Home​ຂ່າວທ່ອງທ່ຽວວຽງຈັນ ແລະຫຼວງພະບາງ ຕິດອັນດັບ 8 ແລະ 9 ຂອງ​ເມືອງ​ ທີ່​ມີ​ຄ່າ​ໃຊ້​ຈ່າຍ ​ຖືກ​ທີ່​ສຸດ ໃນ​ເອ​ເຊຍ

ວຽງຈັນ ແລະຫຼວງພະບາງ ຕິດອັນດັບ 8 ແລະ 9 ຂອງ​ເມືອງ​ ທີ່​ມີ​ຄ່າ​ໃຊ້​ຈ່າຍ ​ຖືກ​ທີ່​ສຸດ ໃນ​ເອ​ເຊຍ

Published on

ພະ​ທາດ​ຫຼວງວຽງ​ຈັນ
ພະ​ທາດ​ຫຼວງວຽງ​ຈັນ

ນະຄອນວຽງຈັນ ແລະເມືອງມໍລະດົກໂລກຫລວງພະບາງຖືກຈັດໃຫ້ຢູ່ອັນດັບທີ 8 ແລະ 9 ຂອງເມືອງທີ່ມີຄ່າໃຊ້ຈ່າຍຖືກທີ່
ສຸດສຳລັບນັກທ່ອງທ່ຽວທີ່ເດີນທາງມາໃນ 30 ປະເທດໃນເອ​ເຊຍ.
The Price of Travel  ລາຄາຂອງການທ່ອງທ່ຽວຊຶ່ງເປັນເວັບໄຊ້ ທີ່ໃຫ້ຂໍ້ມູນຂ່າວສານ ກ່ຽວກັບການທ່ອງທ່ຽວໃນທົ່ວ
ໂລກ ໄດ້ສະເໜີລາຍງານການ ຈັດອັນດັບ 30 ເມືອງ ໃນເອ​ເຊຍທີ່ມີລະດັບຄ່າໃຊ້ຈ່າຍປະຈຳວັນຕ່ຳສຸດ ໄປເຖິງສູງສຸດ ສຳລັບນັກທ່ອງທ່ຽວໃນປີ2014 ນີ້ ໂດຍໄດ້ຈັດໃຫ້ນະຄອນວຽງຈັນແລະເມືອງມໍລະດົກໂລກຫຼວງພະບາງ
ຢູ່ທີ່ອັນດັບ 8 ແລະ 9 ຕາມລຳດັບ.

ທັ້ງນີ້ໂດຍເວັບໄຊ້ດັ່ງກ່າວໄດ້ປະເມີນການຄ່າໃຊ້ຈ່າຍປະຈຳວັນ ສຳລັບນັກທ່ອງທ່ຽວ ຈາກຄ່າທີ່ພັກ ຄ່າເດີນທາງ ຄ່າອາຫານ ຄ່າເຄື່ອງດື່ມ ແລະຄ່າໃຊ້ຈ່າຍ ເພື່ອການບັນເທີງຕ່າງໆເປັນສຳຄັນ ຊຶ່ງພົບວ່າ ນັກທ່ອງທ່ຽວຢູ່ທີ່ນະຄອນວຽງຈັນ ຈະມີຄ່າໃຊ້ຈ່າຍ ໂດຍສະເລ່ຍ 21.35 ໂດລາຕໍ່ມື້ແລະ 21.67 ໂດລາຕໍ່ມື້ຢູ່ທີ່ເມືອງຫຼວງພະບາງ ສ່ວນ ເມືອງທີ່ມີຄ່າໃຊ້ຈ່າຍຕ່ຳທີ່ສຸດກໍຄືເມືອງ Pokhara ໃນປະເທດເນປານທີ່ມີຄ່າໃຊ້ຈ່າຍ ໂດຍສະເລ່ຍ 14 ໂດລາຕໍ່ມື້ ແລະເມືອງທີ່ມີຄ່າໃຊ້ຈ່າຍສູງສຸດ ກໍຄືກຸງໂຕກຽວ ໃນປະ ເທດຢີ່ປຸ່ນ ທີ່ນັກທ່ອງທ່ຽວຕ້ອງໃຊ້ຈ່າຍ ໂດຍສະເລ່ຍ 79.73 ໂດລາຕໍ່ມື້.

