spot_img
Homeຂ່າວຕ່າງປະເທດເຟດຊີ້ ເສດຖະກິດສະຫະລັດເຕີບໂຕປານກາງ ແຕ່ຍັງມີຄວາມສ່ຽງ

ເຟດຊີ້ ເສດຖະກິດສະຫະລັດເຕີບໂຕປານກາງ ແຕ່ຍັງມີຄວາມສ່ຽງ

Published on

ເຟດຄົງອັດຕາດອກເບ້ຍ ພ້ອມສົ່ງສັນຍານວ່າ ຈະມີການຂຶ້ນດອກເບ້ຍບໍ່ເກີນສອງຄັ້ງກ່ອນໝົດປີ ຫຼື ເຄິ່ງໜຶ່ງຂອງທີ່ເຄີຍຄາດການໄວ້ເມື່ອເດືອນທັນວ່າປີຜ່ານມາ ລະບຸ ເສດຖະກິດອາເມລິກາເຕີບໂຕປານກາງ ແລະການຈ້າງງານມີທ່າອຽງຟື້ນຕົວຕໍ່ເນື່ອງ ແຕ່ອາເມລິກາຍັງປະເຊີນຄວາມສ່ຽງຈາກຄວາມບໍ່ແນ່ນອນຂອງເສດຖະກິດໂລກ.

ຖະແຫຼງການຂອງທະນາຄານກາງສະຫະລັດ (ເຟດ) ທີ່ອອກມາເມື່ອວັນພຸດ (17) ລະບຸວ່າ ມີດັດຊະນີຫຼາຍຕົວຊຶ່ງລວມເຖິງການຈ້າງງານແບບເຂັ້ມແຂງ ຊີ້ໃຫ້ເຫັນວ່າ ຕະຫຼາດແຮງງານແຂງແກ່ນຫຼາຍຂຶ້ນ ແລະອັດຕາເງິນເຟີ້ຫຍັບຂຶ້ນໃນໄລຍະບໍ່ເທົ່າໃດເດືອນມານີ້.

ຢ່າງໃດກໍຕາມ ເສດຖະກິດໂລກແລະພັດທະນາການດ້ານການເງິນຍັງມີຄວາມສ່ຽງ ອັນຈະເຮັດໃຫ້ອັດຕາເງິນເຟີ້ຍັງຢູ່ໃນລະດັບຕໍ່າຕໍ່ໄປຕະຫຼອດໄລຍະເວລາທີ່ເຫຼືອຢູ່ຂອງປີນີ້, ຖະແຫຼງການລະບຸ.

ໃນລະຫວ່າງຖະແຫຼງຂ່າວ ເຈເນັດ ເຢລເລນ ປະທານຜູ້ວ່າການເຟດ ກ່າວວ່າ ຍັງຕ້ອງຖ້າເບິ່ງກັນຕໍ່ໄປວ່າ ອັດຕາເງິນເຟີ້ທີ່ແທ້ຈິງ ຊຶ່ງບໍ່ລວມລາຄາພະລັງງານແລະອາຫານຂອງອາເມລິກາຈະຫຍັບຂຶ້ນແບບຍືນຍາວຫຼືບໍ່.

ທັງນີ້ ບັນດາຜູ້ວາງນະໂຍບາຍເຟດຄາດວ່າ ການເຕີບໂຕທາງເສດຖະກິດຈະຫຼຸດຜ່ອນລົງ ແລະເງິນເຟີ້ຈະຫຼຸດລົງໃນປີນີ້ ແລະຫຼຸດການປະມານການອັດຕາການກູ້ຢືມເປົ້າໝາຍໃນໄລຍະຍາວໄວ້ທີ່ 3,30% ຈາກ 3,5% ບົ່ງບອກວ່າ ເສດຖະກິດຍັງຟື້ນຕົວຊ້າ.

ທ່າອຽງດອກເບ້ຍທີ່ປະກາດຄັ້ງນີ້ ປ່ຽນແປງຈາກທີ່ເຟດເຄີຍຄາດໄວ້ຕອນທີ່ຂຶ້ນດອກເບ້ຍຄັ້ງທຳອິດໃນຮອບເກືອບທົດສະວັດເມື່ອເດືອນທັນວາວ່າ ຈະມີການຂຶ້ນດອກເບ້ຍ 4 ຄັ້ງໃນປີນີ້ ກ່າວຄືຜູ້ວາງນະໂຍບາຍສ່ວນໃຫຍ່ໃນຂະນະນີ້ຄາດວ່າ ອັດຕາດອກເບ້ຍເມື່ອໝົດປີຈະຢູ່ທີ່ 0,9% ຊີ້ໃຫ້ເຫັນວ່າ ຈະບໍ່ມີການຂຶ້ນດອກເບ້ຍເກີນ 2 ຄັ້ງ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...