Homeຂ່າວການພັດທະນາປະກາດຮັບສະມັກ ໂຄງການແລກປ່ຽນຊາວໜຸ່ມ ພາຍໃຕ້ຫົວຂໍ້ Wild and Living Green ! (ມືທຶນໃຫ້)

ປະກາດຮັບສະມັກ ໂຄງການແລກປ່ຽນຊາວໜຸ່ມ ພາຍໃຕ້ຫົວຂໍ້ Wild and Living Green ! (ມືທຶນໃຫ້)

Published on

ປະກາດຮັບສະມັກ ໂຄງການແລກປ່ຽນຊາວໜຸ່ມ ໃນຫົວຂໍ້ Wild and Living Green (ມືທຶນໃຫ້)

ຫຼັກສູດການຝຶກອົບຮົມນີ້ ແມ່ນສ້າງຂຶ້ນ ເພື່ອເຮັດໃຫ້ຊາວໜຸ່ມທີ່ເປັນຜູ້ນໍາ ມີຄວາມຮູ້ ທາງດ້ານ ການດໍາລົງຊີວິດ ທີ່ເປັນມິດກັບລະບົບນິເວດ, ເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດຝຶກຝົນໃນທິດທາງໃໜ່ ແລະ ເພື່ອກະຕຸກຊຸກຍູ້ ໃຫ້ເຂົ້າເຈົ້ານໍາເອົາຂໍ້ຄວາມທາງດ້ານ ການດໍາລົງຊີວິດທີ່ເປັນມິດ ກັບລະບົບນິເວດ ເຂົ້າໄປເຜີຍແຜ່ ໃນຊຸມຊົນຂອງພວກເຂົາເຈົ້າ.
 
ທຶນການຝຶກອົບຮົມນີ້ ແມ່ນຈະເລືອກເອົາ ຊາວໜຸ່ມ 35 ຄົນ ຈາກປະເທດ ຫວຽດນາມ, ລາວ, ກໍາປູເຈຍ, ໄທ, ມາເລເຊຍ ແລະ ມຽນມາ ເພື່ອເຂົ້າຮ່ວມ.

ສະຖານທີ່: ເມືອງຫອຍອານ, ປະເທດຫວຽດນາມ

ວັນເດືອນປີຝຶກອົບຮົມ: ວັນທີ 3-8 ພຶດສະພາ 2016

ເປີດຮັບສະໝັກຕັ້ງແຕ່ວັນນີ້ເປັນຕົ້ນໄປຈົນເຖິງ 20 ມີນາ 2016 ເປັນມື້ປິດຮັບສະໝັກ.

ລາຍລະອຽດຂອງທຶນ ເພີ່ມຕື່ມ ກົດທີ່ນີ້:  Apply Link: goo.gl/hmf4xN

For more information, goo.gl/0gm0uu

ແຫລ່ງຂ່າວຈາກ: http://www.laoyouth-radio.com/

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...