ແຕ່ຢ່າງໃດກໍຕາມ ທັງນະຄອນວຽງຈັນ ແລະຫຼວງພະບາງ ກໍຖືກຈັດໃຫ້ເປັນເມືອງທີ່ມີ ຄ່າໃຊ້ຈ່າຍສູງກວ່າກຸງຮາໂນ່ຍ ແລະນະຄອນໂຮ່ຈິມີນຂອງຫວຽດນາມ ເມືອງຊຽງໃໝ່ຂອງໄທ ນະຄອນນິວເດລີ ແລະເມືອງກວາ ຂອງອິນເດຍ ແລະເມືອງກັດ​ມັນດູຂອງເນປານ ສ່ວນບາງກອກ ແລະກຸງພະນົມເປັນນັ້ນ ກໍມີຄ່າໃຊ້ຈ່າຍ ໃນລະດັບທີ່ໃກ້ຄຽງກັນ
ຄືບໍ່ເຖິງ 22 ໂດລາຕໍ່ມື້ ໂດຍສາເຫດສຳຄັນທີ່ເຮັດໃຫ້ຄ່າໃຊ້ຈ່າຍຢູ່ເມືອງຫຼວງພະບາງ ສູງກວ່າຢູ່ທີ່ນະຄອນວຽງຈັນນັ້ນທ່ານນາງສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກ ທ່ອງທ່ຽວແຂວງຫຼວງພະບາງ ກໍໄດ້ໃຫ້ການຊີ້ແຈງວ່າ:

“ຕ້ອງເຂົ້າໃຈວ່າ ຄ່າລາຄາຄອງຊີບມັນແພງ ມັນຕ້ອງເບິ່ງຈາກຫຼາຍປັດໄຈ ປັດໄຈ ພາຍໃນກັບປັດໄຈພາຍນອກ ເພາະວ່າ ປະເພດພວກສິນຄ້າອຸບປະໂພກບໍລິໂພກ ຈຳນວນນຶ່ງ ເຮົາກໍບໍ່ສາມາດຜະລິດ ໝາຍຄວາມວ່າ ນຳເຂົ້າຈາກປະເທດອື່ນ ຕົວ ຢ່າງຜັກສະລັດຈຳນວນນຶ່ງ ກະເອົາມາຈາກຊຽງໃໝ່ ໃນປະເທດໄທ ແລ້ວປະເພດ ພວກອັນຫົວ Carrot ຫຼືວ່າ ເປັນຜັກພວກ Cabbage Flower ຈຳນວນນຶ່ງກໍເອົາ
ມາແຕ່ຈີນ ກໍເຮົາບໍ່ໄດ້ປູກກັບທີ່ເນາະ.”

