Homeຂ່າວຕ່າງປະເທດຈີນຄົ້ນພົບຖ້ຳໃຕ້ດິນຂະໜາດໃຫຍ່

ຈີນຄົ້ນພົບຖ້ຳໃຕ້ດິນຂະໜາດໃຫຍ່

Published on

 ຈີນຫາກໍ່ຖືກຄົ້ນພົບຖ້ຳໃຕ້ດິນ ຊຶ່ງເປັນຖ້ຳຂະ­ໜາດໃຫຍ່ທີ່ສຸດມີຄວາມອຸ­ດົມ­ສົມ­ບູນທາງທຳມະຊາດ ແລະສິ່ງທີ່ມີຊີ­ວິດ.

31F3696B00000578-3480333-image-a-43_1457354339949

     ທີມນັກທໍ­ລະ­ນີ­ວິ­ທະ­ຍາໄດ້ຄົ້ນພົບຖ້ຳຂະ­ໜາດໃຫຍ່ ຊຶ່ງຊຸກເຊື່ອງຢູ່ເລິກລົງໄປໃຕ້ພື້​ດິນເຖິງ 420 ແມັດ ໂດຍພາຍໃນຖ້ຳປະ­ກອບມີ: ທະເລສາບ, ແມ່ນ້ຳ, ນ້ຳຕົກ, ໝູ່ຫີນຮູບ­ຊົງຕ່າງໆ, ພືດ, ປາ, ໂຕເຈຍ, ງູ ແລະ ສິ່ງມີຊີ­ວິດສາຍພັນອື່ນໆ ຖ້ຳ​ນ່າ​ຈະມີຄວາມຍາວຫຼາຍກວ່າ 16,5 ກິໂລແມັດ, ຊຶ່ງການຄົ້ນພົບຖ້ຳຂະ­ໜາດໃຫຍ່ແຫ່ງນີ້ ເກີດຂຶ້ນລະ­ຫວ່າງການເດີນ­ທາງ​ສຳຫຼວດ​ທຳມະຊາດເປັນເວ­ລາ 8 ມື້ ຂອງຄະ­ນະນັກທໍ­ລະ­ນີ­ວິ­ທະ­ຍາຊາວຈີນ ແລະ ຝຣັ່ງ ຊຶ່ງຮ່ວມ​ມືກັນເປັນເທື່ອທຳອິດໃນການບຸກເບີກຖ້ຳ 12 ແຫ່ງ ຕັ້ງແຕ່ທ້າຍເດືອນກຸມ­ພາຈົນເຖິງຕົ້ນເດືອນມີ­ນາທີ່ຜ່ານມາ.

ຖ້ຳແຫ່ງນີ້ຕັ້ງຢູ່ບ້ານຕົງຫຼັນ ເມືອງເຫີສື່ ມົນທົນກວ່າງ​ຊີທາງພາກໃຕ້ຂອງຈີນ ເປັນຊັ້ນຫີນປູນທີ່ຖືກ​ກັດເຊາະ ຈົນກາຍເປັນຂຸມບໍ່, ຖ້ຳ, ທາງນ້ຳ ແລະ ອື່ນໆ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...