Homeຍ້ອງຍໍຄົນດີເດັ່ນທ່ານ ດຣ. ນາງ ພູດາໄລ ລັດວິໄລວົງ ນັກພັດທະນາດີເດັ່ນ ເຈົ້າຂອງລາງວັນ “ASEAN PEOPLES’ Awards”

ທ່ານ ດຣ. ນາງ ພູດາໄລ ລັດວິໄລວົງ ນັກພັດທະນາດີເດັ່ນ ເຈົ້າຂອງລາງວັນ “ASEAN PEOPLES’ Awards”

Published on

ຂປລ. ທ່ານ ດຣ. ນາງ ພູດາໄລ ລັດວິໄລວົງ ຫົວໜ້າສູນຄົ້ນຄວ້າ ແລະ ຂະຫຍາຍແນວພັນພືດທ່າສະໂນ ຂອງແຂວງສະຫວັນນະເຂດ ເປັນໜຶ່ງໃນຈຳນວນ 10 ທ່ານຈາກ 10 ປະເທດອາຊຽນ ທີ່ໄດ້ຮັບລາງວັນ ປະຊາຊົນອາຊຽນ ຫລື “ASEAN PEOPLES’ Award” ເຊິ່ງເປັນລາງວັນແຫ່ງກຽດຕິຍົດໃນລະດັບພາກພື້ນ ທີ່ມອບໃຫ້ບຸກຄົນຜູ້ທີ່ມີຜົນງານດີເດັ່ນໃນດ້ານການພັດທະນາຊົນນະບົດ ເຊິ່ງທ່ານໄດ້ເດີນທາງ ໄປຮັບລາງວັນ ດັ່ງກ່າວທີ່ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍໃນເດືອນພະຈິກ 2015 ຜ່ານມາ. ພ້ອມນັ້ນ, ໃນເດືອນດຽວກັນທ່ານຍັງໄດ້ຮັບນາມມະຍົດແຫ່ງຊາດ ເພື່ອການພັດທະນາຈາກລັດ ຖະບານ ສປປ ລາວ ເຊິ່ງໃຫ້ກຽດມອບລາງວັນໂດຍທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ.
ທ່ານ ດຣ. ນາງ ພູດາໄລ ລັດວິໄລວົງ ອາຍຸ 60 ປີ, ຮຽນຈົບປະລິນຍາເອກ ໃນສາຂາເຄມີກະສິກຳ ຈາກອະດີດສະຫະພາບໂຊວຽດ, ແມ່ນພະນັກງານກະສິກຳ ທີ່ເຮັດວຽກລົງເລິກຕົວຈິງໃນດ້ານຄົ້ນຄວ້າແນວພັນເຂົ້າ ແລະ ພືດຊະນິດຕ່າງໆສະໜອງໃຫ້ຊາວນາ ແລະ ຊາວກະສິກອນໃນທົ່ວແຂວງຈົນເປັນທີ່ຍອມຮັບຈາກຊາວກະສິກອນໃນດ້ານມາດຕະຖານຂອງເມັດພັນ ແລະ ໄດ້ຮັບຜົນຜະລິດສູງ. ທ່ານໄດ້ເຂົ້າມາເຮັດວຽກໃນສູນຄົ້ນຄວ້າ ແລະ ຂະຫຍາຍແນວພັນພືດທ່າສະໂນໃນປີ 1997, ມາຮອດປັດຈຸບັນນີ້ ທ່ານໄດ້ສຳເລັດການຄົ້ນຄວ້າແນວພັນເຂົ້າຈ້າວ ແລະ ເຂົ້າໜຽວ ເຊິ່ງເປັນພັນເຂົ້າທີ່ຖືວ່າເປັນສັນຍາລັກສະເພາະຂອງສູນແຫ່ງນີ້ ແລະ ດ້ານຄຸນນະພາບຂອງເມັດພັນແມ່ນມີຄຸນະພາບດີ. ເດັ່ນກວ່າໝູ່ແມ່ນແນວພັນເຂົ້າທ່າສະໂນ ເຊິ່ງມາຮອດປັດຈຸບັນນີ້ ແມ່ນໄດ້ສຳເລັດການຄົ້ນຄວ້າແນວພັນເຂົ້າໜຽວ 10 ແນວພັນຄື: ທ່າສະໂນ 1 ເຖິງທ່າສະໂນ 10, ສ່ວນພັນເຂົ້າຈ້າວມີ: ເຂົ້າຈ້າວຫອມສະຫວັນ ແລະ ເຂົ້າຈ້າວທິບສະຫວັນ.
