Homeຂ່າວການສຶກສາມ.ປາຍ ໂພນສະຫວັນ ແຂວງຊຽງຂວາງ ຈັດພິທີໄຂການແຂ່ງຂັນກີລາ-ສີລະປະ ທົ່ວໂຮງຮຽນ ຄັ້ງທີ VII

ມ.ປາຍ ໂພນສະຫວັນ ແຂວງຊຽງຂວາງ ຈັດພິທີໄຂການແຂ່ງຂັນກີລາ-ສີລະປະ ທົ່ວໂຮງຮຽນ ຄັ້ງທີ VII

Published on

ມ.ປາຍ ໂພນສະຫວັນ ແຂວງ ຊຽງຂວາງ ຈັດພິທີໄຂການແຂ່ງຂັນກີລາ-ສິລະປະ ທົ່ວໂຮງຮຽນ ຄັ້ງທີ VII

ພິທີໄຂການແຂ່ງຂັນກີລາ – ສີລະປະ ທົ່ວໂຮງຮຽນ ຄັ້ງທີ VII ຂອງໂຮງຮຽນມັດທະຍົມຕອນປາຍໂພນສະຫວັນ ແຂວງຊຽງຂວາງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ມີນາ 2016 ຜ່ານມາ ທີ່ເດີ່ນໂຮງຮຽນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານອາຈານ ຄຳສິງ ເພັດສີຄຳ ຮອງອຳນວຍການໂຮງຮຽນມັດທະຍົມຕອນປາຍໂພນສະຫວັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສູນເດືອນ ສິມສະໄໝ ຫົວໜ້າຂະແໜງພະລະ – ສິລະປະ ພະແນກສຶກສາ ທິການ ແລະ ກີລາແຂວງຊຽງຂວາງ ມີຄະນະອຳນວຍການໂຮງຮຽນ ຮອງປະທານສະມາຄົມຜູ້ປົກຄອງນັກຮຽນ ຄູ-ອາຈານສອນພາຍໃນໂຮງຮຽນ ພ້ອມດ້ວຍນ້ອງນັກຮຽນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມເກືອບນຶ່ງພັນຄົນ.

ທ່ານນາງ ພຸດທະສອນ ວິລະນົນ ຫົວໜ້າໜ່ວຍງານກິດຈະກຳນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍໂພນສະຫວັນ ໄດ້ຂຶ້ນກ່າວລາຍງານແຜນກິດຈະກຳການຈັດການແຂ່ງຂັນກີລາ – ສິລະປະ ທົ່ວໂຮງຮຽນ ຄັ້ງທີ VII ປະຈຳສົກຮຽນ 2015 – 2016 ຕໍ່ພິທີກ່ຽວກັບຈຸດປະສົງຂອງການຈັດງານວ່າ ນອກຈາກປະຕິບັດຕາມແຜນການຂອງໂຮງຮຽນແລ້ວ ຍັງເປັນການປະຕິບັດຕາມ 5 ຫຼັກມູນການສຶກສາ ທີ່ທາງກະຊວງສຶກສາທິການ ແລະ ກີລາ ວາງອອກ ພ້ອມນັ້ນ ຍັງເປັນການໄຂໂອກາດໃຫ້ນັກຮຽນໄດ້ສະແດງອອກທາງດ້ານຄວາມຮູ້ ຄວາມສາມາດ ແລະ ພອນສະຫວັນ ສ້າງໃຫ້ນັກຮຽນຮູ້ຈັກໃຊ້ເວລາວ່າງໃຫ້ເກີດປະໂຫຽດ ຫັນມາຫຼີ້ນກີລາ-ສິລະປະ ເພື່ອຫ່າງໄກຈາກຢາເສບຕິດ ສ້າງໃຫ້ເດັກນັກຮຽນມີຄວາມສາມັກຄີຮັກແພງຊ່ອຍເຫຼືອເຊີ່ງກັນແລະກັນ ແລະ ມີໂອກາດແລກປ່ຽນຄຳຄິດຄຳເຫັນໃນການເຄື່ອນໄຫວກິດຈະກຳຕ່າງໆພາຍໃນໂຮງຮຽນດ້ວຍຄວາມຮັບຜິດຊອບສູງ  ພ້ອມນັ້ນຍັງເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ເປັນຕົ້ນແມ່ນວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 61 ປີ ແລະ ບຸນສົງການປີໃໝ່ລາວ ພສ 2559.

