spot_img
Homeວັນນະກຳເລື່ອງເລົ່າ72 ປີ ຍັງຍ່າງຂາຍເຄື່ອງລ້ຽງຊີບ

72 ປີ ຍັງຍ່າງຂາຍເຄື່ອງລ້ຽງຊີບ

Published on

ເມື່ອ ນຶກ​ເຖິງ​ຍິງ​ໄວ​ອາ­ຍຸ 72 ປີ ທີ່​ຍ່າງ​ຫິ້ວ​ເຄື່ອງ​ຂາຍ​ຫຼາຍຄົນ​ອາດ​ຈະ​ຄິດ​ເຫັນ​ພາບ​ຄົນໆ​ໜຶ່ງທີ່​ແກ່​ຊະ­ລາ​ຫຼາຍ​ສົມ­ຄວນ​ບໍ່​ວ່າດ້ານ​ຜີວ​ໜັງ, ຮ່າງ­ກາຍ, ການ​ຍ່າງລວມ​ເຖິງ​ການ​ນຸ່ງ​ຖື, ຍີ້ມ​ຫົວ ແລະ ການ​ປາກ​ເວົ້າ ອາດ​ຈະ​ມີ​ການ​ຫຼົງໆ ລືມ​ໄປ​ເລັກ​ໜ້ອຍ​ແຕ່​ແມ່­ເຖົ້າ ຈັນ ຢູ່​ບ້ານ​ໂພນ​ສະ­ອາດ ເມືອງ ແລະແຂວງ​ຫຼວງ​ພະ​ບາງ ເຖິງ​ອາ­ຍຸ​ສັງ ຂານ​ຈະ​ລ່ວງ​ເລີຍ​ມາ​ຮອດ  72 ປີ ແລ້ວ ກໍ​ບໍ່​ເຄີຍ​ທໍ້​ຖ້ອຍ​ຕໍ່​ກັບ​ຊີ­ວິດ, ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ແລກ​ກັບ ເງິນ​ລ້ຽງ​ຊີບ​ຕົນ​ເອງ​ເຖິງ​ລາຍ​ຮັບ ບໍ່​ສູງ​ກໍ​ຕາມ​ແຕ່​ຕ້ອງ​ຍີ້ມ​ທົນ​ສູ້ ເພື່ອ ຄວາມ­ສຸກ​ຂອງ​ຊີ­ວິດ​ບັ້ນ​ປາຍ.

