spot_img
Homeຂ່າວການພັດທະນາອົບຮົມຄູຝຶກ ກ່ຽວກັບການໂຄສະນາຕ້ານການສໍ້ລາດບັງຫຼວງ

ອົບຮົມຄູຝຶກ ກ່ຽວກັບການໂຄສະນາຕ້ານການສໍ້ລາດບັງຫຼວງ

Published on

ຕອນເຊົ້າວັນທີ 14 ມີນາ 2016, ຄະນະກວດກາ ສູນກາງພັກ, ອົງການກວດກາ ລັດຖະບານໄດ້ຈັດກອງປະຊຸມ ຝຶກອົບຮົມຄູຝຶກກ່ຽວກັບການ ໂຄສະນາເຜີຍແຜ່ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທີ່ໂຮງແຮມນະ ຄອນສັກ, ນະຄອນຫຼວງວຽງ ຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຄຳ ອຸ່ນມີໄຊ ຮອງປະທານຄະນະກວດກາ ສູນກາງພັກ, ອົງການກວດກາ ລັດຖະບານ, ມີ ທ່ານ ປີເຕີ ລີຈີ ທີ່ປຶກສາຕ້ານການສໍ້ລາດບັງຫຼວງຂົງເຂດພາກພື້ນອາຊີ-ປາຊີຟິກ, ຮັບຜິດຊອບວຽກງານກົດໝາຍສະພາທະນາຍຄວາມ ສະຫະລັດອາເມຣິກາ, ຕາງໜ້າ ສະຖານທູດ ອາເມຣິກາ ປະຈຳ ລາວ, ຫົວໜ້າກົມ, ຮອງກົມຈາກ ຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານ, ຫົວໜ້າກົມ, ຮອງກົມຈາກບັນ ດາກະຊວງ-ອົງການເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ໄຊຄຳ ອຸ່ນມີໄຊ ໄດ້ສະເໜີ ຄວາມໝາຍຄວາມສຳຄັນກ່ຽວ ກັບການຈັດກອງປະຊຸມຝຶກ ອົບຮົມຄູຝຶກວຽກງານສະກັດ ກັ້ນ ແລະ ຕ້ານການສໍ້ລາດບັງ ຫຼວງໃຫ້ແກ່ ຄະນະນຳຂອງກົມກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງກະຊວງ, ອົງການຄັ້ງນີ້ ແມ່ນເພື່ອເຮັດ ໃຫ້ນັກສຳມະນາກອນໃຫ້ກາຍ ເປັນຄູຝຶກວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ  ໃຫ້ມີບົດບາດຂະຫຍາຍຕົວ ໃໝ່ ເພື່ອຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານໃນໄລຍະໃໝ່ ແລະ ຮຽກຮ້ອງມາຍັງນັກສຳ ມະນາກອນຈົ່ງຍົກສູງຄວາມ ຮັບຜິດຊອບຂອງຕົນ ເຮັດໃຫ້ ຊຸດຝຶກອົບຮົມຄັ້ງນີ້ດຳເນີນໄປ ດ້ວຍດີ ແລະ ບັນລຸຜົນຕາມຈຸດ ປະສົງ ແລະ ຄາດໝາຍທີ່ວາງໄວ້.
ການຝຶກອົບຮົມຄັ້ງນີ້ໄດ້ຮັບຟັງການບັນຍາຍເນື້ອໃນເອກະສານສຳຄັນຕ່າງໆຈາກຊ່ຽວຊານຕ່າງປະເທດ ແລະ ຄູ-ອາຈານ ຂອງລາວ ເປັນຕົ້ນ ແມ່ນກ່ຽວກັບການຕິດຕາມ ຮ່ອງຮອຍການເງິນທີ່ສໍ້ລາດ ບັງຫຼວງ, ເນື້ອໃນພື້ນຖານຂອງ ກົດໝາຍວ່າດ້ວຍການຕ້ານ ການສໍ້ລາດບັງຫຼວງ, ຍຸດທະ ສາດຕ້ານການສໍ້ລາດບັງຫຼວງ, ຍຸດທະສາດຕ້ານການສໍ້ລາດ ບັງຫຼວງຂອງລັດຖະບານ ແຕ່ ນີ້ຮອດປີ 2020, ກົດໝາຍວ່າ ດ້ວຍການສົ່ງຜູ້ຮ້າຍຂ້າມແດນ, ກົດໝາຍວ່າດ່ວຍການຕ້ານ ການຟອກເງິນ, ກົດໝາຍວ່າ ດ້ວຍການກວດກາລັດ, ດຳລັດ ວ່າດ້ວຍການປະຢັດ ແລະ ຕ້ານ ການຟູມເຟືອຍ ແລະ ເອກະ ສານກ່ຽວກັບເຂົ້າຮ່ວມເປັນພາ ຄີຂອງອົງການຈັດຕັ້ງສາກົນ ແລະ ພາກພື້ນ. ນອກຈາກການ ຮັບຟັງການເຜີຍແຜ່ແລ້ວກໍຈະ ໄດ້ຄົ້ນຄວ້າສົນທະນາ, ປຶກສາ ຫາລືແລກປ່ຽນຄວາມຄິດ ຄວາມ ເຫັນ ໂດຍອີງຕາມຂໍ້ເຈາະຈີ້ມ ຂອງຜູ້ບັນຍາຍທີ່ໄດ້ວາງອອກ ເພື່ອເຮັດໃຫ້ນັກສຳມະນາກອນ ເຂົ້າໃຈຕໍ່ບັນຫາຢ່າງເລິກເຊິ່ງ. ຊຸດຝຶກອົບຮົມຈະດຳເນີນຮອດ ວັນທີ  18/3/2016.

ແຫລ່ງຂ່າວຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...