ແມ່​ຄ້າ​ຂາຍ​ເຄື່ອງ​ຢູ່​ຕາມ​ແຄມ​ທາງ
ແມ່​ຄ້າ​ຂາຍ​ເຄື່ອງ​ຢູ່​ຕາມ​ແຄມ​ທາງ

ແຕ່ຢ່າງໃດກໍຕາມ The Wanderlust Magazine ວາລະສານ ດ້ານການທ່ອງທ່ຽວຊັ້ນນຳຂອງໂລກ ຢູ່ທີ່ປະເທດອັງ
ກິດກໍໄດ້ສະເໜີລາຍງານວ່າ ບັນດາສະມາຊິກ ຂອງວາລະສານ ໄດ້ຈັດໃຫ້ເມືອງມໍລະດົກຫລວງພະບາງ ເປັນເມືອງທີ່
ໜ້າທ່ອງທ່ຽວທີ່ສຸດເປັນອັນດັບ 2 ຂອງໂລກໃນປີ 2014 ນີ້ດ້ວຍຄະແນນທີ່ຄິດໄລ່ເປັນອັດຕາສະເລ່ຍ 95.71% ຂອງ
ຈຳນວນສະມາຊິກທັງໝົດທີ່ໄດ້ປະກອບຄວາມຄິດເຫັນເຂົ້າໃນການສຳຫລວດທີ່ໄດ້ຈັດທຳຂຶ້ນເມື່ອທ້າຍປີທີ່ແລ້ວ ສ່ວນ
ອັນດັບທີ 1 ກໍຄື ເມືອງພຸກາມ ໃນສະຫະພາບມຽນມ້າ ແລະອັນດັບທີ 3 ຄືເມືອງແຫງ່ອານໃນຫວຽດນາມ
ໂດຍໄດ້ຮັບຄະແນນສະເລ່ຍ 97.5% ແລະ 94.33% ຕາມລຳດັບ.

ຍິ່ງໄປກ່ວານັ້ນ ເມືອງຫລວງພະບາງກໍເຄີຍໄດ້ຮັບການຈັດອັນດັບ ໃຫ້ເປັນເມືອງ ທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ
ໃນຊ່ວງປີ 2006-2008 ກ່ອນທີ່ຈະເສຍແຊ້ມ ແຕ່ກໍຍັງຄົງຢູ່ໃນ10 ເມືອງ ທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ໃນປີ 2009 ແລະໄດ້ກັບຄືນມາຄອງແຊ້ມ ໃນຊ່ວງປີ 2010-2012 ໂດຍມີພຽງປີ 2013 ເທົ່ານັ້ນ ທີ່ເມືອງຫຼວງພະບາງຫລຸດຈາກ 10
ອັນດັບຂອງເມືອງທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ.

ໂດຍການທີ່ເມືອງຫລວງພະບາງ ໄດ້ເປັນຈຸດໝາຍປາຍທາງທີ່ໜ້າທ່ອງທ່ຽວທີ່ສຸດ ໃນ ໂລກດັ່ງກ່າວນີ້ ກໍໄດ້ເປັນຜົນ ເຮັດໃຫ້ມີຊາວຕ່າງຊາດ ເດີນທາງເຂົ້າມາທ່ອງທ່ຽວ ໃນ ເມືອງມໍລະດົກໂລກແຫ່ງນີ້ ເພີ່ມຂຶ້ນທຸກປີເຊັ່ນດຽວກັນ ໂດຍໃນປີ 2013 ທີ່ຜ່ານມາ ກໍ ປາກົດວ່າ ມີຊາວຕ່າງຊາດຫຼາຍກ່ວາ 343,000 ຄົນ ທີ່ເດີນທາງເຂົ້າມາທ່ອງທ່ຽວ ໃນ ເມືອງຫຼວງພະບາງ ແລະຄາດວ່າ ຈະເພີ່ມຂຶ້ນເປັນ 5 ແສນຄົນ ໃນປີ 2014 ນີ້.

ທາງດ້ານກະຊວງຖະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວ ລາຍງານວ່າ ໃນປີ 2013 ຜ່ານມາມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນລາວເຖິງ 3,779,490 ຄົນ
ໂດຍເພີ່ມຂຶ້ນຈາກ 3.3 ລ້ານກ່ວາຄົນ ໃນປີ 2012 ແລະຖືເປັນຈຳນວນນັກທ່ອງທ່ຽວທີ່ ເດີນທາງເຂົ້າມາໃນລາວເກີນກວ່າແຜນການໃນປີ 2013 ທັ້ງຍັງເກີນລະດັບຄາດໝາຍ
ໃນປີ 2015 ທີ່ວາງໄວ້ຢູ່ 3,750,000 ຄົນອີກດ້ວຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...