Homeຂ່າວສັ້ນບຸນ ຫຼື ບາບ ປ່ອຍເຕົ່າລົງບ່ອນມີກະແສນ້ຳໄຫລ...ຕາຍໝົດ! ບຸນ ຫຼື ບາບ ປ່ອຍເຕົ່າລົງບ່ອນມີກະແສນ້ຳໄຫລ…ຕາຍໝົດ! ຂ່າວສັ້ນຂ່າວເຫດການ Published on 15/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2454 ເຜີຍພາບສະຫຼົດ ຊາກເຕົ່າຕາຍ ຫຼັງຄົນມາເຮັດບຸນເອົາເຕົ່າໄປປ່ອຍລົງກະແສນ້ຳ ເຊິ່ງເຕົ່າແຕ່ລະຊະນິດບໍ່ຄືກັນມີທັງເຕົ່າບົກ ແລະ ເຕົ່ານ້ຳ ໃຫ້ສັງເກດກ່ອນປ່ອຍ. ການປ່ອຍນົກ ປ່ອຍປາ ແລະ ສັດຕ່າງໆ ຖືເປັນວິທີການເຮັດບຸນທຳທານຕາມຄວາມເຊື່ອ ແຕ່ໃນການປ່ອຍສັດນັ້ນອາດຈະຕ້ອງສຶກສາກ່ອນ ແລະ ຄິດໃຫ້ຮອບຄອບເຖິງສະພາບແວດລ້ອມບ່ອນຈະໄປປ່ອຍ ວ່າມັນເໝາະສົມຕໍ່ການດຳເນີນຊີວິດຂອງມັນ ຫຼື ບໍ່ ເພາະບໍ່ດັ່ງນັ້ນອາດຈະກາຍເປັນຄວາມປາຖະໜາດີທີ່ສົ່ງຜົນຮ້າຍຕາມມາ. ເຊັ່ນກໍລະນີວັນທີ 12 ມີນາ 2016ທີ່ຜ່ານມາ ໄດ້ມີການເປີດເຜີນຈາກເຟສບຸ໊ກຊື່ Suvinit Aum Pornnavalai ໄດ້ໂພສຕ໌ພາບຊາກເຕົ່າຈຳນວນຫຼາຍທີ່ຖືກນຳໄປປ່ອຍໃນກະແສນ້ຳທີ່ ວັດໃຫຍ່ສຸວະທາຣາມ ຈັງຫວັງເພດບູລີ ໂດຍຊາກເຕົ່າທັງໝົດ ເປັນເຕົ່າທີ່ອາໃສເທິງບົກຫຼາຍກ່ວາໃນນ້ຳ. ວັນນີ້ລາວໂພສຕ໌ມີພາບຊະນິດຂອງເຕົ່າມາແນະນຳໃຫ້ຮູ້ ເພື່ອເປັນຂໍ້ມູນດີໆໃນເວລາທີ່ທ່ານໄປຊື້ເຕົ່າເພື່ອໄປປ່ອຍ ລັກສະນະເຕົ່າບົກ: ຮູບຊົງກະດອງສ່ວນຫຼາຍຈະເປັນໂຄມນູນສູງ ຂອບມີຄວາມໜາ ນ້ຳໜັກຫຼາຍກ່ວາເຕົ່ານ້ຳ ຂາມີເກັດໃຫຍ່ໄວ້ໃຊ້ຂຸດດິນ ຕີນມີລັກສະນະກົມ ແລະ ມີເລັບທີ່ແຂງແຮງ. ລັກສະນະເຕົ່ານ້ຳ: ກະດອງລຽບ ຮູບຊົງແບນຕ່ຳ ນູນຕ່ຳ ຂອບກະດອງບາງ ມີນ້ຳໜັກເບົາກ່ວາເຕົາບົກ ດັ່ງນັ້ນກ່ອນທີ່ທ່ານຈະຊື້ເຕົ່າໄປປ່ອຍທຸກຄັ້ງໃຫ້ທ່ານສຶກສາຂໍ້ມູນກ່ອນ ແລະ ສັງເກດເບິ່ງລັກສະນະຂອງເຕົ່າກ່ອນທີ່ຈະນຳມັນໄປປ່ອຍ ເພື່ອເຮັດໃຫ້ທ່ານໄດ້ບຸນຕາມທີ່ທ່ານປາຖະໜາໄວ້. ແຫລ່ງຂ່າວຈາກເວັບ: ພັນທິບດັອດຄອມ. Tagsຂ່າວເດັ່ນທຳບຸນ ບົດຄວາມຫຼ້າສຸດ ຂ່າວຕ່າງປະເທດ ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ... 29/10/2025 ຂ່າວພາຍໃນ ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025... 29/10/2025 ກອງປະຊຸມສຸດຍອດອາຊຽນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ... 27/10/2025 ຂ່າວຕ່າງປະເທດ ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's... 22/10/2025