Homeອຸບັດເຫດແລະປາກົດການຫຍໍ້ທໍ້ທ້າວສົມເພັດ ພາຍຖົງລາຍສົ່ງຢາບ້າ 16,000 ເມັດ

ທ້າວສົມເພັດ ພາຍຖົງລາຍສົ່ງຢາບ້າ 16,000 ເມັດ

Published on

ວັນທີ 11 ມີນາ 2016 ເວລາ 10:00 ໂມງ ຕຳຫຼວດຈັງຫວັດມະຫາສາລະຄາມ ປະເທດໄທ ໄດ້ຖະແຫຼງຂ່າວຈັບກຸມຜູ້ຕ້ອງຫາຄ້າຢາເສບຕິດ ຄື ທ້າວ ສົມເພັດ ຫຼື ສົມບັດ ເພັດສະລາດ ອາຍຸ 48 ປີ ພ້ອມຂອງກາງ ຢາບ້າ ຈຳນວນ 16,000 ເມັດ ໂທລະສັບມືຖື 1 ໜ່ວຍ ໜັງສືເດິນທາງ(ພາສປອດ)ລາວ 1 ຫົວ ກະເປົາລາຍແຊກ 1 ໜ່ວຍ ໂດຍກ່າວຫາວ່າ ມີຢາເສບຕິດໃຫ້ໂທດປະເພດ 1 (ຢາບ້າ) ໄວ້ໃນຄອບຄອງເພື່ອຈຳໜ່າຍໂດຍຜິດກົດໝາຍ.

ໂດຍສືບເນື່ອງຈາກເມື່ອວັນທີ 22 ກຸມພາ 2016 ຕຳຫຼວດ ຈັງຫວັດມະຫາສາລະຄາມ ໄດ້ຈັບກຸມຜູ້ຕ້ອງຫາ 1 ຄົນ ໄດ້ຂອງກາງເປັນຢາບ້າ 600 ເມັດ ທີ່ອຳເພີ(ເມືອງ)ນາເຊືອກ, ຈັງຫວັດ(ແຂວງ)ມະຫາສາລະຄາມ ຈາກການສືບສວນຂະຫຍາຍຜົນເພິ່ມເຕີມຈຶ່ງຮູ້ວ່າ ເຄືອຂ່າຍກຸ່ມຜູ້ຄ້າຢາບ້ານດັ່ງກ່າວເປັນຜູ້ຍິງຊຶ່ງມີສັນຍາດຊາວ ຮູ້ພຽງຊື່ເອີ້ນວ່າ ເຈ້ ຈະເປັນຜູ້ຄອຍສັ່ງໃຫ້ລັກລອບເອົາຢາບ້າໄປແຈກຢາຍໃຫ້ກັບລູກຄ້າໃນປະເທດໄທ ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ເຝົ້າຕິດຕາມຄວາມເຄື່ອນໄຫວຢ່າງຕໍ່ເນື່ອງ.

ຈົນຮອດວັນທີ 10 ມີນາ 2016 ເຈົ້າໜ້າທີ່ຕຳຫຼວດສາຍລັບໄດ້ຫຼອກຊື້ຢາບ້າ ໂດຍຕິດຕໍ່ຜ່ານທາງຜູ້ຍິງສັນຊາດລາວທີ່ຊື່ ເຈ້ ແລະມີການນັດສົ່ງຢາບ້າໃນເຂດເທສະບານອຳເພີເມືອງມະຫາສາລະຄາມ ໂດຍໃຊ້ລົດໂດຍສານສາທາລະນະໃນການເດິນທາງ ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ວາງແຜນເພື່ອຈັບກຸມ ຈຶ່ງໄດ້ເອົາກຳລັງໄປຈອບຢູ່ບໍລິເວນສະຖານີລົດເມມະຫາສາລະຄາມ.

ພໍເຖິງເວລາສາຍລັບກໍໄດ້ຮັບໂທລະສັບປະສານມາໃຫ້ໄປຮັບຢາບ້າຢູ່ບໍລິເວນຂ້າງຕູ້ເອທີເອັມ ທາງເຂົ້າຕະຫຼາດ ເອັກຊ໌ໂປ ຖະໜົນຣິມຄອງສົມຖະຫວິນ ເມື່ອເຈົ້າໜ້າທີ່ຕຳຫຼວດໄປຮອດຈຶ່ງພົບເຫັນຊາຍຜູ້ຕ້ອງສົງໄສຢືນຢູ່ບໍລິເວນຂ້າງຕູ້ເອທີເອັມ ໂດຍຊາຍດັ່ງກ່າວພາຍຖົງລາຍແຊກຂະໜາດໃຫຍ່ ມີທ່າທາງພິລຸດໜ້າສົງໄສ ເຈົ້າໜ້າທີ່ຕຳຫຼວດຈຶ່ງເຂົ້າສະແດງໂຕເປັນເຈົ້າໜ້າທີ່ຕຳຫຼວດ ພ້ອມທັງກວດຄົ້ນ.

ຈາກການກວດຄົ້ນພົບຂອງກາງເປັນຢາບ້າດັ່ງກ່າວ ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ກວດຢຶດໄວ້ເປັນຂອງກາງ ຜູ້ຕ້ອງຫາໃຫ້ການຍອມຮັບວ່າ ຢາບ້າຈຳນວນ 16,000 ເມັດ ທີ່ເຈົ້າໜ້າທີ່ກວດຄົ້ນໄດ້ຈາກຄວາມຄອບຄອງຂອງຕົນນັ້ນ ເປັນຂອງຜູ້ຕ້ອງຫາທີ່ໄດ້ລັກລອບເອົາມາເພື່ອສົ່ງມອບໃຫ້ກັບລູກຄ້າໃນເຂດເທສະບານເມືອງມະຫາສາລະຄາມ.

ແລະຜູ້ຕ້ອງຫາໃຫ້ການເພິ່ມເຕີມວ່າ ເມື່ອວັນທີ 10 ມີນາ 2016 ໃນເວລາປະມານ 5:00 ໂມງ ຜູ້ຕ້ອງຫາໄດ້ໄປເກັບເອົາຢາບ້າທີ່ເອົາມາຖິ້ມໄວ້ໃນເຂດພື້ນທີ່ ອຳເພີທາດພະນົມ ຈັງຫວັດນະຄອນພະນົມ ໂດຍໄດ້ຮັບຄ່າຈ້າງຈາກຍິງຊາວລາວທີ່ຊື່ ເຈ້ ວ່າຈ້າງໃຫ້ເອົາຢາບ້າຈຳນວນດັ່ງກ່າວ ນຳມາສົ່ງມອບໃຫ້ແກ່ລູກຄ້າໃນເຂດ ຈັງຫວັດມະຫາສາລະຄາມ ໂດຍຈະໄດ້ຮັບຄ່າຈ້າງເປັນເງິນ ຈຳນວນ 50,000 ບາດ (ສະກຸນເງິນໄທ) ຫຼັງຈາກທີ່ສົ່ງມອບຢາບ້າແລ້ວຮຽບຮ້ອຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...