Homeຂ່າວຕ່າງປະເທດເຮືອບິນກອງທັບເອກວາດໍ ຕົກເສຍຊີວິດ 22 ຄົນ

ເຮືອບິນກອງທັບເອກວາດໍ ຕົກເສຍຊີວິດ 22 ຄົນ

Published on

 ທ່ານ ຣາ​ຟາ​ເອ​ລ ກໍ​ເຣ​ອາ ປະ­ທາ­ນາ­ທິ­ບໍ­ດີ​ຂອງ​ເອກ​ວາ​ດໍ​ແຈ້ງ­ວ່າ ເຮືອ­ບິນ​ທະ­ຫານ​ລຳ​ໜຶ່ງ​ຕົກ­ລົງ​ກາງ​ປາ​ອາ​ເມ​ຊອນ​ໃນ​ວັນ​ທີ 15 ມີ­ນາ​ທີ່​ຜ່ານ​ມາ ເຮັດ​ໃຫ້​ຜູ້​ຢູ່​ເທິງ​ເຮືອ­ບິນ​ເສຍ​ຊີ­ວິດ​ທັງ​ໝົດ 22 ຄົນ.

     ຜູ້­ນຳ​ເອກ​ວາ​ດໍ​ແຈ້ງ­ວ່າ ບໍ່​ມີ​ຜູ້​ລອດ​ຊີ­ວິດ​ຈາກ​ເຮືອ­ບິນ​ຕົກ​ດັ່ງ­ກ່າວ ໃນ​ເຮືອ­ບິນ​ມີ​ທະ­ຫານ​ໂດດ​ຈ້ອງ 19 ຄົນ, ນັກ ບິນ 2 ຄົນ ແລະ ຊ່າງ​ເຮືອ­ບິນ 1 ຄົນ ເຮືອ­ບິນ​ຕົກ​ຢູ່​ແຂວງ​ປັສ​ຕາ​ຊາ ທາງ​ຕາ­ເວັນ​ອອກ​ຂອງ​ປະ­ເທດ ໃກ້​ຊາຍ​ແດນ​ຕິດ​ກັບ​ເປ​ຣູ, ທ່ານ ຣິ​ກາ​ໂດ ປາ​ຕິ​ໂນ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ​ແຈ້ງ­ວ່າ ກຳ­ລັງ​ເດີນ­ທາງ​ໄປ​ຍັງ​ຈຸດ​ເກີດ​ເຫດ, ທຸກ​ຄົນ​ເສຍ​ໃຈ​ທີ່​ເກີດ​ຄວາມ​ສູນ​ເສຍ​ດັ່ງ­ກ່າວ ຂະ­ນະ​ທີ່​ກອງ­ທັບ​ເປີດ­ເຜີຍ​ວ່າ ເຮືອ­ບິນ​ລຳ​ນີ້​ໄດ້​ນຳ​ທະ­ຫານ​ໄປ​ຝຶກ​ຊ້ອມ​ໂດດ​ຈ້ອງ, ຊຶ່ງ​ນັກ­ຮຽນ​ທີ່​ເດີນ­ທາງ​ໄປ​ເຖິງ​ທີ່​ເກີດ​ເຫດ​ລະ­ບຸ​ວ່າ ເຮືອ­ບິນ​ເປ​ເພ​ໝົດ​ລຳ ສ່ວນ​ປີກ​ແຕກ​ກະ​ແຈກ​ກະ­ຈາຍ​ໄປ​ທົ່ວ​ບໍ­ລິ­ເວນ.

ກ່ອນ​ໜ້າ​ນີ້​ໃນ​ເດືອນ​ມີ­ນາ​ປີ​ກ່ອນ ເຮືອ­ບິນ​ໂຮງ­ຮຽນ​ກອງ­ທັບ​ອາ­ກາດ​ເອກ​ວາ​ດໍ​ຕົກ​ຢູ່​ເມືອງ​ຊາ​ລິ​ນາ​ສ ນັກ​ບິນ​ເສຍ​ຊີ­ວິດ 2 ຄົນ ແລະ ນັບ​ຕັ້ງ­ແຕ່​ປີ 2009 ເປັນ­ຕົ້ນ​ມາ ເຮືອ­ບິນ​ທະ­ຫານ​ເອກ​ວາ​ດໍ​ປະ­ສົບ​ອຸ­ບັດ­ເຫດ​ແລ້ວ 4 ເທື່ອ ໜຶ່ງ​ໃນ​ນັ້ນ​ເປັນ​ເຮືອ­ບິນ​ທີ່​ຊື້​ມາ​ຈາກ​ອິນ​ເດຍ ມີ​ຜູ້​ເສຍ​ຊີ­ວິດ 3 ຄົນ.

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...