spot_img
Homeຂ່າວທ້ອງຖິ່ນແຂວງຊຽງຂວາງ ຈັດພິທີປູກຕົ້ນຊາກູຣະ ໃນບໍລິເວນອ້ອມຮອບ ວັດໄຫຫີນມີໄຊຍະຣາມ

ແຂວງຊຽງຂວາງ ຈັດພິທີປູກຕົ້ນຊາກູຣະ ໃນບໍລິເວນອ້ອມຮອບ ວັດໄຫຫີນມີໄຊຍະຣາມ

Published on

ໃນຕອນເຊົ້າວັນທີ 13 ມີນາ 2016 ທີ່ຜ່ານມາ ຢູ່ທີ່ວັດໄຫຫີນມີໄຊຍະຣາມ ແຂວງຊຽງຂວາງ ໄດ້ມີພິທີ ປູກຕົ້ນຊາກູຣະ ໃນບໍລິເວນອ້ອມຮອບຂອງວັດ ເຊິ່ງໄດ້ມີການນຳແຂວງ ນໍາໂດຍທ່ານ ສາດສະດາຈານ ດຣ. ສົມກົດ ມັງໜໍ່ເມກ ແຂວງເຈົ້າແຂວງໆຊຽງຂວາງ ທ່ານ ອີໂມຣິ ດາອີຈິ ປະທານບໍລິຫານບໍລິສັດພັດທະນາກະສິກຳລາວ-ຍີປຸ່ນແຂວງຊຽງຂວາງຈຳກັດ ພ້ອມດ້ວຍພະນັກງານ ວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມປູກ.

ຕົ້ນຊາກູຣະທີ່ນໍາມາປູກມີຈຳນວນ 1.500 ຕົ້ນ ໃນນັ້ນ ຈຳນວນ 1.000 ຕົ້ນ ແມ່ນຈະປູກຢູ່ວັດໄຫຫີນມີໄຊຍະຣາມ ແລະ ອີກ 500 ຕົ້ນ ແມ່ນປູກຢູ່ຟາມລ້ຽງງົວຂອງບໍລິສັດພັດທະນາກະສິກຳລາວ-ຍີປຸ່ນແຂວງຊຽງຂວາງຈຳກັດ ເຊິ່ງມີຊະນິດ ສີບົວ ແລະ ສີຂາວ ການປູກຕົ້ນຊາກູຣະໃນຄັ້ງນີ້ ເພື່ອເປັນສັນຍາລັກໃນການຮ່ວມມື ສາຍພົວພັນລະຫ່ວາງແຂວງຊຽງຂວາງ ແລະ ປະເທດຍີປຸ່ນ ໂດຍສະເພາະ ແຂວງຊຽງຂວາງ ກັບ ບໍລິສັດພັດທະນາກະສິກຳລາວ-ຍີປຸ່ນ ທີ່ບໍລິສັດໄດ້ສຸມທຶນຮອນຢ່າງຫຼວງຫຼາຍ ໃນການລ້ຽງງົວພັນຊີ້ນ-ພັນນົມ ປູກພັກອິນຊີ ແລະ ຈະສ້າງໂຮງງານຂ້າສັດ ຫ້ອງແລັບ ແລະ ອື່ນໆຢູ່ແຂວງຊຽງຂວາງ ໃນອະນາຄົດ ພະເຈົ້າອົງຫຼວງທີ່ວັດໄຫຫີນມີໄຊຍະຣາມ ຈະເປັນແຫຼ່ງທ່ອງທ່ຽວທີ່ງົດງາມ ທີ່ມີດອກຊາກຸຣະເບັ່ງບານໄປທົ່ວ.

ຂ່າວ/ພາບ: ບຸນມີ ແສງທຸມມີ

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...