ທ່ານ ດຣ. ນາງ ພູດາໄລ ລັດວິໄລວົງ ເປີດເຜີຍໃຫ້ຮູ້ເມື່ອມໍ່ໆມານີ້ວ່າ: ສູນຄົ້ນຄວ້າ ແລະ ຂະຫຍາຍແນວພັນພືດທ່າສະໂນ ຂອງແຂວງສະຫວັນນະເຂດ ມີເນື້ອທີ່ 24 ເຮັກຕາ ແລະ ມີອີກ 100 ກວ່າເຮັກຕາແມ່ນຢູ່ເຂດເມືອງຈຳພອນ ເຊິ່ງໃນຂອບເຂດເນື້ອທີ່ດັ່ງກ່າວແມ່ນໃຊ້ສຳລັບປູກເຂົ້າຈ້າວສົ່ງຂາຍໄປ ສປ ຈີນ. ປັດຈຸບັນສູນດັ່ງກ່າວກຳລັງຄົ້ນຄວ້າແນວພັນເຂົ້າຊະນິດໃໝ່ອີກ 2 ແນວພັນ ແລະ ຄາດວ່າຈະປະສົບຜົນສຳເລັດໃນມໍ່ໆນີ້. ນອກຈາກການຄົ້ນຄວ້າແນວພັນເຂົ້າແລ້ວ ພາຍໃນສູນຍັງໄດ້ກາຍເປັນສະຖານທີ່ຝຶກອົບຮົມ ທາງດ້ານວິຊາການກະສິກຳໃນຂະແໜງຕ່າງໆເຊັ່ນ: ການປູກພືດຜັກອິນຊີ, ການຄົ້ນຄວ້າເລື່ອງໂພຊະນາການ ຫລື ຄຸນປະໂຫຍດຂອງພືດຜັກຊະນິດຕ່າງໆ ທີ່ຮ່າງກາຍຂອງຄົນເຮົາຕ້ອງການ. ພາຍໃນສູນໄດ້ປູກພືດຫລາຍຊະນິດ ແລະ ແຕ່ລະຊະນິດແມ່ນເນັ້ນໜັກໃສ່ການປູກແບບອິນຊີ, ຫລີກລ່ຽງການໃຊ້ສານເຄມີເພື່ອຂ້າສັດຕູພືດ, ສານເຄມີທີ່ເຮັດໃຫ້ພືດຜັກງາມ ຫລື ສານເລັ່ງການເຕີບໃຫຍ່ຂອງພືດເຊິ່ງມີຜົນເສຍຕໍ່ສຸຂະພາບຂອງຜູ້ບໍລິໂພກ.
ໃນອະນາຄົດ, ສູນຄົ້ນຄວ້າ ແລະ ຂະຫຍາຍແນວພັນພືດທ່າສະໂນ ຈະສືບຕໍ່ປະຕິບັດພາລະບົດບາດຂອງຕົນໃຫ້ດີຂຶ້ນເລື້ອຍໆ ໂດຍມຸ່ງຫວັງຈະເຮັດໃຫ້ສູນແຫ່ງນີ້ເປັນແຫລ່ງຝຶກອົບຮົມດ້ານວິຊາການກະເສດ, ການຕະຫລາດ, ໂພຊະນາການຂອງພືດ ແລະ ປະເມີນມູນຄ່າຂອງພືດແຕ່ລະຊະນິດເຮັດໃຫ້ທຸກຄົນສາມາດຊື້ພືດຜັກທີ່ມີຄຸນະພາບ, ມີລາຄາທີ່ຍຸຕິທຳ ແລະ ຜູ້ບໍລິໂພກ ມີສຸຂະພາບທີ່ແຂງແຮງ.

ຂອບໃຈຂໍ້ມູນຈາກ: ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...