spot_img
Homeຂ່າວຕ່າງປະເທດທະນາຄານໂລກປັບຫຼຸດຄາດການຈີດີພີອິນໂດລົງເຫຼືອພຽງ 5,1%

ທະນາຄານໂລກປັບຫຼຸດຄາດການຈີດີພີອິນໂດລົງເຫຼືອພຽງ 5,1%

Published on

ທະນາຄານ​ໂລກປັບ​ຫຼຸດ​ຄາດ​ການ​ເຕີບ​ໂຕ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ປະຈຳ​ປີ​ນີ້​ລົງ ​ໂດຍ​ລະບຸ​ວ່າ ການ​ທີ່​ລັດຖະບານ​ຈັດ​ເກັບ​ລາຍ​ໄດ້​ບໍ່​ໄດ້​ຕາມ​ເປົ້າ​ຈະ​ຈຳກັດ​ການ​ໃຊ້​ຈ່າຍ​ພາກ​ລັດ.

ທະນາຄານ​ໂລກ​ທົບ​ທວນ​ຄາດ​ການ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ປະຈຳ​ໄຕ​ມາດ ​ໂດຍ​ຫຼຸດ​ຄາດ​ຄະ​ເນ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ໃນ​ປີ​ນີ້​ລົງ​ເຫຼືອ 5,1% ຈາກ 5,3% ທີ່​ເຄີຍ​ປະ​ເມີນ​ເອົາ​ໄວ້​ໃນ​ເດືອນ​ທັນວາ ​ຊຶ່ງ​ໃຫ້​ເຫດຜົນ​ວ່າ ​ເງື່ອນ​ໄຂ​ລະດັບ​ໂລກ​ອ່ອນ​ແອ​ລົງ​ກວ່າ​ທີ່​ຄາດ​​ໄວ້ ອີກ​ທັງ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ຍັງ​ໃຊ້​ຈ່າຍ​ໄດ້​ຢ່າງ​ຈຳກັດ ຊຶ່ງ​ໝາຍ​ຄວາມ​ວ່າ​ເສດຖະກິດ​ຂອງ​ປະ​ເທດ​ຈະ​ຕ້ອງ​ເພິ່ງ​ພາ​ການ​ໃຊ້​ຈ່າຍ​ຂອງ​ພາກ​ເອກະ​ຊົນ​ຫຼາຍ​ຂຶ້ນ, ທະນາຄານ​ໂລກ​ລະບຸ​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ອິນ​ໂດ​ເນ​ເຊຍ​ຈະ​ເກັບ​ລາຍ​ໄດ້​ໃນ​ປີ​ນີ້​ບໍ່​ໄດ້​ຕາມ​ເປົ້າ​ໝາຍ​ 275 ພັນ​ຕື້ຣູ​ເປຍ ​ໂດຍ​ລາຍ​ໄດ້​ໃນ​ປີ​ນີ້​ໜ້າຈະ​ຢູ່​ທີ່ 1.547 ພັນ​ຕື້ຣູ​ເປຍ ສູງ​ກວ່າ​ປີ​ທີ່​ຜ່ານ​ມາ​ປະມານ 3% ບໍ່​ລວມ​ແຜນ​ຫຼຸດຜ່ອນໂທດ​ທາງ​ດ້ານ​ພາສີ​ທີ່​ລັດຖະບານ​ປະກາດ​ໃຊ້​ກ່ອນ​ໜ້າ​ນີ້.

ຂະນະ​ທີ່​ລັດຖະບານ​ຕັ້ງ​ເປົ້າ​ລາຍ​ໄດ້​ໄວ້​ຢູ່​ທີ່ 1.822 ພັນ​ຕື້ຣູ​ເປຍ ບີບ​ໃຫ້​ຝ່າຍ​ບໍລິຫານ​ຕ້ອງ​ຫຼຸດ​ລາຍ​ຈ່າຍ​ພາກ​ລັດ ຫຼັງ​ອອກ​ກົດໝາຍ​ຄວບ​ຄຸມ​ການ​ຂາດ​ດຸນ​ງົບປະມານ​ໃຫ້​ຢູ່​ທີ່ 3% ຂອງ​ຕົວ​ເລກ​ຈີ​ດີ​ພີ ​ໃນ​ເວລາ​ໄລ່​ເລ່ຍກັນ​ນັ້ນ​ກອງ​ທຶນ​ການ​ເງິນລະຫວ່າງປະເທດ ຫຼື ໄອເອັມເອຟ ໄດ້​ອອກ​ລາຍ​ງານ​ທົບ​ທວນ​ນະ​ໂຍບາຍ​ຂອງ​ອິນ​ໂດ​ເນ​ເຊຍ​ປະຈຳ​ປີ 2016 ຊຶ່ງ​ກົງກັນຂ້າມ​ກັບ​ການ​ຄາດ​ຄະ​ເນ​ຂອງ​ທະນາຄານ​ໂລກ ​ໂດຍ​ໄອ​ເອັມ​ເອຟລະບຸ​ວ່າ ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ໃນ​ປີ​ນີ້​ຈະ​ຂະຫຍາຍຕົວ​ຢູ່​ທີ່ 4,9% ​​ເພີ່ມ​ຈາກ 4,7%​ໃນ​ປີ 2015.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...