spot_img
Homeຂ່າວຕ່າງປະເທດຄາດການ ທົ່ວ​ໂລກ​ກຽມລົງ​ນາມ​ຂໍ້​ຕົກລົງ​ຫຼຸດ​ໂລກ​ຮ້ອນ

ຄາດການ ທົ່ວ​ໂລກ​ກຽມລົງ​ນາມ​ຂໍ້​ຕົກລົງ​ຫຼຸດ​ໂລກ​ຮ້ອນ

Published on

ຄາດ​ການຜູ້ນຳ​ປະມານ 80-100 ປະ​ເທດ​ທົ່ວ​ໂລກ ຈະ​ເຂົ້າ​ຮ່ວມ​ການ​ລົງ​ນາມ​ຮັບ​ຮອງ​ຂໍ້​ຕົກລົງ​ຮັບ​ມື​ກັບ​ບັນຫາ​ພາວະ​ໂລກ​ຮ້ອນ ​​ຈະ​ມີ​ຂຶ້ນ​ຢູ່​ສຳນັກງານ​ໃຫຍ່​ຢູ​ເອັນ ​ໃນ​ນະຄອນ​ນິວຢອກ​ໃນ​ວັນ​ທີ 22 ​ເມສາ​ນີ້.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​​ໃນ​ວັນ​ທີ 12 ມີນາ​ວ່າ ທ່ານ ນາງ ​ເຊ​ໂກ​ລິນ ​ໂຣຍານ ອະດີດ​ລັດຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມ​ຝຣັ່ງທີ່​ຫາ​ກໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້້​ດຳລົງ​ຕຳ​ແໜ່​ງປະທານ​ຄະນະ​ຜູ້​ແທນ​ເຈລະຈາ​ເພື່ອ​ແກ້​ໄຂ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ສະພາບ​ພູມ​ອາກາດ​ໂລກ​ເປີດ​ເຜີຍ​ວ່າ ຈະ​ມີ​ປະ​ເທດ​ຕ່າງໆ​ທົ່ວ​ໂລກ​ປະມານ 80-100 ປະ​ເທດ​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ແກ້​ໄຂ​ບັນຫາ​ພາວະ​ໂລກ​ຮ້ອນ ທີ່​​ໄດ້​ມີ​ການ​ບັນລຸ​ໃນ​ກອງ​ປະຊຸມ​ໃນ​ນະຄອນ ຫຼວງ​ປາຣີຂອງຝຣັ່ງ​ໃນ​ເດືອນ​ທັນ​ວາປີ 2015 ​ໂດຍ​ຈະ​ມີ​ຂຶ້ນ​ຢູ່​ທີ່​ສຳ​ນັກ​ງານ​ໃຫຍ່​ຢູ​ເອັນ​ໃນ​ວັນ​ທີ 22 ​ເມສາ​ນີ້, ທ່ານ ນາງ ​ໂຣບານ ກ່າວ​ວ່າ ຈົນ​ເຖິງ​ຂະນະ​ນີ້ ຜູ້ນຳ​ລັດ ​ແລະ ລັດຖະບານ​ກວ່າ 30 ປະ​ເມດ ​ໄດ້​ຮັບປາກ​ວ່າ ຈະ​ເດີນທາງ​ໄປ​ຮ່ວ​ມໃນ​ພິທີ​ລົງ​ນາມ.

ທັງ​ນີ້ ຂໍ້​ຕົກລົງ​ປາຣີ ຈະ​ຕ້ອງ​ໄດ້​ຮັບ​ການ​ໃຫ້​ສັດຕະຍາບັນ ​ໂດຍ​ຢ່າງ​ໜ້ອຍ 55 ປະ​ເທດຕົວ​ແທນ​ຢ່າງ​ໜ້ອຍ 55% ຂອງ​ການ​ປ່ອຍ​ອາຍ​ພິດ​​ທົ່ວ​ໂລກ​ໃຫ້​ມີ​ຜົນ​ບັງຄັບ​ໃຊ້, ພາຍ​ໃຕ້​ຂໍ້​ຕົກລົງ​ເປົ້າ​ໝາຍ​ຮ່ວມ​ໃນ​ການ​ຄວບ​ຄຸມ​ຄວາມ​ຮ້ອນ​ຂອງ​ອຸນຫະພູມ​ໂລກ ​ໃຫ້​ຢູ່​ຕໍ່າ​ກວ່າ 2 ອົງສາ​ ​ເມື່ອທຽບ​ກັບ​ຍຸກ​ກ່ອນ​ອຸດ​ສາ​ຫະກຳ​ບໍ່​ໃຫ້​ເກີນ 1,5 ອົງສາ​  ຊຶ່ງ​ຂໍ້​ຕົກລົງ​ກຳນົດ​ໃຫ້​ທຸກ​ປະ​ເທດ​ທົ່ວ​ໂລກ ນຳ​ສະ​ເໜີ​ແຜນການ​ແກ້​ໄຂ​ບັນຫາ​ໂລກ​ຮ້ອນ ​ແລະ ປັບປຸງ​ແຜນການ​ທຸກໆ 5 ປີ ​ແຕ່​ຂໍ້​ກຳນົດ​ນີ້​ບໍ່​ມີ​ຜົນ​ຜູກ​ພັນ​ທາງ​ກົດ​ໝາຍ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...