Homeຂ່າວທ້ອງຖິ່ນມອບໂຄງການສຳຫຼວດອອກແບບ-ວາງແຜນຜັງເທສະບານແຂວງໄຊຍະ

ມອບໂຄງການສຳຫຼວດອອກແບບ-ວາງແຜນຜັງເທສະບານແຂວງໄຊຍະ

Published on

   ພິ­ທີ​ມອບ-ຮັບ​ໂຄງ­ການ​ສຳ​ຫຼວດ​ອອກ​ແບບ- ວາງ​ແຜນ​ຜັງ­ເມືອງ​ເທ­ສະ​ບານ​ແຂວງ​ໄຊ​ຍະ​ບູ​ລີລະ­ຫວ່າງ​ບໍ­ລິ­ສັດ​ນິກ​ເກັງ​ເຊັກ​ເກວິ​ສະ​ກຳ​ຈຳ­ກັດປະເທດ​ຍີ່­ປຸ່ນ​ເປັນ​ຜູ້​ມອບ ແລະ​

ພະ​ແນກ​ໂຍ­ທາ​ທິ​ການ​ຂົນສົ່ງ​ຕາງ­ໜ້າ​ແຂວງ​ໄຊ​ຍະ​ບູ​ລີ​ຜູ້​ຮັບ​ໄດ້​ຈັດ​ຂຶ້ນ​ໃນ​ວັນ ທີ 11 ມີ­ນາ 2016 ນີ້ ທີ່​ສະ­ໂມ­ສອນ​ຫ້ອງ​ວ່າ­ການປົກ­ຄອງ​ແຂວງ​ໄຊ​ຍະ​ບູ​ລີໂດຍ​ການ​ເປັນ​ປະ­ທານ​ຂອງ ທ່ານ ພົງສະ­ຫວັນ ສິດ​ທະ​ວົງ ເຈົ້າ­ແຂວງໆ​ໄຊ​ຍະບູ​ລີ, ມີ​ຮອງ​ເຈົ້າ­ແຂວງ, ເຈົ້າ­ເມືອງ​ໄຊຍະ​ບູ​ລີ, ມີ​ບັນ­ດາ​ຫົວ­ໜ້າ​ພະ­ແນກ­ການ, ຫົວ­ໜ້າ​ຄະ­ນະ​ອຳ­ນວຍ​ການ​ບໍ­ລິ­ສັດ​ນິກເກັງ​ເຊັກ​ເກ​ວິ­ສະ­ວະ­ກຳຈຳ­ກັດ, ພະ­ນັກ ງານ​ວິ­ຊາ​ການພ້ອມ​ດ້ວຍ​ນາຍ­ບ້ານ​ເທສະ​ບານ​ເມືອງ​ເຂົ້າ​ຮ່ວມ.

ທ່ານ ເຕັດ​ສຶ​ຊິ ຟູ​ຈີ​ຕະ ຄະ­ນະ​ອຳນວຍ​ການ​ບໍ­ລິ­ສັດ​ນິກ​ເກັງ​ເຊັກ​ເກວິ​ສະວະ​ກຳ​ຈຳ­ກັດ​ກ່າວ​ວ່າ: ໂຄງ­ການ​ສຳ ຫຼວດ​ອອກ​ແບບ-ວາງ​ແຜນ​ຜັງ­ເມືອງ​ເທສະ​ບານ​ແຂວງ​ໄຊ​ຍະ​ບູ​ລີໄດ້​ຈັດ​ຕັ້ງ​ປະ­ຕິບັດ​ຕາມ​ບາດ­ກ້າວ​ຂັ້ນ​ຕອນ ແລະ​ຫຼັກ​ວິຊາ​ການ​ສຳ​ຫຼວດ-ອອກ​ແບບ​ແຕ່​ຕົ້ນເດືອນ​ກັນ­ຍາ​ປີ 2013 ເປັນ­ຕົ້ນ​ມາ​ໃນຂອບ​ເຂດ​ໂຄງ­ການ​ແຜນ­ຜັງ​ຊີ້​ນຳ​ລວມເນື້ອ­ທີ່ 3.400 ເຮັກ­ຕາ, ເບື້ອງ​ຕາ­ເວັນອອກ​ກວມ​ເອົາ 930 ເຮັກ­ຕາ, ເບື້ອງ​ຕາເວັນ​ຕົກ​ກວມ​ເອົາ 2.470 ເຮັກ­ຕາ, ກຳນົດ​ຂອບ​ເຂດ​ເນື້ອ­ທີ່​ອອກ​ແບບ​ວາງ​ແຜນຜັງ​ລະ­ອຽດ 1.530 ເຮັກ­ຕາ, ເບື້ອງ​ຕາເວັນ​ອອກ​ກວມ​ເອົາ 850 ເຮັກ­ຕາ, ເບື້ອງຕາ­ເວັນ­ຕົກ​ກວມ​ເອົາ 680 ເຮັກ­ຕາ ແລະ ໂຄງ­ການ​ດັ່ງ­ກ່າວ​ໄດ້​ຈັດ​ກອງ​ປະ­ຊຸມ ເປີດ​ກວ້າງ​ຜ່ານ​ແນວ​ຄວາມ​ຄິດ​ຕໍ່​ການອອກ​ແບບ​ວາງ​ແຜນ​ຜັງ­ເມືອງ​ໄດ້​ຈຳນວນ 4 ຄັ້ງ ໃນ​ແຕ່​ລະ​ໄລ­ຍະ​ຕາມ​ແຜນດຳ­ເນີນ​ງານ​ມາ​ຮອດ​ປະ­ຈຸ​ບັນ​ໂຄງ­ການດັ່ງ­ກ່າວ​ໄດ້​ສຳ­ເລັດ.

ໃນ​ໂອ­ກາດ​ທີ່​ມີ​ຄວາມ​ໝາຍ​ສຳ­ຄັນ​ນີ້​ຄະ­ນະ​ປະ­ທານ​ພ້ອມ​ດ້ວຍ​ຜູ້​ເຂົ້າ​ຮ່ວມ​ໄດ້ໃຫ້​ກຽດ​ເຂົ້າ​ຮ່ວມ​ພິ­ທີ​ເຊັນ​ບົດ​ບັນ­ທຶກມອບ-ສົ່ງ​ຜົນ­ງານ​ການ​ສຳ​ຫຼວດ​ອອກແບບ​ປັບ­ປຸງ​ຜັງ­ເມືອງ​ເທ­ສະ​ບານ​ແຂວງ ໄຊ​ຍະ​ບູ​ລີ, ຈາກ​ນັ້ນ​ກໍ​ໄດ້​ເຂົ້າ​ຮ່ວມ​ຮັບຊົມ​ຫຸ່ນ​ຈຳ­ລອງ​ແຜນ­ຜັງ​ປັບ­ປຸງ​ເທ­ສະບານ​ແຂວງ​ໄຊ​ຍະ​ບູ​ລີ​ທີ່​ວາງ­ສະ­ແດງ​ຢູ່​ທີ່​ຊັ້ນ​ໜຶ່ງ​ຂອງ​ຫ້ອງ​ວ່າ­ການ​ປົກ­ຄອງແຂວງ​ໄຊ​ຍະ​ບູ​ລີ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...