spot_img
Homeຂ່າວການພັດທະນາບໍລິສັດເອກະຊົນຈີນ ລົງທຶນໄປແລ້ວຫຼາຍກວ່າ 657 ລ້ານ ໂດລາ ໃນເຂດເສດຖະກິດພິເສດ ສາມຫລ່ຽມຄຳ

ບໍລິສັດເອກະຊົນຈີນ ລົງທຶນໄປແລ້ວຫຼາຍກວ່າ 657 ລ້ານ ໂດລາ ໃນເຂດເສດຖະກິດພິເສດ ສາມຫລ່ຽມຄຳ

Published on

ບໍລິສັດເອກະຊົນຈີນ ລົງທຶນໄປແລ້ວຫຼາຍກວ່າ 657 ລ້ານໂດລາ ເພື່ອພັດທະນາ ລະບົບພື້ນຖານໂຄງລ່າງ ໃນເຂດເສດຖະກິດພິເສດ ສາມຫລ່ຽມຄຳ ຢູ່ແຂວງບໍ່ແກ້ວ ເພື່ອຮອງຮັບການຄ້າ ແລະ ການທ່ອງທ່ຽວ.

ທ່ານນາງບົວທາ ຂັດຕິຍະ ຮອງປະທານຄະນະກຳມະການ ເພື່ອຄຸ້ມຄອງເຂດເສດຖະກິດ ພິເສດ ແລະເຂດສດຖະກິດສະເພາະແຫ່ງຊາດ ຖະແຫລງຢືນຢັນວ່າ ກຸ່ມບໍລິສັດ ດອກງິ້ວຄຳ ຈາກຈີນ ໄດ້ນຳໃຊ້ເງິນລົງທຶນໄປແລ້ວ ຄິດເປັນມູນຄ່າເກີນກວ່າ657 ລ້ານໂດລາ ເພື່ອພັດທະນາລະບົບພື້ນຖ່ານໂຄງລ່າງ ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍຖືເປັນກຸ່ມບໍລິສັດ ທີ່ໄດ້ນຳໃຊ້ເງິນ ລົງທຶນ ໃນພາກຕົວຈິງໄປແລ້ວ ຫຼາຍທີ່ສຸດໃນຂະນະນີ້.

uh

ໃນປັດຈຸບັນ ມີການລົງທຶນຂອງກຸ່ມທຸລະກິດຈາກຕ່າງປະເທດຢູ່ໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະທັງ 13 ແຫ່ງໃນລາວ ຄິດເປັນມູນຄ່າລວມຫຼາຍກວ່າ 4,000ລ້ານໂດລາ ແລະໃນນີ້ ກໍໄດ້ມີການນຳເງິນທຶນເຂົ້າມາໃນລາວແລ້ວ 1,200 ກວ່າລ້ານໂດລາ ທີ່ເປັນການລົງທຶນ ຂອງບໍລິສັດເອກະຊົນຕ່າງຊາດ 500 ກວ່າລາຍ ຊຶ່ງໃນນີ້ ເປັນການລົງທຶນຂອງບັນດາບໍລິສັດຈາກຈີນ 234 ລາຍ ຈຶ່ງຖືເປັນກຸ່ມທະລະກິດຕ່າງຊາດ ທີ່ລົງທຶນໃນລາວຫຼາຍທີ່ສຸດ ແລະໄດ້ມີການຈ້າງງານແລ້ວ ຫຼາຍກວ່າ 22,000 ຕຳແໜ່ງ.

ທັງນີ້ ລັດຖະບານລາວ ໄດ້ປັບປຸງທັງນະໂຍບາຍ ແລະ ນິຕິກຳຕ່າງໆ ເພື່ອອຳນວຍຄວາມສະດວກ ແລະ ສົ່ງເສີມບໍລິສັດຕ່າງຊາດ ໃຫ້ເຂົ້າມາລົງທຶນໃນລາວຫຼາຍຂຶ້ນນັບມື້ ໂດຍສະເພາະແມ່ນ ການກຳນົດ ກົດລະບຽບ ຢ່າງລະອຽດ ທີ່ກ່ຽວກັບການສ້າງຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ທີ່ລັດຖະບານລາວ ໄດ້ວາງເປົ້າໝາຍ ຈະສ້າງຕັ້ງໃຫ້ໄດ້ 58 ແຫ່ງ ໃນທົ່ວ ປະ ເທດ ພາຍໃນປີ 2020.

