Homeຂ່າວພາຍ​ໃນເປີດໂຕບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ຢ່າງເປັນທາງການ!

ເປີດໂຕບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ຢ່າງເປັນທາງການ!

Published on

ພິທີ​ມອບ-ຮັບ​ດາວ​ທຽມ​ລາວ ແລະ ເປີດ​ໂຕ​ບໍລິສັດ​ດາວ​ທຽມລາວ ເອ​ເຊຍ-ປາ​ຊີ​ຟິກ ຈຳກັດ ໄດ້​ຈັດ​ຂຶ້ນ​ວັນ​ທີ 9 ມີນາ 2016 ຢູ່​ສະຖານີ​ດາວ​ທຽມ​ພາກ​ພື້ນ​ດິນ (ຫຼັກ 14) ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ ລະຫວ່າງທ່ານ ​ດຣ. ພູ​ຫຼວງ ກາ​ນໍ​ລາດ ຫົວໜ້າ​ໂຄງການ​ດາວ​ທຽມ​ລາວ ແລະ ທ່ານ Han Qingping ປະທານ​ຂອງ​ບໍລິສັດ​ໂທລະ​ຄົມ​ມະນາ​ຄົມ​ເຄື່ອນ​ທີ່ດາວ​ທຽມ​ອາຊີ-ປາ​ຊີ​ຟິກ (APMT) ໂດຍ​ມີ​ບັນດາທ່ານ​ລັດຖະມົນຕີ​ວ່າການ ລັດ​ຖະມົນຕີ​ຊ່ວຍ​ວ່າການ ຜູ້ຕາງໜ້າ​ສະຖານ​ທູດ ​ສປ ຈີນ ປະຈຳ ​ສປປ ລາວ ບັນດາ​ບໍລິສັດ​ຜູ້​ຮ່ວມ​ທຶນ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າຮ່ວມ.

ທ່ານ ຫຽມ ພົມມະຈັນ ລັດ​ຖະມົນຕີ​ວ່າການ​ກະຊວງ​ໄປສະນີ​ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ (​ປທສ) ໄດ້​ກ່າວ​ວ່າ: ການສື່ສານ​ຜ່ານ​ດາວ​ທຽມ ແມ່ນ​ເຕັກໂນ​ໂລ​ຊີ​ອັນ​ໜຶ່ງ​ຂອງ​ຍຸກ​ສະໄໝ​ນີ້ ໃນ​ຖານະ​ມີ​ທີ່​ຕັ້ງ​ທາງ​ພູມ​ສາດຂອງ​ລາວ​ຢູ່​ລະຫວ່າງ​ຫຼາຍ​ປະເທດ ແລະ ເພື່ອ​ປະຕິບັດ​ນະ​ໂຍບາຍ​ເຊື່ອມ​ໂຍງ​ສາກົນ ກໍ່​ຄືການຫັນ​ເປັນ​ທັນ​ສະໄໝ ລັດຖະບານລາວ​ ຈຶ່ງ​ດຳເນີນ​ຂັ້ນ​ຕອນ​ເພື່ອ​ສາມາດ​ມີ​ດາວ​ທຽມ​ເປັນ​ຂອງ​ຕົນເອງ ວັນ​ທີ 12 ທັນວາ 2012 ກະຊວງ ​ປທສ ຕາງໜ້າ​ໃຫ້​ລັດ​ຖະບານ​ລາວ​ ໄດ້​ເຊັນ​ສັນຍາ​ກັບ​ບໍ​ລິສັດ APMT ແລະ ບໍລິສັດ Greatwall ​ສປ ຈີນ ເພື່ອ​ປະຕິບັດໂຄງການ​ສ້າງ-ສົ່ງ​ດາວ​ທຽມ ແລະ ກໍ່ສ້າງ​ສູນ​ບັນຊາ​ພາກ​ພື້ນດິນ ພ້ອມ​ດ້ວຍ​ການ​ສ້າງ​ນັກ​ວິຊາ​ການ​ບັນຊາ​ດາວ​ທຽມ ວັນ​ທີ 21 ພະຈິກ 2015 ດາວ​ທຽມ​ລາວດວງ​ທຳ​ອິດ “LAOSAT-1” ໄດ້ຖືກ​ສົ່ງ​ໄປ​ອາ​ວະ​ກາດ​ໃນ​ຕຳແໜ່ງເສັ້ນ​ໂຄຈອນ 128.5 ອົງສາ ດ້ວຍ​ຜົນສຳເລັດ​ທຸກ​ປະການ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...