spot_img
Homeຂ່າວພາຍ​ໃນຫ້າມພາດ! ໃຜຈະເປັນຜູ້ຊະນະ ແມນນີ່ ປາກຽວ ປະທະ ທິໂມທີ ແບຣດລີຍ໌

ຫ້າມພາດ! ໃຜຈະເປັນຜູ້ຊະນະ ແມນນີ່ ປາກຽວ ປະທະ ທິໂມທີ ແບຣດລີຍ໌

Published on

EyWwB5WU57MYnKOuX7Iu30KHdGNzKKzEkaGPAWaBRllx7LHGDauhn2

ຫ້າມພາດ! ໃຜຈະເປັນຜູ້ຊະນະ ແມນນີ່ ປາກຽວ ປະທະ ທິໂມທີ ແບຣດລີຍ໌ ໃນເສິກຊີງແຊັມ WBO ລຸ້ນວໍເຕີເວດ ຊ່ອງ 7 ສີ ແລະ Bugaboo.tv ຖ່າຍທອດສົດ ໃນວັນອາທິດທີ 10 ເມສາ 2016 ເວທີມວຍ MGM Grand Gaeden ລາສເວກັສ ສະຫະລັດອາເມລິກາ.

ກ່ອນໜ້ານີ້ ແມນນີ ປາກຽວ ກັບ ທິໂມທີ ແບຣດລີຍ໌ ຊົກກັນມາແລ້ວ 2 ຄັ້ງ ຄັ້ງທຳອິດຊົກກັນເມື່ອວັນທີ 9 ມິຖຸນາ 2012 ທິໂມທີ ເປັນຝ່າຍຊະນະຄະແນນ ແລະ ຄັ້ງທີສອງ ແມນນີ ປາກຽວ ເປັນຝ່າຍຊະນະຄະແນນ ຊົກກັນເມື່ອວັນທີ 12 ເມສາ 2014 ໂດຍການຊົກທັງສອງຄັ້ງ ທີ່ເວທີມວຍ MGM Grand Gaeden ລາສເວກັສ ສະຫະລັດອາເມລິກາ ເຊັ່ນກັນ.

ສຳລັບ ປາກຽວ ໄວອາຍຸ 37ປີ ເລືອກ ແບຣດລີຍ໌ ຄູ່ຮັກຄູ່ແຄ້ນເປັນຄູ່ຊົກຄົນສຸດທ້າຍເທິງບັນລັງສັງວຽນຂອງຕົວເອງ ໂດຍພົບກັນມາແລ້ວ 2 ຄັ້ງ ຊະນະ 1 ແພ້ 1 ເຊິ່ງຈາກຈົບໄຟຕ໌ນີ້ປາກຽວກໍ່ຈະຜັນຕົວເອງໄປເຮັດວຽກການເມືອງແບບເຕັມຕົວ ໂດຍຖີ້ມນວມ ແລະ ກິ່ນສາບຜືນຜ້າໃບໄວ້ຂ້າງຫຼັງ.

 

ແຫລ່ງຂ່າວຈາກ: ເວັບໄຊ໌ບັກກະບູມທີວີ.

 

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...