ຫວຽດນາມ​ ທຸ່ມງົບ 2 ຮ້ອຍ​ຕື້​ກວ່າໂດ​ລາແກ້​ໄຂການຈໍລະ​ຈອນ

0
1603

ຫວຽດນາມ​ ປະກາດ​ກຽມ​ທຸ່ມ​ງົບ​ 2 ຮ້ອຍ​ຕື້​ກວ່າໂດ​ລາ​ສະຫະລັດ ຂະຫຍາຍພື້ນ​ທີ່​ຈໍລະ​ຈອນ ​ແລະ ພັດທະນາ​ລະບົບ​ໂຄງ​ສ້າງ​ພື້ນຖານ​ດ້ານ​ການ​ຂົນ​ສົ່ງ​ພາຍ​ໃນ 5 ປີ​ຕໍ່ໜ້າ ​ເພື່ອ​ຮອງ​ຮັບ​ຈຳນວນ​ພາຫະນະ​ທີ່​ຈະ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ອະນາຄົດ.

ລັດຖະມົນຕີຊ່ວຍວ່າການ​ກະຊວງ​ຄົມມະນາຄົມຫວຽດນາມ​ກ່າວ​ວ່າ ນະຄອນຫຼວງ​ຮ່າ​ໂນ້ຍຈຳ​ເປັນ​ຕ້ອງ​ໃຊ້​ງົບປະມານ​ 1 ຕື້​​ໂດ​ລາ​ສະຫະລັດ​ຕໍ່​ປີ ​ເພື່ອ​ປັບປຸງ​ຖະໜົນ ​ແລະ ຂະຫຍາຍທາງ​ໃຫ້ກວ້າງ​ຂຶ້ນ​ເພື່ອ​ໃຫ້ການ​ຈໍລະ​ຈອນ​ສະດວກ​ຂຶ້ນ ​ເນື່ອງ​ຈາກ​ຖະໜົນ​ຫຼາຍ​ສາຍ​ແອ​ອັດ​ຫຼາຍ ຊຶ່ງ​ສົ່ງ​ຜົນ​ໃຫ້​ມົນ​ລະ​ພິດ​ຂ້າ​ຊີວິດ​​​ປະມານ 44 ພັນ​ຄົນ​ໃນ​ທຸກໆ​ປີ, ດ້ານ​ຮອງ​ປະ​ທານ​ຄະນະ​ກຳມະການ​ດ້ານ​ຄວາມ​ປອດ​ໄພ ​ແລະ ການ​ຈໍລະ​ຈອນ​ແຫ່ງ​ຊາດ​ແນະນຳ​ວ່າ ນອກຈາກ​ສາທາລະ​ນູປະ​ໂພ​ກພື້ນຖານ​ແລ້ວ ຮ່າ​ໂນ້ຍຄວນ​ຈຳກັດ​ປະລິມານ​ການ​ຊື້​ລົດ​ສ່ວນ​ບຸກຄົນ, ນອກ​ຈາກ​ນີ້​ກົມ​ການ​ຂົນ​ສົ່ງ​ຮ່າ​ໂນ້ຍ ​ໄດ້​ອອກ​ມາດ​ຕະການ​ຫ້າມ​ລົດ​ແທັກ​ຊີ​ທີ່​ບໍ່​ມີ​ໃບ​ອະນຸຍາດ​ຂັບ​ຂີ່​ໃນ​ເມືອງ​ເຂົ້າ​ມາ​ແລ່ນ​ໃນ​ຮ່າ​​ໂນ້ຍ ​ເພື່ອ​ແກ້​ໄຂ​ບັນຫາ​ໄລຍະ​ຍາວ.

ຮ່າ​​ໂນ້ຍມີ​ລົດຈັກ​ສ່ວນ​ບຸກຄົນ​ຈຳນວນ 5,3 ລ້ານ​ຄັນ ​ແລະ ລົດ​ໃຫຍ່ 560 ພັນ​ຄັນ ​ໂດຍ​ປະລິ​ມານ​ຂອງ​ລົດຈັກ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ 11% ​ໃນ​ທຸກໆ​ປີ ​ແລະ ລົດ​ໃຫຍ່​ເພີ່ມ​ຂຶ້ນ 17% ​, ຊຶ່ງ​ຄາດ​ວ່າ​ໃນ​ປີ 2020 ຈະ​ມີ​ລົດ​ໃຫຍ່​ເພີ່ມ​ຂຶ້ນ 1 ລ້ານ​ຄັນ, ລົດຈັກ​ເພີ່​ມຶ້ນ 7 ລ້ານ​ຄັນ, ຊຶ່ງ​ລົດ​​​ແທັກ​ຊີ​ທີ່​ມີ​ໃບ​ອະນຸຍາດ​ແລ່ນ​ໃນ​ຮ່າ​ໂນ້ຍມີ​ຢູ່​ຫຼາຍ​ກວ່າ 17 ພັນ​ຄັນ ຂະນະ​ທີ່​ລົດ​ແທັກ​ຊີ​ປະມານ 2 ພັນ​ຄົນ​ຈາກ​ແຂວງ​ໃກ້​ຄຽງ​ທີ່​ເຂົ້າ​ມາ​ແລ່ນ​ໃນ​ຮ່າ​ໂນ້ຍ ຈຶ່ງ​ເຮັດ​ໃຫ້​ຮ່າ​ໂນ້ຍມີ​ຄວາມ​ໜາ​ແໜ້ນຫຼາຍ​ຂຶ້ນ.