວມບໍລິຈາກເລືອດຊ່ອຍເຫຼືອສັງຄົມ ເພື່ອຄໍານັບຮັບຕ້ອນວັນສໍາຄັນຂອງຊາດ ຂອງພັກ

Published on

ເພື່ອເປັນການສ້າງຂະບວນການ ຄໍານັບຮັບຕ້ອນວັນສໍາຄັນຂອງຊາດ ຂອງພັກ ໂດຍສະເພາະແມ່ນການກະກຽມຄວາມພ້ອມໃຫ້ແກ່ຂະບວນການປ່ອນບັດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ຊຸດທີ VIII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ນະຄອນຫຼວງ ທີ່ຈະມີຂຶ້ນໃນວັນທີ 20 ມີນາ 2016 ໃຫ້ມີຜົນສໍາເລັດດ້ວຍດີ ພ້ອມດຽວກັນ ກໍເພື່ອເປັນການປະກອບສ່ວນເຂົ້າໃນການຊ່ອຍເຫຼືອກອບກູ້ເອົາຊີວິດຄົນເຈັບປ່ວຍທີ່ຕ້ອງການເລືອດ ເຊິ່ງພວມນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດ ເຊິ່ງມີຄວາມຈໍາເປັນ ແລະ ຕ້ອງການເລືອດນັບວັນມີຈໍານວນເພີ່ມຂຶ້ນ.

ສູນເລືອດແຫ່ງຊາດ ອົງການກາແດງລາວ ຮ່ວມກັບບັນດາກະຊວງ ອົງການຈັດຕັ້ງທາງສັງຄົມຕ່າງໆ ໄດ້ຈັດກິດຈະກໍາບໍລິຈາກເລືອດຂຶ້ນໃນຕອນເຊົ້າວັນທີ 16 ມີນາ 2016 ທີ່ໂຮງຮຽນ ມສ. ມິດຕະພາບ ນະຄອນຫຼວງວຽງຈັນ-ໂຮ່ຈິມິນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ແພງທອງບານ ຈັນທະວົງ ຮອງຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ມີບັນດາພະນັກງານ ລັດຖະກອນ ຈາກອົງການຈັດຕັ້ງຕ່າງໆທັງພາກລັດ-ເອກະຊົນ ບັນດານັກຮຽນ ນັກສຶກສາ ຈາກໂຮງຮຽນມັດທະຍົມສົມບູນ ແລະ ສະຖາບັນການສຶກສາຫຼາຍແຫ່ງ ພ້ອມດ້ວຍ ວິຊາການແພດໝໍ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

ທ່ານຮອງຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ໄດ້ກ່າວວ່າ ການຈັດກິດຈະກໍາໃນເທື່ອນີ້ ໄດ້ເຊື້ອເຊີນເອົາຫຼາຍພາກສ່ວນຈາກອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມຫຼາຍກວ່າ 50 ພາກສ່ວນ ມີຫຼາຍກວ່າ 700 ຄົນ ຮ່ວມໃຈບໍລິຈາກເລືອດຊ່ອຍເຫຼືອສັງຄົມ ໂດຍບໍ່ຮຽກຮ້ອງສິ່ງຕອບແທນ ເຊິ່ງຄາດວ່າຈະມີຜູ້ບໍລິຈາກເລືອດໄດ້ເລືອດທີ່ປອດໄພ ປະມານ 300 ກວ່າຄົນ ເພື່ອແນໃສ່ຕອບສະໜອງເລືອດໃຫ້ພຽງພໍກັບຄວາມຕ້ອງການໃນການປິ່ນປົວຄົນເຈັບທີ່ເພີ່ມຂຶ້ນໃນແຕ່ລະວັນ ເຊິ່ງປັດຈຸບັນຖ້າທຽບໃສ່ຄວາມຕ້ອງການເລືອດອັນຈໍາເປັນແລ້ວ ກໍຍັງບໍ່ສາມາດສະໜອງຕອບຕາມຄວາມຕ້ອງການຂອງຄົນເຈັບໄດ້ເທື່ອ ດັ່ງນັ້ນ ຈິ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຮວມທັງພາກລັດ ແລະ ເອກະຊົນຈົ່ງໃຫ້ຄວາມສໍາຄັນໃນການບໍລິຈາກເລືອດໃຫ້ນັບມື້ນັບຫຼາຍຂຶ້ນ.
ຂ່າວ/ພາບ: ເທບພະວົງ
ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...