   ແມ່­ເຖົ້າ ຈັນ ນັກ​ສູ້​ຊີ­ວິດ​ບັ້ນປາຍ​ທີ່​ຮ່າງ­ກາຍ​ຍັງ​ເຕັມ​ໄປ​ດ້ວຍ​ຄວາມ​ແຂງ­ແຮງ​ຫິ້ວ​ເຄື່ອງ​ຂາຍ ໄດ້​ເລົ່າ​ສູ່​ຜູ້​ຂຽນ​ຟັງ​ວ່າ: ຕົນ​ເອງ ໄດ້​ເລີ່ມ​ຫິ້ວ​ເຄື່ອງ​ຂາຍ​ແບບ​ນີ້​ມາ ເປັນ​ເວ­ລາ​ພໍ­ດີ 42 ປີ ທຸກ​ວັນ​ໃນ ຕອນ​ເຊົ້າ​ຕ້ອງ​ໄດ້​ໄປ​ຊື້​ເອົາ​ເຂົ້າ ຕົ້ມ, ຂົ້ວ​ມີ່, ຂົ້ວ​ເຝີ ນຳ​ບັນ­ດາ​ແມ່​ຄ້າ​ມາ​ຍ່າງ​ຂາຍ​ໃຫ້​ພະ­ນັກ­ງານ  ບັນ­ດາ​ຫ້ອງ­ການ​ຕ່າງໆ​ຢູ່​ພາຍ​ໃນ​ເທ­ສະ​ບານ​ເມືອງ​ຫຼວງ​ພະ​ບາງ​ອີງ ຕາມ​ຄວາມ​ສາ­ມາດ​ຍ່າງ​ໄປ​ໄດ້, ມີ​ລາຍ​ຮັບ​ມື້­ໜຶ່ງ​ປະ­ມານ 50-60 ພັນ​ກີບ​ຕໍ່​ວັນ​ເມື່ອ​ຫັກ​ຕົ້ນ​ທຶນ​ອອກ. ເງິນ​ທີ່​ໄດ້​ກຳ­ໄລ​ກໍ​ພໍ​ແຕ່​ໄດ້​ຊື້​ຢູ່​ຊື້ກິນ​ລ້ຽງ​ລູກ​ຫຼານ​ໄປ​ວັນໆ. ຕະ ຫຼອດ​ໄລ­ຍະ 42 ປີ​ແມ່­ເຖົ້າ ຈັນຜູ້ເຂັ້ມ­ແຂງ​ທາງ​ດ້ານ​ຮ່າງ­ກາຍ  ແລະ​ ຈິດ­ໃຈ​ຢາດ​ເຫື່ອ​ເພື່ອ​ຫາ​ເງິນລ້ຽງ​ຊີບ​ຫີ້ວ​ເຄື່ອງ​ຂາຍ​ໃນ​ເມື່ອ   ກ່ອນ​ເວົ້າ​ເຖິງ​ເຫື່ອ­ແຮງ​ອາດ​ຈະ​ມີ​ຫຼາຍ ແຕ່​ປະ­ຈຸ​ບັນ​ອາ­ຍຸ​ໄດ້ 72 ປີ​ແຕ່​ຍັງ​ຫິ້ວ​ເຄື່ອງ​ຂາຍ​ທີ່​ມີ​ນ້ຳ­ໜັກ​ບໍ່​ຕ່ຳ​ກວ່າ 15-20 ກິ​ໂລກ​ຣາມ, ມີ​ທັງ​ກະ­ຕ່າ​ຫິ້ວ, ໃສ່​ຖົງ​ຢາງ​ບາງ­ທີ​ໄລ­ຍະ​ທາງ­ໄກ​ແດ່​ກໍ​ຕ້ອງ​ໄດ້​ປະ​ໄວ້​ແລ້ວ​ຄ່ອຍ​ຂົນ​ໄປ​ເທື່ອ​ລະ​ໜ້ອຍ ຕາມ​ແຮງ​ຕົນ​ເອງ​ຮັບ​ໄດ້.

ເມື່ອ​ໄປ​ຂາຍ​ຢູ່​ບັນ­ດາ​ໂຮງຮຽນ, ພະ­ແນກ­ການ​ອ້ອມ​ຂ້າງ​ພະນັກ​ງານ​ກໍ​ໄດ້​ພາ­ກັນ​ອອກ​ມາ​ຊື້ຊ່ວຍ​ແມ່­ເຖົ້າ ຈັນ ເພາະ​ໃນ​ຕອນເຊົ້າ​ບາງ​ຄົນ​ໄປ​ການ​ກະ​ບໍ່​ທັນ​ໄດ້ ກິນ​ເຂົ້າ​ເຊົ້າ​ຕ້ອງ​ໄດ້​ຊື້​ຂົ້ວ​ມີ່, ຂົ້ວເຝີ, ເຂົ້າ­ຕົ້ມ.  ຍ້ອນ​ວ່າ​ຫິ້ວ​ເຂົ້າ​ບໍ່​ທັນ ມີ​ຫຍັງ​ກິນ ກິນ​ແກ້​ໄຂ​ໃຫ້​ກະ­ເພາະໃນ​ຕອນ​ເຊົ້າ​ຈົນ​ເຮັດ​ໃຫ້​ແມ່­ເຖົ້າ ຈັນ ໄດ້​ສັນ­ຍາ​ນາມ​ຈາກ​ບັນ­ດາ​ພະນັກ​ງານ​ຫຼາຍ​ຄົນ​ວ່າ​ເປັນ​ແມ່­ເຖົ້າ ແກ້​ໄຂຈົນ​ຕິດ​ຫູ.

ຂໍ້ມູນຈາກ: ໜັງສືພິມເສດຖະກິດ-ສັງຄົມ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...