spot_img
Homeຂ່າວທ້ອງຖິ່ນປິດຊຸດອົບຮົມວຽກງານນຳພາ-ຄຸ້ມຄອງບໍລິຫານຂັ້ນບ້ານ ຊຸດທີ 1

ປິດຊຸດອົບຮົມວຽກງານນຳພາ-ຄຸ້ມຄອງບໍລິຫານຂັ້ນບ້ານ ຊຸດທີ 1

Published on

ຊຸດຝຶກອົບຮົມກຳມະການພັກເມືອງ ທີ່ມາຈາກຮາກຖານບ້ານກ່ຽວກັບວຽກງານນຳພາ-ຄຸ້ມຄອງບໍລິຫານຂັ້ນບ້ານ ຊຸດທີ 1 ໃນ 17 ແຂວງ 105 ເມືອງ ໄດ້ປິດລົງໃນຕອນແລງວັນທີ 11 ມີນານີ້, ພາຍຫຼັງໄດ້ດຳເນີນມາແຕ່ວັນທີ 29 ກຸມພາຜ່ານມາທີ່ນະຄອນຫຼວງວຽງຈັນ ໂດຍການເປັນກຽດ ມອບໃບຢັ້ງຢືນ ແລະ ໂອ້ລົມຂອງສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ.

ໃນໂອກາດໂອ້ລົມບາງຕອນສະຫາຍ ຈັນສີ ໂພສີຄຳ ໄດ້ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ແມ່ນມີ ຄວາມໝາຍສຳຄັນຫຼາຍ ເພາະ ວ່າພວກເຮົາຈັດຕັ້ງດຳເນີນ ການຮ່ຳຮຽນໃນໄລຍະເວລາ ທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ, ທົ່ວປວງຊົນລາວບັນ ດາເຜົ່າພວມກະກຽມເຂົ້າສູ່ບັ້ນ ເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະ ພາປະຊາຊົນແຂວງ, ນະຄອນ ຫຼວງເປັນໄລຍະເວລາທີ່ຄະ ນະພັກທຸກຂັ້ນພວມຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມ ໃຫຍ່ຄັ້ງທີ x ຂອງພັກ ກໍຄືມະຕິ ຂອງອົງຄະນະພັກຂັ້ນຂອງ ຕົນເຂົ້າໃນທົ່ວຂົງເຂດວຽກ ງານຢ່າງເປັນຂະບວນການ ກວ້າງຂວາງ.

ຜ່ານການສະຫຼຸບລາຍງານຂອງຄະນະຮັບຜິດຊອບ ຕະຫຼອດໄລຍະ 10 ວັນ, ບັນດາ ສະຫາຍຄູ-ອາຈານໄດ້ມີຄວາມ ພະຍາຍາມສົ່ງຄວາມຮູ້ພື້ນ ຖານກ່ຽວກັບວຽກງານນຳພາ- ບໍລິຫານຄຸ້ມຄອງ ຢູ່ຂັ້ນຮາຖານ ໂດຍໄດ້ຍົກບັນດາພຶດຕິກຳຕົວ ຈິງ ເພື່ອມາສົມທຽບໃສ່ແນວ ທາງນະໂຍບາຍຂອງພັກ ແລະ ລັດ  ຊຶ່ງໄດ້ສ້າງຄວາມສົນໃຈ ແລະ ປະກອບຄວາມຮູ້ຢ່າງ ເປັນລະບົບໃຫ້ແກ່ຜູ້ເຂົ້າຮ່ວມ ອົບຮົມ. ບັນດາສະຫາຍຜູ້ເຂົ້າ ຮ່ວມອົບຮົມທີ່ມາຈາກແຕ່ລະ ທ້ອງຖິ່ນ, ແຕ່ລະບ້ານກໍໄດ້ມີ ຄວາມພະຍາຍາມຍົກສູງຄວາມ ຮັບຜິດຊອບຂອງຕົນ, ເອົາໃຈ ໃສ່ຕິດຕາມການບັນຍາຍຂອງ ຄູ-ອາຈານ, ບົນພື້ນຖານນັ້ນກໍ ໄດ້ຄົ້ນຄວ້າປະກອບຄຳຄິດຄຳ ເຫັນຢ່າງມີຄວາມຮັບຜິດຊອບ ຊຶ່ງຫຼາຍສະຫາຍໄດ້ນຳເອົາບັນ ດາບົດຮຽນ, ພຶດຕິກຳທີ່ດີຢູ່ໃນ ທ້ອງຖິ່ນຂອງຕົນມາແລກປ່ຽນ ບົດຮຽນລະຫວ່າງຄູ-ອາຈານ ແລະ ຜູ້ເຂົ້າຮ່ວມອົບຮົມດ້ວຍ ກັນ, ເຮັດໃຫ້ບັນຍາກາດໃນ ການຄົ້ນຄວ້າປະກອບຄຳຄິດ ຄຳເຫັນຂອງບັນດາສະຫາຍຜູ້ ເຂົ້າຮ່ວມອົບຮົມມີບັນຍາກາດ  ຟົດຟື້ນດີ ຊຶ່ງໄດ້ສະແດງເຖິງ ຄວາມຮັບຜິດຊອບ, ຄວາມເປັນຫ່ວງເປັນໃຍຂອງບັນດາ ສະຫາຍຕໍ່ວຽກງານຕົວຈິງຢູ່ຂັ້ນຮາກຖານ.

ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຂ້າພະເຈົ້າຂໍຍ້ອງຍໍຊົມເຊີຍນ້ຳໃຈອົດທົນ, ຄວາມຮັບຜິດຊອບສູງຂອງບັນດາສະຫາຍຄູ-ອາຈານ ແລະ ບັນດາ ສະຫາຍຜູ້ເຂົ້າຮ່ວມອົບຮົມທີ່ ໄດ້ຜ່ານຜາຄວາມ ຫຍຸ້ງຍາກ ຕ່າງໆຕະຫຼອດໄລຍະ 10 ວັນ ຜ່ານມາ, ເຮັດໃຫ້ບັ້ນຝຶກອົບ ຮົມໃນຄັ້ງນີ້ໄດ້ຮັບຜົນສຳເລັດ ຕາມລະດັບຄາດໝາຍ.

ແຫລ່ງຂ່າວຈາກ: http://www.pasaxon.org.la/

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...