ທ່ານນາງ ພຸດທະສອນ ວິລະນົນ ຍັງໃຫ້ຮູ້ຕື່ມອີກວ່າ ສຳລັບປະເພດກີລາທີ່ນຳມາແຂ່ງຂັນປະກອບມີ ບານເຕະ (ຍິງ-ຊາຍ) ບານສົ່ງ (ຍິງ-ຊາຍ) ກະຕໍ້ (ຍິງ-ຊາຍ) ແລະ ເຕັ້ນຍາວ ໃນນັ້ນ ບານເຕະຊາຍມີທັງໝົດ 40 ທີມ  ບານເຕະຍິງ 16 ທີມ ບານສົ່ງຊາຍ 36 ທີມ ບານສົ່ງຍິງ 30 ທີມ ກະຕໍ້ຊາຍ 39 ທີມ ກະຕໍ້ຍິງ 29 ທີມ ແລະ ເຕັ້ນຍາວ 80 ຄະນະເຂົ້າຮ່ວມແຂ່ງຂັນ ສ່ວນປະເພດສິລະປະ-ວັນນະຄະດີປະກອບມີ ບົດຟ້ອນ 35 ຄະນະ ບົດເພງ 30 ຄະນະ ແລະ ຂັບ-ລໍາ ທ້ອງຖິ່ນ 16 ຄະນະ ການແຂ່ງຂັນຈະດຳເນີນໄປຮອດວັນທີ 25 ເດືອນນີ້ຈິ່ງຈະສຳເລັດ
ໂອກາດດຽວກັນ ທ່ານ ອຈ. ຄຳສິງ ເພັດສີຄຳ ຮອງຜູ້ອຳນວຍການໂຮງຮຽນມັດທະຍົມຕອນປາຍໂພນສະຫວັນ ໃນນາມປະທານການຈັດງານແຂ່ງຂັນກີລາ-ສິລະປະ ທົ່ວໂຮງຮຽນ ຄັ້ງທີ VII ໄດ້ໃຫ້ກຽດຂຶ້ນໂອ້ລົມປະກອບຄຳຄິດຄຳເຫັນ ເຊິ່ງກ່ອນອື່ນ ທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນຂອງແຜນປະຕິຮູບການສຶກສາແຫ່ງຊາດ ຄັ້ງທີ III (2016 – 2020) ໂດຍພາຍໃຕ້ການຊີ້ນຳຂອງພະແນກສຶກສາທິການ ແລະ ກີລາແຂວງຊຽງຂວາງ ໃນການນຳເອົາເນື້ອໃນເອກະສານຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາແຫ່ງຊາດ ເພື່ອຈັດຕັ້ງຜັນຂະຫຽາຍ ແນໃສ່ບຸກທະລຸທາງດ້ານຊັບພະຍາກອນມະນຸດໃຫ້ມີຄວາມຮູ້ ຄວາມສາມາດ ມີຄຸນສົມບັດ ເພື່ອປະກອບສ່ວນຮັບໃຊ້ປະເທດຊາດ ຮັບໃຊ້ສັງຄົມ ຢາກເຮັດໄດ້ຄືແນວນັ້ນ ກ່ອນອື່ນຕ້ອງພັດທະນາຄົນ ໂດຍເລັ່ງໃສ່ຄຸນະພາບເປັນຕົ້ນຕໍ ການແຂ່ງຂັນກີລາ – ສິລະປະ ທົ່ວໂຮງຮຽນຄັ້ງນີ້ ຍັງເປັນການປະກອບສ່ວນສ້າງນັກກີລາຮຸ່ນສືບທອດໃຫ້ແກ່ຊາດ ແກ່ແຂວງນຳອີກ ເພື່ອໄວ້ຮອງຮັບການເຂົ້າຮ່ວມແຂ່ງຂັນກີລາລະດັບຕ່າງໆທັງພາກພື້ນ ແລະ ສາກົນ ພິເສດກໍແມ່ນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ແລະ ງານແຂ່ງຂັນກີລາສາຍນັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ VI ທີ່ແຂວງບໍລິຄຳໄຊ ເປັນເຈົ້າພາບໃນຕົ້ນປີໜ້າ ຮຽກຮ້ອງມາຍັງຄະນະຮັບຜິດຊອບການຈັດການແຂ່ງຂັນ ນັກກີລາ ແລະ ນັກສິລະປະ ພ້ອມດ້ວຍທຸກພາກສ່ວນ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈໃນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດແນວໃດໃຫ້ງານຄັ້ງນີ້ ມີບັນຍາກາດເບີກບານມ່ວນຊື່ນ ແລະ ມີຜົນສຳເລັດຢ່າງຈົບງາມ.
ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...