ທາງດ້ານກະຊວງແຜນການ ແລະການລົງທຶນ ລາຍງານວ່າ ເຂດທີ່ມີມູນຄ່າ ລົງທຶນຫຼາຍທີ່ສຸດ ກໍຄືເຂດເສດຖະກິດພິເສດສາມຫລ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ ໃນແຂວງບໍ່ແກ້ວ ຊຶ່ງໃນປັດຈຸບັນ ໄດ້ລົງທຶນໄປແລ້ວ 700 ກວ່າລ້ານໂດລາ ທີ່ລວມເຖິງ 657 ກວ່າລ້ານໂດລາ ທີ່ໄດ້ນຳໃຊ້ໄປ ເພື່ອພັດທະນາລະບົບພື້ນຖານໂຄງລ່າງດັ່ງກ່າວດ້ວຍ ໂດຍກຸ່ມບໍລິສັດຈີນໄດ້ວາງແຜນການ ຈະລົງທຶນໃນມູນຄ່າລວມເຖິງ 2,250 ລ້ານໂດລາ ທີ່ເປັນການລົງທຶນທັງ 100 ເປີເຊັນ ຂອງກຸ່ມບໍລິສັດດອກງິ້ວຄຳນັ້ນເອງ.

ໂດຍການສ້າງຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ຂຶ້ນໃນລາວນັ້ນກໍມີເປົ້າໝາຍ ເພື່ອໃຫ້ເປັນພາກສ່ວນສຳສຄັນ ໃນການພັດທະນາເສດຖະກິດຂອງລາວໃຫ້ຈະເລີນກ້າວໜ້າ ທັງສ້າງວຽກເຮັດງານທຳ ໃຫ້ແກ່ລາວອີກດ້ວຍ ດັ່ງທີ່ ທ່ານນາງບົວທາ ໄດ້ຖະແຫລງຢືນຢັນວ່າ:

“ວຽກງານການພັດທະນາເຂດເສດຖະກິດພິິເສດ ເປັນວຽກງານໃໝ່ ທີ່ຕັ້ງຂຶ້ນຕັ້ງແຕ່ປີ 2000 ທີ່ລັດຖະບານ ສປປ ລາວ ມີຈຸດເປົ້າໝາຍເຮັດໃຫ້ວຽກງານດັ່ງກ່າວເປັນຫົວຈັກ ໃຫ້ແກ່ການພັດທະນາ ແລະກໍ່ສ້າງປະກອບສ່ວນວຽກເຮັດງານທຳໃຫ້ແກ່ປະເທດຊາດ ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດໃນແຕ່ລະລະຍະ ການພັດທະນານີ້ ຈະແຈ້ງຂຶ້ນ ກໍຍ້ອນການຈັດຕັ້ງພາກລັດຖະບານ ໄດ້ເອົາໃຈໃສ່ຄົ້ນຄວ້າ ຫາວິທີແກ້ໄຂບັນຫາ.”

ໂດຍຫຼ້າສຸດ ຄະກຳມະການແຫ່ງຊາດເພື່ອການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ກໍໄດ້ອະນຸຍາດໃຫ້ກຸ່ມບໍລິສັດພູສີຈຳກັດ ເປັນຜູ້ລົງທຶນພັດທະນາເຂດເສດຖະກິດພິເສດ ບົນເນື້ອທີ່ ລວມ 4,850 ເຮັກຕາ ຢູ່ເຂດຊານເມືອງເກົ່າຫຼວງພະບາງ ກັບເມືອງຈອມເພັດ ແຂວງຫຼວງພະບາງ.

ເຂດດັ່ງກ່າວນີ້ ມີອາຍຸສຳປະທານ 99 ປີ ໂດຍຈະນຳໃຊ້ເງິນລົງທຶນລວມເຖິງ 1,200 ລ້ານໂດລາ ເພື່ອພັດທະນາໃຫ້ເປັນເຂດທ່ອງທ່ຽວ ແລະບໍລິການທີ່ທັນສະໄໝ ດ້ວຍການກໍ່ສ້າງລະບົບ ພື້ນຖານໂຄງລ່າງ ແລະສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຊຸດເຊັ່ນຖະໜົນລະບົບໄຟຟ້າ ນ້ຳປະປາ ໂຮງໝໍ ໂຮງຮຽນ ໂຮງແຮມ ທະນາຄານ ສູນການຄ້າ ອາຄານສູງ23 ຊັ້ນ ແລະບ້ານພັກ ສຳລັບຜູ້ສູງອາຍຸທີ່ ສ່ວນຫຼາຍ ຈະເປັນຊາວຕ່າງຊາດ.

 

ແຫລ່ງຂ່າວຈາກ: http://lao.voanews.com/

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...