spot_img
Homeຂ່າວການສຶກສາຕົວແທນນັກຮຽນເກັ່ງທົ່ວນະຄອນຫລວງຈະເຂົ້າຮ່ວມການສອບເສັງລະດັບຊາດ ໃນທ້າຍເດືອນເມສານີ້

ຕົວແທນນັກຮຽນເກັ່ງທົ່ວນະຄອນຫລວງຈະເຂົ້າຮ່ວມການສອບເສັງລະດັບຊາດ ໃນທ້າຍເດືອນເມສານີ້

Published on

ເຊົ້າວັນທີ 15 ມີນານີ້, ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ໄດ້ຈັດການສອບເສັງນັກຮຽນເກັ່ງທົ່ວນະຄອນຫລວງວຽງຈັນ ຂຶ້ນທີ່ສູນສອບເສັງ ມ.ສ ວຽງຈັນ, ໂດຍມີນັກຮຽນເກັ່ງໃນຊັ້ນປ5, ມ4 ແລະ ມ7 ເຂົ້າຮ່ວມທັງໝົດ 618 ຄົນ, ໃນນັ້ນ ຊັ້ນປ 5 ມີ 150 ຄົນ, ຍິງ 114 ຄົນ, ຊັ້ນມ4 ມີ 209 ຄົນ, ຍິງ 144 ຄົນ ແລະ ມ7 ມີ 259 ຄົນ, ຍິງ 153 ຄົນ,ຊຶ່ງຊັ້ນປ5 ມີວິຊາຄື: ຄະນິດສາດ, ພາສາລາວ ແລະ ໂລກອ້ອມຕົວ, ຊັ້ນມ4 ແລະ ມ7 ມີວິຊາຄື: ຄະນິດສາດ, ພາສາລາວ-ວັນນະຄະດີ, ຟີຊິກສາດ ແລະ ວິຊາເຄມີສາດ.

ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ການສອບເສັງດັ່ງກ່າວ ກໍເພື່ອກະຕຸກຊຸກຍູ້ຂະບວນການຮຽນ-ການສອນໃນໂຮງຮຽນສາມັນສຶກສາທົ່ວນະຄອນຫລວງ

ວຽງຈັນ ມີບັນຍາກາດຟົດຟື້ນເຂັ້ມແຂງ, ມີລັກສະນະແຂ່ງຂັນຢ່າງຕັ້ງໜ້າໃນການພັດທະນການສຶກສາໃຫ້ມີຄຸນນະພາບ ແລະ ສາມາດເຊື່ອມໂຍງເຂົ້າກັບສາກົນຫລາຍຂຶ້ນ, ຊຶ່ງການສອບເສັງນັກຮຽນເກັ່ງດັ່ງກ່າວ ຕ້ອງໄດ້ຜ່ານ 3 ຂັ້ນຕອນຄື: ສອບເສັງຄັດເລືອກໃນໂຮງຮຽນ ເຊິ່ງໄດ້ມີຂຶ້ນເມື່ອເດືອນຕຸລາ 2015 ຜ່ານມາ, ສອບເສັງຄັດເລືອກໃນຂັ້ນເມືອງ,ຊຶ່ງໄດ້ມີຂຶ້ນໃນວັນທີ 15 ກຸມພາຜ່ານມານີ້ ແລະ ສຸດທ້າຍແມ່ນຮອບທົ່ວນະຄອນຫລວງ, ເພື່ອຈະໄດ້ຄັດເລືອກເອົາຕົວແທນນັກຮຽນເກັ່ງຂອງແຕ່ລະວິຊາໃນແຕ່ລະຊັ້ນ, ວິຊາລະໜຶ່ງຄົນ, ເພື່ອໄປເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ ທີ່ຈະໄດ້ຈັດຂຶ້ນໃນທ້າຍເດືອນເມສານີ້.

 

ແຫລ່ງຂ່າວຈາກ laophatthananewspaper

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...