Homeຂ່າວຕ່າງປະເທດບຣູ​ໄນ​ ອາດ​ຂາດ​ດຸນ​ການເງິນໜັກ ໃນປີງົບປະມານ 2016-2017

ບຣູ​ໄນ​ ອາດ​ຂາດ​ດຸນ​ການເງິນໜັກ ໃນປີງົບປະມານ 2016-2017

Published on

ລັດຖະບານ​ບຣູ​ໄນ​ຄາດ​ວ່າ ປີ​ງົບປະມານ 2016-2017 ອາດ​ຂາດ​ດຸນ​ການ​ຄ້າ​ຫຼາຍ​ເຖິງ 3,8 ຕື້​ໂດ​ລາບຣູ​ໄນ​ຫຼື​ເກືອບ 70% ຂອງ​ຮ່າງ​ງົບປະມານ​ທີ່​ສະ​ເໜີ​ຕໍ່​ລັດ​ສະພາ.

ທ່ານ ອັລດຸນ ຣາມານ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ຄົນທີ 2 ຖະ​ແຫຼ​ງຕໍ່ກອງ​ປະຊຸມ​ສະພາ​ນິຕິບັນຍັດ​ຄັ້ງ​ທີ 12 ທີ່​ກຳລັງ​ດຳ​ເນີນ​ຢູ່​ໃນ​ຂະນະ​ນີ້​ວ່າ ລາຄາ​ນໍ້າມັນ​ທີ່​ຫຼຸດ​ລົງ​ຫຼາຍ​ກວ່າ 70% ຕັ້ງ​ແຕ່​ປີ 2014 ​ຄາດ​ວ່າ ລັດຖະບານ​ຈະ​ມີ​ລາຍ​ໄດ້​ໃນ​ປີ​ງົບປະມານ 2016-2017 ຢູ່​ທີ່ 1,76 ຕື້​ໂດ​ລາບຣູ​ໄນ ສ່ວນ​ລາຍ​ຈ່າຍ​ຈະ​ຢູ່​ທີ່ 5,6 ຕື້​ໂດ​ລາບຣູ​ໄນ ​ເຮັດ​ໃຫ້​ຍອດ​ຂາດ​ດຸນ​ການ​ຄ້າ​ສູງ​ກວ່າ​ປີ​ງົບປະມານ 2015-2016 ທີ່​ຈະ​ສິ້ນ​ສຸດ​ໃນ​ວັນ​ທີ 31 ມີນາ​ນີ້ ປະມານ 68% ສະ​ເພາະ​ລາຍ​ໄດ້​ຈາກ​ນ້ຳມັນ ​ແລະ ​ແກ໊ສ​ໃນ​ປີ​ງົບປະມານ​ທີ່​ຈະ​ມາ​ເຖິງ​ນີ້​ຄາດ​ວ່າ ຈະ​ຕໍ່າ​ກວ່າ​ປີ​ງົບປະມານ​ປະຈຸ​ບັນ​ກວ່າ 70%.

ທ່ານ ຣາມານ​ຊີ້​​ແຈງ​ວ່າ ການ​ຄາດ​ຄະ​ເນ​ຕົວ​ເລກ​ລາຍ​ໄດ້​ຂອງ​ລັດຖະບານ​ໃນ​ປີ​ງົບປະມານ 2016-2017 ​ເປັນ​ການ​ຄາດ​ຄະ​ເນ​ຢ່າງ​ລະ​ມັດ​ລະວັງ​ເພື່ອ​ໃຫ້​ລັດຖະບານ​ຈັດ​ສັນ​ເງິນ​ຢ່າງຮອບ​ຄອບຫຼາຍ​ຂຶ້ນ ທ່ານຣາມານ​ຂໍ​ໃຫ້​ພາກ​ລັດ ​ແລະ ​ເອກະ​ຊົນ​ເພີ່ມ​ປະສິດທິພາບ​ການ​ຜະລິດ​ຢ່າງ​ເຕັມ​ກຳລັງ​ຫຼຸດ​ການ​ສູນຫາຍໃຫ້​ເຫຼືອ​ໜ້ອຍ​ທີ່​ສຸດ ຫຼີກ​ເວັ້ນການ​ໃຊ້​ຈ່າຍ​ທີ່​ບໍ່​ຈຳ​ເປັນ ​ແລະ ສ້າງ​ຄວາມ​ຫຼາກ​ຫຼາຍ​ທາງ​ເສດຖະກິດ ພ້ອມ​ກັບ​ອ້າງ​ການ​ຄາ​ດຄະ​ເນ​ຂອງ​ກະຊວງ​ວາງ​ແຜນ​ເສດຖະກິດ ​ແລະ ການ​ພັດທະນາ​ວ່າ ​ເສດຖະກິດ​ປີ 2015 ທີ່​ຜ່ານ​ມາ​ນ່າຈະ​ຫົດ​ຕົວ 1,1% ​ແລະ ຈະ​ກັບ​ມາ​ຂະນະ​ຕົວ 2,3%​ໃນ​ປີ​ນີ້.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...