Homeຂ່າວຕ່າງປະເທດສິງກະໂປ ຮັບຮອງກົດໝາຍຫ້າມຮ້ານຄ້າໂຊຢາສູບ

ສິງກະໂປ ຮັບຮອງກົດໝາຍຫ້າມຮ້ານຄ້າໂຊຢາສູບ

Published on

     ສະ­ພາສິງ​ກະໂປລົງ­ມະ­ຕິຮັບ­ຮອງກົດ­ໝາຍຫ້າມຮ້ານຄ້າໂຊຢາ­ສູບ ເພີ່ມຄວາມເຂັ້ມງວດໃນການຕໍ່­ຕ້ານການສູບ­ຢາໃນປະເທດຫຼາຍຂຶ້ນ.

     ໃນວັນທີ 14 ມີ­ນາວ່າ ກອງປະ­ຊຸມລັດ​ຖະ​ສະ­ພາສິງ​ກະໂປລົງ­ມະ­ຕິອະ­ນຸ­ມັດໃນວັນທີ່ 14 ມີ­ນາ ຮ່າງກົດ­ໝາຍຫ້າມຮ້ານຄ້າໂຊຢາ­ສູບ ໃນຄວາມພະ­ຍາ­ຍາມທີ່ຈະເພີ່ມຄວາມເຂັ້ມງວດໃນການຄວບຄຸມການສູບ­ຢາຢູ່ສິງ​ກະໂປ ຊຶ່ງເປັນໜຶ່ງໃນປະເທດ​ທີ່ມີອັດ­ຕາການສູບ­ຢາຕ່ຳສຸດໃນໂລກຢູ່ແລ້ວ, ຕາມກົດ­ໝາຍທີ່ຈະມີຜົນບັງ­ຄັບໃຊ້ນັບຕັ້ງແຕ່ປີ 2017 ເປັນຕົ້ນໄປ ຜູ້ຄ້າຂາຍຢາ­ສູບລາຍຍ່ອຍຈະຕ້ອງເກັບມ້ຽນຢາ­ສູບໃຫ້ຢູ່ນອກສາຍ­ຕາ ແລະ ຕ້ອງບໍ່ສະແດງໂຄ­ສະ­ນາໃດໆ​ກ່ຽວກັບຢາ­ສູບ, ການອະ­ນຸ­ມັດກົດ­ໝາຍໃນລັດ​ຖະ​ສະ­ພາ ເຮັດໃຫ້ສິງ​ກະໂປເຂົ້າຮ່ວມກຸ່ມກັບອົດສະ​ຕຣາ​ລີ, ການາດາ, ນູແວນເຊລັງ ແລະ ອັງ­ກິດ ທີ່ມີກົດ­ໝາຍຫ້າມໂຊຢາ­ສູບໃນຮ້ານຈຳ­ໜ່າຍ.ໃນມື້ດຽວກັນນີ້ ລັດ​ຖະ​ສະ­ພາສິງ​ກະໂປຍັງລົງ­ມະ­ຕິອະ­ນຸ­ມັດຫ້າມໂຄ­ສະ­ນາຢາ­ສູບທຸກຮູບແບບ ລວມ ທັງ​ການໂຄ­ສະ­ນາທາງອອນລາຍ, ການຫ້າມໂຊຍັງລວມເຖິງຢາ­ສູບໄຟ­ຟ້າ.

ນາງ ເອ​ມີ ຄໍ ລັດ­ຖະ­ມົນ­ຕີວ່າການກະຊວງສາ​ທາ​ລະ​ນະ​ສຸກສິງກະໂປກ່າວວ່າ ອັດ­ຕາການສູບ­ຢາໃນສິງ​ກະໂປຫຼຸດລົງຕ່ຳສຸດຢູ່ທີ່ 12,6%ໃນປີ 2004 ແຕ່ຫຼັງຈາກນັ້ນກໍ່ຄ່ອຍໆເພີ່ມສູງຂຶ້ນສູ່ 13,3% ໃນປີ 2013, ຊຶ່ງສິງ​ກະໂປເປັນໜຶ່ງໃນປະເທດທີ່ມີອັດ­ຕາການສູບ­ຢາຕ່ຳສຸດໃນໂລກ ຈາກຫຼາຍມາດຕະ­ການປະ­ສົມປະ­ສານຂອງລັດ­ຖະ­ບານ ລວມ ທັງການຂຶ້ນພາ­ສີຢາ­ສູບ, ຫ້າມຕີພິມ ແລະ ແພ່ພາບກະ­ຈາຍ­ສຽງໂຄ­ສະ­ນາ ແລະ ກົດ­ໝາຍເຂັ້ມງວດຫ້າມສູບ­ຢາໃນເກືອບທຸກພື້ນທີ່ຂອງປະເທດ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...